8.3 ອິດທິພົນຂອງພາກລັດຖະບານ

ບັນດາລະບຽບກົດໝາຍ, ການປົກຄອງ ແລະ ພາກລັດຖະບານ ການກະທໍາໃດໆໃນທຸກລະດັບ ແມ່ນມີຜົນກະທົບຢ່າງຫຼວງຫຼາຍຕໍ່ມູນຄ່າຂອງອະສັງຫາ ລິມະຊັບ ການກະທຳຕ່າງໆອາດຈະອອກມາໃນຫຼາຍຮູບແບບເຊັ່ນ:

– ການບໍລິການສາທາລະນະ: ລົດໂດຍສານ, ການເກັບຂີ້ເຫຍື່ອ, ການ

ປ້ອງກັນອັກຄີໄພ, ການປ້ອງກັນຄວາມສະຫງົບ ແລະ ການບໍລິການ

ສາທາລະ ນະປະໂຫຍດຕ່າງໆ.

– ການກໍານົດຜັງເມືອງ: ກົດລະບຽບການຄວບຄຸມການປຸກສ້າງ, ແລະ

ກົດໝາຍອື່ນໆທີ່ກ່ຽວກັບການກໍານົດການນໍາໃຊ້ທີ່ດິນ ແລະ ອັດຕາ

ພາສີເປັນ ຕົ້ນ.

 

8.4 ອິດທິພົນຂອງສະພາບແວດລ້ອມ ແລະ ລັກສະນະທາງກາຍະພາບ

ສະພາບແວດລ້ອມທີ່ເກີດຂຶ້ນຕາມທໍາມະຊາດ ຫຼື ມະນຸດປະດິດຂຶ້ນ ຍ່ອມມີຜົນກະທົບຕໍ່ມູນຄ່າຂອງອະສັງຫາລິມະຊັບ ເຊັ່ນ:

– ສະພາບດິນຟ້າອາກາດ(Climate)

– ພູມສັນຖານ(Geography)

– ການຄົມມະນາຄົມ(Transport)

– ຊົນລະປະທານ(Immigration)

ສ່ວນລັກສະນະທາງກາຍະພາບຂອງຊັບສິນ ກໍ່ສົ່ງຜົນຕໍ່ກັບມູນຄ່າຂອງຊັບສິນຢ່າງຫຼວງຫຼາຍ ເຊັ່ນວ່າ:

– ສະຖານທີ່ຕັ້ງ(Location)

– ຂະໜາດ(Size)

– ຮູບຮ່າງ(Shape)

– ການເຂົ້າເຖິງທີ່ດິນ(Accessibility)

– ສາທາລະທາລະນູປະໂພກ, ສາທາລະນະປະການ(Publication and

infrastructure)


 

ໂດຍ ອາຈານ ຂັນຕີ ວົງຄໍາສານ
ບໍ​ລິ​ສັດ ​ລາວ​ວາ​ລູ ປະ​ເມີນ​ມູນ​ຄ່າ​ຊັບ​ສິນ / Lao Value Property Valuation Sole Co., Ltd
​ທີ່​ປືກ​ສາເລື່ອງ​ມູນ​ຄ່າ​ຊັບ​ສິນ ຮັບ​ວຽກປະ​ເມີນ​ ແລະ​ ຈັດ​ສຳ​ມະ​ນາ​ການ​​ປະ​ເມີນ
ໂທ 030 9990909 ໂທ/WhatsApp: 020 23333347
www.laovalue.com

Hits: 44