ຈຸດ​ປະ​ສົງ​ຂອງ​ການ​ປະ​ເມີນ​ມູນ​ຄ່າ​ຊັບ​ສິນ:

  1. ການຊື້ – ຂາຍ(Buy – Sale)

ໃນການຊື້ຂາຍອະສັງຫາລິມະຊັບ ກໍຄືກັນກັບການຂາຍສິນສິນຄ້າທົ່ວໄປ ເຊິ່ງຜູ້ຊື້ເວລາໃດກໍຢາກຊື້ໃນລາຄາທີ່ຖືກສຸດ ສ່ວນຜູ້ຂາຍກໍຢາກຈະຂາຍໃນລາຄາທີ່ສູງທີ່ສຸດ ເປັນເຫດໃຫ້ຕ້ອງມີຄົນກາງເຂົ້າມາກ່ຽວຂ້ອງນັ້ນກໍຄືນັກປະເມີນລາຄານັ້ນເອງ ເຊິ່ງຜູ້ປະເມີນບໍ່ມີສ່ວນໄດ້ເສຍກັບທັງສອງຝ່າຍ ໂດຍສະເໜີມູນຄ່າຢ່າງເປັນທໍາ ແລະ ສະເໜີຄວາມເຫັນຂອງມູນຄ່າຊັບສິນ ເຊິ່ງຈະຊ່ວຍໃຫ້ຜູ້ຊື້ ແລະ ຜູ້ຂາຍຕົກລົງຊື້ຂາຍຊັບສິນນໍາກັນໄດ້.

  1. ການເວນຄືນ(Compensation)

ເມື່ອພາກລັດມີການທີ່ຈະດໍາເນີນໂຄງການຕ່າງ ເມື່ອມີຄວາມຈໍາເປັນຕ້ອງໄດ້ມີການນໍາໃຊ້ທີ່ດິນທີ່ເປັນກໍາມະສິດຂອງປະຊາຊົນ ລັດຈະຕ້ອງໄດ້ມີການ   ເໝົາຊື້ທີ່ດິນທັງໝົດ ບາງຄັ້ງການກໍານົດລາຄາຂອງທາງພາກລັດແມ່ນມີການກໍານົດລາຄາທີ່ຕໍ່າກວ່າທ້ອງຕະຫຼາດ ສະນັ້ນເພື່ອໃຫ້ເກີດຄວມເປັນທໍາຈຶ່ງຕ້ອງມີນັກປະເມີນລາຄາເຂົ້າມາຊ່ວຍໃນການວິເຄາະ ແລະ ສະເໜີຄວາມເຫັນເຮັດໃຫ້ລາ ຄາເໝົາຊື້ຂອງທາງພາກລັດໃນໂຄງການຕ່າງໆນັ້ນ ແມ່ນມີຄວາມເປັນທໍາໃນລະ ດັບໜຶ່ງເຊັນ: ການສ້າງທາງໃໝ່, ການຂະຫຍາຍເສັ້ນທາງ, ການສ້າງສິ່ງອໍານວຍຄວາມສະດວກຕ່າງໆ.

  1. ການຄ້ຳປະກັນ(Mortgage) ຫຼື ການກູ້ເງິນ

ເພື່ອເປັນການປະຕິບັດນະໂຍບາຍການຫັນດິນເປັນທຶນຂອງລັດຖະບານ ເມື່ອຜູ້ທີ່ເປັນເຈົ້າຂອງກໍາມະສິດ ຫຼື ຫຼັກຊັບຕ້ອງການນໍາຫຼັກຊັບ ຫຼື ຊັບສິນຂອງຕົນໄປຫາສະຖາບັນການເງິນເພື່ອຊອກຫາແຫຼ່ງທຶນເພື່ອນໍາໃຊ້ໃນການດໍາເນີນກິດ ຈະການຕ່າງໆ ນັກປະເມີນລາຄາຈະມີສ່ວນເຮັດໃຫ້ມູນຄ່າຂອງຊັບສິນໃດໜຶ່ງນັ້ນຖືກຕ້ອງແລະໃກ້ຄຽງເພາະວ່າ ໂດຍທົ່ວໄປແລ້ວສະຖາບັນການເງິນມັກມີການກໍານົດບັນດານະໂຍບາຍໃນການປ່ອຍສິນເຊື່ອທີ່ແຕກຕ່າງກັນໄປ.

  1. ການຕັ້ງລາຄາເຊົ່າ(Lease)

ການກໍານົດຄ່າເຊົ່າຊັບສິນປະເພດຕ່າງໆ ບໍ່ວ່າຈະເປັນທີ່ຢູ່ອາໃສທົ່ວໄປ, ຫ້ອງແຖວ, ອາພາດເມັນ, ຄອນໂດມີນຽມ ແລະ ອາຄານປະເພດຕ່າງໆນັ້ນປັດ ໄຈຄ່າເຊົ່າແມ່ນຂຶ້ນຢູ່ກັບຫຼາຍປັດໄຈບໍ່ວ່າຈະເປັນທໍາເລທີ່ຕັ້ງ, ການຄົມມະນາຄົມ, ຄວາມສະດວກສະບາຍ, ການບໍລິການສາທາລະນະຕ່າງໆ ນັກປະເມີນລາຄາຈະມີສ່ວນຮ່ວມໃນການວິເຄາະປັດໄຈເລົ່ານີ້ສະເໜີໃຫ້ເຈົ້າຂອງຊັບສິນຮູ້ລະດັບຂອງຜົນຕອບແທນທີ່ຕົນເອງຄວນຈະໄດ້ ເພື່ອມາເປັນເກນໃນການກໍານົດອັດຕາຄ່າເຊົ່າຊັບສິນຂອງຕົນ.

