(ຕໍ່)

  5) ຫຼັກການຄວາມພໍດີ(Enough)

ຄວາມພໍດີເປັນສິ່ງທີ່ຈໍາເປັນ ມູນຄ່າທີ່ມີຢູ່ກໍຈະຮັກສາອັດຕາສ່ວນສົມດູນຂອງການໃຊ້ທີ່ດິນ ຖ້າມີໜ້ອຍ ຫຼື ຫຼາຍເກີນໄປ ສິ່ງໃດໆກໍຈະເຮັດມູນຄ່ານັ້ນມີການປ່ຽນແປງໄປ ອາດຈະປ່ຽນແປງໄປໃນທາງເພີ່ມຂຶ້ນ ຫຼື ລຸດລົງກໍໄດ້ ເຊິ່ງກໍຄ້າຍ ຄືກັນກັບການຮັກສາລະດັບຂອງ ອຸປະສົງ ແລະ ອຸປະທານ.

6) ຫຼັກການຄາດຄະເນ(Anticipation)

ມູນຄ່າຂອງຊັບສິນຖືກກໍານົດຈາກຜົນປະໂຫຍດທີ່ຄາດວ່າຈະໄດ້ຮັບໃນອາ ນາຄົດ ຂໍ້ມູນຕ່າງໆທີ່ເກີດຂຶ້ນໃນອາດີດຄວນມີການເກັບມາເປັນຂໍ້ມູນເພື່ອປຽບ ທຽບ, ວິເຄາະ ແລະ ຄາດການສິ່ງທີ່ຈະເກີດຂຶ້ນໃນອານາຄົດຕໍ່ໄປ.

7) ຫຼັກການພັດທະນາທີ່ດິນຫຼາຍ ຫຼື ໜ້ອຍເກີນໄປ

(surplus Productivity)

ໃນການພັດທະນາທີ່ດິນໃດໆກໍຕາມ ຖ້າວ່າມີການພັດທະນາຫຼາຍເກີນໄປຈົນເກີນຄວາມຈຳເປັນ ເຊິ່ງສິ່ງທີ່ເຮົາເຮັດ ຫຼື ລົງທຶນໄປນັ້ນ ບໍ່ໄດ້ສ້າງໃຫ້ມູນຄ່າຂອງຊັບສິນເພີ່ມຂຶ້ນ ກໍຄວນພິຈາລະນາກ່ອນ. ໃນທາງກົງກັນຂ້າມຫາກການພັດທະນາທີ່ດິນຫາກມີໜ້ອຍເກີນໄປ ກໍ່ບໍ່ສາມາດສະແດງສັກກະຍະພາບຂອງທີ່ດິນຕອນນັ້ນໄດ້ຢ່າງແທ້ຈິ່ງ ເຊິ່ງຜົນປະໂຫຍດທີ່ຈະໄດ້ຮັບບໍ່ທັນແມ່ນອອກມາຈາກຊັບສິນນັ້ນ ຫຼື ບໍ່ສາມາດສະແດງໃຫ້ເຫັນຄວາມສາມາດທີ່ແທ້ຈິງຂອງມັນ.

  8) ຫຼັກການແຂ່ງຂັນ(Competition)

ເປັນຫຼັກການທີ່ມີສາຍພົວພັນລະຫວ່າງ ອຸປະສົງ ແລະ ອຸປະທານ ໂດຍຜູ້ຊື້ ແລະ ຜູ້ຂາຍຍາມໃດກໍມີການແຂ່ງຂັນກັນຢູ່ຕະຫຼອດ ຍ້ອນວ່າຜູ້ຂາຍຍາມໃດກໍ່ຢາກຂາຍສິນຄ້າ ຫຼື ຊັບສິນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ສ່ວນຜູ້ຊື້ກໍພະຍາມຍາມເຮັດແນວໃດໃຫ້ຕົນໄດ້ສິນຄ້າທີ່ດີ ແລະ ລາຄາຕ້ອງຖືກ ແລະ ເໝາະສົມກັບຄວາມຕ້ອງການຂອງຕົນ.

