First 9 valuation firms in Laos, teamed up under guidance of Lao Security Commission to establish Lao Appraisal Club and association in near future.
ຄະນະກຳມະການຄຸ້ມຄອງຫຼັກຊັບ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຕົກລົງແຕ່ງຕັ້ງຄະນະທີ່ປຶກສາສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນແຫ່ງສປປລາວ ເຊີ່ງແມ່ນເຈົ້າຫນ້າທີ່ສຳນັກງານ ຄຄຊ ແລະ
ແຕ່ງຕັ້ງຄະນະສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ດັ່ງມີລາຍຊື່ລຸ່ມນີ້:
- ທ່ານ ສົມສີ ແສນຄຳ ຜູ້ອຳນວຍການ ບໍລິສັດເອເຊຍໂລຕັດ……..ຫົວໜ້າຄະນະ;
- ທ່ານ ຫຸມພັນ ໄຊຍະລາດ ຜູ້ອຳນວຍການ ບໍລິສັດລາວວວາລູປະເມີນມູນຄ່າຊັບສິນ………………..ຮອງຫົວໜ້າຄະນະ;
- ທ່ານ ປອ ປະສິດຕິຜົນ ພອນວັນທາ ຮອງຜູ້ອຳນວຍການ………….………..ຮອງຫົວໜ້າຄະນະ;
- ແລະ ອີກ 6ບໍລິສັດເປັນຄະນະ
ຄະນະທີ່ປຶກສາໃນການສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ມີພາລະບົດບາດ, ສິດ ແລະ ໜ້າທີ່
ດັ່ງລຸ່ມນີ້:
- ຊຸກຍູ້, ໃຫ້ການແນະນຳ, ປຶກສາ ແລະ ປະສານສົມທົບ ຕໍ່ຄະນະສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນໃນການປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເພື່ອຄົ້ນຄວ້າຄວາມພ້ອມໃນການສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ແລະ ພາຍຫຼັງການສ້າງຕັ້ງຊົມລົມ;
- ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຊຸກຍູ້ສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ແລະ ຊຸກຍູ້ຫັນ ຊົມລົມເປັນສະມາຄົມບໍລິສັດປະເມີນມູນຄ່າຊັບສິນ ໃນຕໍ່ໜ້າ;
- ປະສານສົມທົບກັບບໍລິສັດປະເມີນມູນຄ່າຊັບສິນ ເພື່ອຄັດເລືອກເອົາບຸກຄະລາກອນທີ່ຈະປະກອບເຂົ້າໃນໂຄງຮ່າງການຈັດຕັ້ງຂອງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ຕາມມະຕິ ກອງປະຊຸມຄັ້ງປະຖົມມະລຶກຂອງ ສຳນັກງານ ຄຄຊ ກັບ ຄະນະອຳນວຍການບໍລິສັດປະເມີນມູນຄ່າຊັບສິນ ໂດຍການເປັນປະທານກອງປະຊຸມຂອງ ສຳນັກງານ ຄຄຊ;
- ຄົ້ນຄວ້າການສະເໜີ ຕາມສິດ ແລະ ໜ້າທີ່ ຂອງຄະນະສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນໃນມາດຕາ 4 ເພື່ອລາຍງານ ທ່ານຫົວໜ້າສຳນັກງານ ພິຈາລະນາ;
- ຕິດຕາມການປະຕິບັດແຜນການເຮັດວຽກຕາມ ສິດ ແລະ ໜ້າທີຂອງຄະນະສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ຕາມການລາຍງານ;
- ຈັດກອງປະຊຸມຮ່ວມກັບຄະນະສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ກ່ຽວກັບ ຄວາມຄືບໜ້າໃນການສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ໃນທຸກໆວັນທີ 30 ຂອງເດືອນທີສາມ ຂອງໄຕມາດ ແລະ ຖ້າມື້ຈັດກອງປະຊຸມ ກົງກັບ ມື້ພັກລັດຖະການ ຫຼື ວັນ ເສົາ-ອາທິດ ແມ່ນໃຫ້ຈັດກອງປະຊຸມໃນມື້ຖັດໄປ. ກໍລະນີ ຈຳເປັນ ກໍ່ສາມາດຮຽກປະຊຸມວິສາມັນໄດ້;
- ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ສິດ ແລະ ໜ້າທີ່ ຂອງຄະນະສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນຕໍ່ ຫົວໜ້າສໍານັກງານ ຄຄຊ ປະຈຳເດືອນ, ໄຕມາດ, 6 ເດືອນ ແລະ ປີ;
- ປະຕິບັດວຽກອື່ນໆຕາມການມອບໝາຍຂອງ ທ່ານຫົວໜ້າສຳນັກງານ ຄຄຊ.
Hits: 13