ອິດທິພົນທີ່ມີຜົນກະທົບຕໍ່ມູນຄ່າຂອງຊັບສິນ

ກິດຈະກໍາຕ່າງໆທີ່ມະນຸດສ້າງຂຶ້ນມຍ່ອມມີຜົນກະທົບຕໍ່ກັບມູນຄ່າຂອງອະ ສັງຫາລິມະຊັບແນ່ນອນ ເຊິ່ງສາມາດແບ່ງອອກເປັນ 4 ກຸ່ມຄື:

– ແນວໂນ້ມທາງສັງຄົມ

– ສະພາບທາງເສດຖະກິດ

– ກົດໝາຍ ແລະ ລະບຽບການຄວບຄຸມການປຸກສ້າງຂອງລັດ

– ສະພາບຂອງສິ່ງແວດລ້ອມ ແລະ ກາຍະພາບຂອງຊັບສິນ

8.1 ອິດທິພົນທາງສັງຄົມ

ລັກສະນະຕ່າງໆ ແລະ ການປ່ຽນແປງຂອງປະຊາກອນ ຕະຫຼອດຈົນການສ້າງກິດຈະກໍາຕ່າງໆຂອງມະນຸດລ້ວນແຕ່ມີຜົນກະທົບຕໍ່ມູນຄ່າຂອງອະສັງຫາລິ ມະຊັບ ເຊິ່ງໄດ້ແກ່:

– ຈຳນວນປະຊາກອນ

– ລັກສະນະຄອບຄົວ

– ການກະຈາຍຕົວຂອງຄົນອາຍຸໃນໄວຕ່າງໆ

– ການສຶກສາ

– ອາຊີບ

– ພູມີປະເພດ

– ອາກາດ ແລະ ອື່ນໆ

8.2 ອິດທິພົນທາງເສດຖະກິດ

ຜູ້ປະເມີນລາຄາຕ້ອງໄດ້ມີການວິເຄາະສະພາບການໃນປະຈຸບັນ ແລະ ອາ ນາຄົດ, ຄາດການລະດັບອຸປະສົງ ແລະ ອຸປະທານ ພ້ອມດ້ວຍສະພາບທາງເສດຖະກິດ, ນະໂຍບາຍການປ່ອຍສິນເຊື່ອ ແລະ ອື່ນໆ

(ຍັງ​ມີ​ຕໍ່ 1/2)


ໂດຍ ອາຈານ ຂັນຕີ ວົງຄໍາສານ
ບໍ​ລິ​ສັດ ​ລາວ​ວາ​ລູ ປະ​ເມີນ​ມູນ​ຄ່າ​ຊັບ​ສິນ / Lao Value Property Valuation Sole Co., Ltd
​ທີ່​ປືກ​ສາເລື່ອງ​ມູນ​ຄ່າ​ຊັບ​ສິນ ຮັບ​ວຽກປະ​ເມີນ​ ແລະ​ ຈັດ​ສຳ​ມະ​ນາ​ການ​​ປະ​ເມີນ
ໂທ 030 9990909 ໂທ/WhatsApp: 020 23333347
www.laovalue.com

Hits: 51