ການແຂ່ງຂັນມີທັງຄວາມເປັນໄປໄດ້ເບື້ອງບວກ ແລະ ລົບ ໂດຍມີການຢຶດຖືບັນຫາລາຍໄດ້ເປັນຫຼັກໃນການກໍານົດລາຄາ.

9) ຫຼັກການຄວາມສົມດູນ(Balance)

ການສຶກສາບັນຫາທາງດ້ານຄວາມສົມດູນເປັນບັນຫາສໍາຄັນ ເພາະວ່າຖ້າມີການຕັດສິນໃຈອອກມາແລ້ວ ໃນແງ່ຂອງອະສັງຫາລິມະຊັບບໍ່ສາມາດທີ່ຈະແກ້ໄດ້ງ່າຍ ຖ້າແກ້ໄດ້ກໍຕ້ອງເສຍຕົ້ນທຶນເພີ່ມຂຶ້ນ ສະນັ້ນ ເລື່ອງຕົ້ນທຶນ, ແຮງງານ ຕະຫຼອດຮອດຄວາມເໝາະສົມຂອງທີ່ດິນ ແລະ ສິ່ງປຸກສ້າງໃນທີ່ດິນນັ້ນວ່າຄວນເພີ່ມເຕີມຫຍັງເພື່ອເຮັດໃຫ້ມູນຄ່າເພີ່ມຂຶ້ນ ຕົວສິ່ງປຸກສ້າງກໍເຊັ່ນດຽວກັນການຕໍ່ເຕີມບາງຄັ້ງບໍ່ໄດ້ສ້າງມູນຄ່່າຫຍັງໃຫ້ກັບຊັບສິນເລີຍ.

10) ຫຼັກການຊ່ວຍເຫຼືອເກື້ອກູນ(Contribution)

ເມື່ອເຮົາມີການສຶກສາຫຼັກການຄວາມສົມດູນແລ້ວ ກໍ່ຄວນສຶກສາບັນຫາດ້ານຫຼັກການຊ່ວຍເຫຼືອເກື້ອກູນອີກດ້ວຍ ເພາະວ່າທັງທີ່ດິນແລະສິ່ງປຸກສ້າງ ເມື່ອມີການປະເມີນມູນຄ່າ ຫຼື ຕີລາຄາໄປນັ້ນ ມູນຄ່າທີ່ອອກມາຈະເປັນມູນຄ່າລວມທັງໝົດຂອງຊັບສິນ ເຊິ່ງບໍ່ໄດ້ແຍກສ່ວນມູນຄ່າຂອງແຕ່ລະຢ່າງ ເຊິ່ງການເພີ່ມສິ່ງປຸກສ້າງຢ່າງໃດຢ່າງໜຶ່ງເຂົ້າໄປບໍ່ໝາຍຄວາມວ່າມູນຄ່າຈະຕ້ອງເພີ່ມຂຶ້ນເທົ່າກັບມູນຄ່າຂອງມັນທີ່ສ້າງຂຶ້ນມານັ້ນ ເຊັ່ນ: ການສ້າງສະລອຍນໍ້າໃນທີ່ດິນໃດໜຶ່ງມູນຄ່າ 100.000.000 ກີບ ບໍ່ໝາຍຄວາມວ່າມູນຄ່າຂອງຊັບສິນນັ້ນຈະເພີ່ມຂຶ້ນອີກເທົ່າກັບມູນຄ່າກໍ່ສ້າງສະລອຍນໍ້ານັ້ນ ໃນຄວາມເປັນຈິງຕ້ອງເບິ່ງວ່າຄວາມຕ້ອງການກ່ຽວກັບສະລອຍນໍ້າໃນເຂດທີ່ດິນປຸກສ້າງບໍລິເວນນັ້ນ ໜ້ອຍຫຼາຍຊໍ່າໃດ ເຊິ່ງບາງກໍລະນີ ອາດຈະຫຼາຍກວ່າກໍ່ໄດ້.

