ຫຼັກການເບື້ອງຕົ້ນກ່ຽວກັບມູນຄ່າຊັບສິນ

ຜູ້ປະເມີນລາຄານອກຈາກຈະຮຽນຮູ້ຫຼັກການທາງດ້ານການປະເມີນລາຄາແລ້ວ ຕ້ອງມີການສົມທົບກັບການທຳຄວາມເຂົ້າໃຈໃນຫຼັກການອື່ນໆອີກທີ່ມີຜົນຕໍ່ກັບມູນຄ່າຂອງຊັບສິນ ເຊັ່ນ:

1) ຫຼັກການອຸປະສົງ ແລະ ອຸປະທານ(Demand and Supply)

ຄວາມຕ້ອງການຂອງມະນຸດແມ່ນບໍ່ມີຂອບເຂດຈໍາກັດ ແລະ ບໍ່ມີມື້ສິນສຸດ ເຊິ່ງຊັບພະຍາກອນທີ່ຈະນໍາມາຜະລິດເພື່ອເປັນຜະລິດຕະພັນໃຫ້ສາມາດຕອບສະໜອງກັບຄວາມຕ້ອງການພັດມີຢູ່ຢ່າງຈຳກັດ ນີ້ແມ່ນຫຼັການຂອງອູປະສົງ.

ການສະໜອງໃດໆທີ່ເຮັດແນວໃດໃຫ້ຜູ້ຜະລິດສາມາດຈໍານ່າຍສິນຄ້າໄດ້ໝົດ ສາມາດສ່້າງກໍາໄລສູງສຸດ ໂດຍມີການນຳໃຊ້ຊັບພະຍາກອນຢ່າງກຸ້ມຄ່າ ແລະ ປະຫຍັດທີ່ສຸດ ນັ້ນແມ່ນຫຼັກການຂອງ ອຸປະທານ.

2) ຫຼັກການປ່ຽນແປງ(Exchange)

ຜູ້ປະເມີນລາຄາຕ້ອງຄໍານຶງຢູ່ສະເໝີວ່າການປ່ຽນແປງແມ່ນເກີດຂຶ້ນຢູ່ຕະຫຼອດ ເຊິ່ງມັນຂຶ້ນຢູ່ກັບຜົນກະທົບທາງພາຍໃນ ແລະ ພາຍນອກ  ໂດຍຕ້ອງມີການສຶກສາທາງດ້ານແນວໂນ້ມຕ່າງໆທີ່ຈະມີຜົນຕໍ່ມູນຄ່າຂອງຊັບສິນໃນປະຈຸບັນ ກໍ່ຄືໃນອານາຄົດ.

3) ຫຼັກການທົດແທນກັນ(Substitution)

ໃນການປະເມີນລາຄາຊັບສິນໃດໆກໍ່ຕາມ ຖ້າເຮົາສາມາດທີ່ຈະຫາສິ່ງທີ່ມາທົດແທນກັນໄດ້ລັກສະນະທີ່ໃກ້ຄຽງກັນ ແຕາມີລາຄາທີ່ຖືກກວ່າ ເຊິ່ງມັນມີຜົນກະທົບຕໍ່ກັບການຕັດສິນໃຈໃນການຊື້ ຫຼື ການລົງທຶນ. ໂດຍມີບັນດາຂໍ້ຄວນນໍາມາພິຈາລະນາເຊັ່ນ:

– ມຸມມອງທາງການປຽບທຽບລາຄາຕະຫຼາດ

– ມຸມມອງທາງດ້ານຕົ້ໍນທຶນ

– ມຸມມອງທາງດ້ານລາຍໄດ້

4) ຫຼັັກການໃຊ້ປະໂຫຍດສູງສຸດ ແລະ ດີທີ່ສຸດ

(Highest and best use)

ຫຼັກການນີ້ເປັນຫຼັກການທີ່ສໍາຄັນ ທີ່ເຕື່ອນໃຈນັກປະເມີນລາຄາຢູ່ຕະຫຼອດວ່າ ຜົນປະໂຫຍດຕ່າງໆທີ່ຄາດວ່າຈະໄດ້ຮັບ, ເງື່ອນໄຂໃດໆທີ່ອຳນວຍຄວາມສະ ດວກ ແລະ ບັນຫາຂໍ້ຈຳກັດໃດທີ່ເປັນຕົວກີດຂວາງ ສິ່ງເລົ່ານີ້ນັກປະເມີນລາຄາຕ້ອງມີຄວາມເຂົ້າໃຈແລະຮອບຮູ້ຢ່າງແທ້ຈິງ.


ໂດຍ ອາຈານ ຂັນຕີ ວົງຄໍາສານ
ທີ​ປືກ​ສາ​
ບໍ​ລິ​ສັດ ​ລາວ​ວາ​ລູ ປະ​ເມີນ​ມູນ​ຄ່າ​ຊັບ​ສິນ / Lao Value Property Valuation Sole Co., Ltd
​ທີ່​ປືກ​ສາເລື່ອງ​ມູນ​ຄ່າ​ຊັບ​ສິນ ຮັບ​ວຽກປະ​ເມີນ​ ແລະ​ ຈັດ​ສຳ​ມະ​ນາ​ການ​​ປະ​ເມີນ
ໂທ 030 9990909
ໂທ/WhatsApp: 020 2333347
www.laovalue.com

Hits: 1