ການ​ປະ​ເມີນ​ມູນ​ຄ່າ​ຊັບ​ສິນ (Property Valuation)


ການປະເມີນລາຄາ ຄືການປະມານການຂອງມູນຄ່າ, ແມ່ນການພິຈາລະນາກຳນົດ, ວິເຄາະຕາມລະບົບ ແລະ ບັນທຶກຕາມຂໍ້ມູນທີ່ແທ້ຈິງຂອງຊັບສິນ ຫຼືເວົ້າອີກຢ່າງ ການປະເມີນມູນຄ່າຂອງຊັບສິນ ແມ່ນການໃຫ້ຄຳເຫັນກ່ຽວກັບມູນຄ່າຂອງຊັບສິນຂອງນັກປະເມີນລາຄາ ທີ່ມີທັກສະ, ປະສົບການ, ຄວາມຮູ້ຄວາມສາມາດ ແລະ ມີຫຼັກວິຊາສະເພາະທາງດ້ານປະເມີນລາຄາ.

ມູນຄ່າ (Value)

ຄືການປະມານໃນການປະເມີນມູນຄ່າຊັບສິນ ຫຼື ເປັນການຄາດຄະເນຜົນປະ ໂຫຍດທີ່ຄາດວ່າຈະໄດ້ຮັບໃນອານາຄົດຂອງຊັບສິນນັ້ນ ຜູ້ປະເມີນລາຄາອາດຈະໃຫ້ຄຳເຫັນຂອງມູນຄ່າໄດ້ແຕກຕ່າງກັນ ເຊິ່ງບໍ່ຈຳເປັນຕ້ອງຄືກັນ ແລ້ວແຕ່ວ່ານັກປະເມີນຜູ້ໃດຈະມີການເກັບກຳລວບລວມຂໍ້ມູນໄດ້ຫຼາຍກວ່າກັນ.

ຈຸດປະສົງຂອງການປະເມີນລາຄາ(Valuation Purpose)

  1.     ການຊື້ – ຂາຍ (Buy – Sale)

ໃນການຊື້ຂາຍອະສັງຫາລິມະຊັບ ກໍຄືກັນກັບການຂາຍສິນສິນຄ້າທົ່ວໄປ ເຊິ່ງຜູ້ຊື້ເວລາໃດກໍຢາກຊື້ໃນລາຄາທີ່ຖືກສຸດ ສ່ວນຜູ້ຂາຍກໍຢາກຈະຂາຍໃນລາ ຄາທີ່ສູງທີ່ສຸດ ເປັນເຫດໃຫ້ຕ້ອງມີຄົນກາງເຂົ້າມາກ່ຽວຂ້ອງນັ້ນກໍຄືນັກປະເມີນລາຄານັ້ນເອງ ເຊິ່ງຜູ້ປະເມີນບໍ່ມີສ່ວນໄດ້ເສຍກັບທັງສອງຝ່າຍ ໂດຍສະເໜີມູນຄ່າຢ່າງເປັນທໍາ ແລະ ສະເໜີຄວາມເຫັນຂອງມູນຄ່າຊັບສິນ ເຊິ່ງຈະຊ່ວຍໃຫ້ຜູ້ຊື້ ແລະ ຜູ້ຂາຍຕົກລົງຊື້ຂາຍຊັບສິນນໍາກັນໄດ້.

 

ໂດຍ: ອາຈານ ຂັນຕີ ວົງຄໍາສານ

Hits: 2