ອີກຢ່າງ ການນໍາໃຊ້ທີ່ດິນທີ່ບໍ່ເໝາະສົມກັບສັກກາຍະພາບຂອງທີ່ດິນກໍ່ບໍ່ໄດ້ຊ່ວຍເຮັດໃຫ້ມູນຄ່າມັນເພີ່ມຂຶ້ນ ເຊັ່ນ: ການປຸກສ້າງເຮືອນຢູ່ອາໃສໃນເຂດເສດຖະກິດ ເຊິ່ງໃນເຂດດັ່ງກ່າວຄວນຈະເປັນສິ່ງປຸກສ້າງຈໍາພວກອາຄານພານິດ ແລ້ວເຮັດໃຫ້ອາຄານນັ້ນຈໍາເປັນຕ້ອງທຸບມ້າງຖິ້ມ ເພື່ອປຸກສ້າງອາຄານທີ່ສາມາດໃຊ້ປະໂຫຍດສູງສຸດ ແລະ ດີທີ່ສຸດ.

11) ຫຼັກການຄວາມສອດຄ່ອງ (Conformity)

ຄວາມສອດຄ່ອງຂອງຊັບສິນເປັນສິ່ງທີ່ເຮັດໃຫ້ມູນຄ່າຂອງພວກມັນສູງຂຶ້ນ ຫຼື ຕໍ່າລົງໄດ້ ເຊິ່ງອາດເປັນເລື່ອງຂອງ ຮູບແບບຂອງໂຄງສ້າງ, ຂະໜາດແບບການອອກແບບຜັງເມືອງ, ຂໍ້ຈໍາກັດກ່ຽວກັບການໃຊ້ທີ່ດິນ ເປັນຕົ້ນ.

ມູນຄ່າຂອງຊັບສິນມັນຂຶ້ນກັບຄວາມສອດຄ່ອງ ສະນັ້ນ ການພັດທະນາຫຼາຍເກີນໄປມັກຈະມີມູນຄ່າລຸດລົງ ເມື່ອທຽບກັບລະດັບລາຄາຊັບສິນໃນບໍລິເວນໃກ້ຄຽງ ແຕ່ໃນທາງກົງກັນຂ້າມເຖິງວ່າມີການພັດທະນາໜ້ອຍ ແຕ່ມີຄວາມສອດ ຄ່ອງ ອາດມີມູນຄ່າເພີ່ມຂຶ້ນກໍ່ໄດ້.

12) ຫຼັກການຜົນກະທົບພາຍນອກ (Externalities)

ສໍາລັບອະສັງຫາລິມະຊັບ ເຊິ່ງແຕກຕ່າງຈາກສິນຄ້າອື່ນໆ ດ້ວຍທີ່ວ່າມັນບໍ່ສາມາດເຄື່ອງທີ່ໄດ້ ສະນັ້ນຜົນກະທົບພາຍນອກແມ່ນມີຜົນກະທົບຫຼາຍບາງຄັ້ງກໍ່ດ້ານບວກ ຫຼື ບາງຄັ້ງກໍ່ດ້ານລົບເປັນຕົ້ນວ່າ:

– ສະພາບເສດຖະກິດທັງພາຍໃນ ແລະ ພາຍນອກປະເທດ

– ລະດັບເງິນເຟີ້

– ອັດຕາດອກເບ້ຍ

– ກົດໝາຍ

– ສະພາບສັງຄົມ

– ແລະ ອື່ນໆ


 

ໂດຍ ອາຈານ ຂັນຕີ ວົງຄໍາສານ
ທີ​ປືກ​ສາ​
ບໍ​ລິ​ສັດ ​ລາວ​ວາ​ລູ ປະ​ເມີນ​ມູນ​ຄ່າ​ຊັບ​ສິນ / Lao Value Property Valuation Sole Co., Ltd
​ທີ່​ປືກ​ສາເລື່ອງ​ມູນ​ຄ່າ​ຊັບ​ສິນ ຮັບ​ວຽກປະ​ເມີນ​ ແລະ​ ຈັດ​ສຳ​ມະ​ນາ​ການ​​ປະ​ເມີນ
ໂທ 030 9990909
ໂທ/WhatsApp: 020 2333347
www.laovalue.com

0Shares
Total Page Visits: 257 - Today Page Visits: 2