  1. ການປະກັນໄພ (Insurance)

ຕາມຫຼັກການປະກັນໄພ ການທີ່ຊັບສິນໃດໄດ້ປະກັນເຕັມມູນຄ່າຄື ບໍ່ຕໍ່າ ຫຼື ບໍ່ສູງກວ່າມູນຄ່າທີ່ແທ້ຈິງ ກໍ່ຈະເຮັດໃຫ້ເຈົ້າຂອງຊັບສິນໄດ້ຮັບປະໂຫຍດສູງສຸດຖ້າ ປະກັນຕໍ່າກວ່າມູນຄ່າທີ່ແທ້ຈິງ ເຈົ້າຂອງເຈົ້າຂອງຊັບສິນກໍຕ້ອງຮັບພາລາຂອງຜົນຕ່າງລະຫວ່າງຂອງມູນຄ່າທີ່ເປັນຈິງກັບມູນຄ່າທີ່ປະກັນໄວ້ ຫຼື ຖ້າປະກັນສູງກວ່າມູນຄ່າທີ່ເປັນຈິງ ເຈົ້າຂອງຊັບສິນກໍ່ຈະເສຍຄ່າປະກັນໄປໂດຍບໍ່ມີປະໂຫຍດໃນກໍລະນີເກີດເຫດໃດໆຂຶ້ນ ສະນັ້ນນັກປະເມີນລາຄາທີ່ເປັນມືອາຊີບກໍ່ຈະຊ່ວຍວິເຄາະມູນຄ່າທີ່ແທ້ຈິງຂອງຊັບສິນໄດ້ຕາມຈຸດປະສົງ.

  1. ການຮ່ວມມື (Cooperation)

ໃນກໍລະນີທີ່ບໍລິສັດໃດໜຶ່ງ ຕ້ອງການຮ່ວມລົງທຶນກັບອີກບໍລິສັດໜຶ່ງ ສິ່ງສໍາຄັນກໍຄືການຮູ້ສັດສ່ວນຂອງການລົງທຶນທັງໝົດຂອງບໍລິສັດນັ້ນເປັນເລື່ອງທີ່ສໍາຄັນຫຼາຍ ເຊິ່ງຕ້ອງນໍາໃຊ້ຜູ້ທີ່ຊໍານິຊໍານານ ຫຼື ຜູ້ປະເມີນລາຄາ ມາເພື່ອປະເມີນມູນຄ່າຊັບສິນເສຍກ່ອນ ແລ້ວນໍາເອົາມູນຄ່າທີ່ໄດ້ນັ້ນມາກໍານົດສັດສ່ວນຂອງການຖືຫຸ້ນ.

  1. ຈຸດປະສົງຂອງລັດ(Goverment purpose)

ເພື່ອໃຫ້ເກີດເປັນຫຼັກການທີ່ສ້າງຄວາມເຊື່ອໝັ້ນໃຫ້ກັບເຈົ້າຂອງຊັບສິນ ໃນເມື່ອເຂົາເຈົ້າຕ້ອງການໃຫ້ມີການປ່ຽນແປງ ຫຼື ການເຄື່ອນໄຫວສິດນໍາໃຊ້ທີ່ດິນຂອງຕົນ ແລ້ວເພື່ອເປັນການສ້າງເງື່ອນໄຂໃຫ້ທາງພາກລັດມີລາຍຮັບຈາກບັນ ດາກິດຈະກໍາຕ່າງໆ ລັດກໍຕ້ອງມີການກໍານົດຮູບແບບ ວິທີການ ໃນການປະເມີນມູນຄ່າຊັບສິນ ທີ່ມີລັກສະນະໂປ່ງໃສ ເຮັດໃຫ້ປະຊາຊົນໂດຍທົ່ວໄປສາມາດເຂົ້າໃຈໄດ້ເຖິງວິທີການຕ່າງໆ ອີກຢ່າງໜຶ່ງກໍ່ເພື່ອຫຼີກລ້ຽງການສ້າງຄວາມກົດດັນໃຫ້ກັບພະນັກງານທີ່ເຮັດໜ້າທີ່ວຽກງານການປະເມີນລາຄາ.

  1. ຈຸດປະສົງອື່ນໆ

ນອກຈາກຈຸດປະສົງທີ່ກ່າວມາຂ້າງເທິງນັ້ນ ວຽກງານການປະເມີນລາຄາຍັງມີຄວາມສໍາຄັນ ແລະ ຈໍາເປັນຕໍ່ກັບຫຼາຍໆວຽກງານອີກເຊັ່ນ: ການປະເມີນຊັບສິນເພື່ອນໍາເຂົ້າຕະຫຼາດຫຼັກຊັບ, ການເກັບພາສີ, ຊ່ວຍໃຫ້ຜູ້ເປັນເຈົ້າຂອງຊັບສິນ ຫຼື ຜູ້ທີ່ກ່ຽວຂ້ອງສາມາດວາງແຜນ ແລະ ຕັດສິນໃຈ.

 

—————————————————————————————————————-

ໂດຍ ອາຈານ ຂັນຕີ ວົງຄໍາສານ
ທີ​ປືກ​ສາ​ເລື່ອງ​ມູນ​ຄ່າ​ຊັບ​ສິນ ຮັບ​ວຽກປະ​ເມີນ​ ແລະ​ ຈັດ​ສຳ​ມະ​ນາ​ການ​​ປະ​ເມີນ
ບໍ​ລິ​ສັດ ​ລາວ​ວາ​ລູ ປະ​ເມີນ​ມູນ​ຄ່າ​ຊັບ​ສິນ / Lao Value Property Valuation Sole Co., Ltd
ໂທ 030 9990909
ໂທ/WhatsApp: 020 2333347
www.laovalue.com

Hits: 1