ໃນວັນທີ 22 ທັນວາ 2021 ​ທີ່ນະ​ຄອນ​ຫລວງວຽງ​ຈັນ ໄດ້ເປີດກອງປະຊຸມ ສະຫລຸບວຽກງານ ປະຈຳປີ 2021 ຂອງຊົມລົມບໍລິສັດປະເມີນມູນລະຄ່າຊັບສິນ ໂດຍການເປັນປະທານ ຂອງ ທ່ານ ນາງ ວຽງດາລີ ສຸພານຸວົງ ຮອງຫົວໜ້າສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຮ່ວມກັບ ສົມສີ ແສນຄຳ ປະທານຊົມລົມບໍລິສັດປະເມີນມູນຄ່າຊັບສິນ ແລະ ທ່ານ ຫົວໜ້າພະແນກຄຸ້ມຄອງສະຖາບັນສື່ກາງດ້ານຫລັກຊັບ, ຜູ້ອໍານວຍການ, ຮອງອຳນ່ວຍການ ແລະ ຜູ້ຕ່າງໜ້າບໍລິສັດປະເມີນເຂົ້າຮ່ວມ ພ້ອມນັ້ນຍັງໄດ້ເປີດ ນໍາໃຊ້ວິດີໂອ ສື່ສານຜ່ານ ໂປເເກຼມ Zoom ສຳລັບທ່ານທີ່ຢູ່ໄກບໍ່ສາມາດມາຮ່ວມໄດ້ ເນື່ອງຈາກຍັງຕິດພາລະກິດ ທີ່ຕ່າງປະເທດ ເຊິງມີຜູ້ເຂົ້າຮ່ວມທັງໝົດ 12 ທ່ານ ຍິງ 04 ທ່ານ. ແລະ ຜ່ານຊູມ 02 ທ່ານ ຜ່ານກອງປະຊຸມດ້ວຍບັນຍາກາດອັນອົບອຸ່ນ

  • ເນື້ອໃນກອງປະຊຸມດັ່ງລຸ່ມນີ້:
  1. ຜ່ານຮ່າງບົດສະຫລຸບວຽກງານການເຄື່ນໄຫວ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຂອງຊົມລົມບໍລິສັດປະເມີນມູນຄ່າຊັບສິນ.
  2. ຜ່ານຮ່າງກົດລະບຽບ ຂອງຊົມລົມບໍລິສັດປະເມີນມູນຄ່າຊັບສິນ
  3. ປຶກສາຫາລື ເປັນໝູ່ຄະນະ ສະເໝີຄໍາຄິດເຫັນແລກປ່ຽນ ແລະ ສະເໜີ ສະຫາຍ ມະຫາຊົນກ້າວໜ້າເຂົ້າຮຽນສະໜັັບສະໜູນແລະ ອື່ນໆ

ທ່ານ ສົມສີຄໍາແສນ ປະທານຊົມລົມ ແລະ ປະທານກອງປະຊຸມ ໄດ້ກ່າວເນື້ອໃນຈິດໃຈ ສະຫລຸບໂດຍຫຍໍ້ສະພາບລວມຂອງ ຊົມລົມບໍລິສັດປະເມີນມູນຄາຊັບສິນ ແລະ ໄຂກອງປະຊຸມຢ່າງເປັນທາງການ.

ທ່ານ ປອ ປະສິດທິຜົນ ພອນວັນທາ ຮອງປະທານຊົມລົມ ໄດ້ຜ່ານຮ່າງບົດສະຫລຸບວຽກງານການເຄື່ນໄຫວ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຂອງຊົມລົມບໍລິສັດປະເມີນມູນຄ່າຊັບສິນ.

ທ່ານ ຫຸມພັນ ໄຊຍະລາດ ຮອງປະທານຊົມລົມ ຂຶ້ນຜ່ານຮ່າງກົດລະບຽບຂອງຊົມລົມບໍລິສັດປະເມີນມູນຄ່າຊັບສິນ.

ນອກ​ຈາກ​ນັ້ນ ທ່ານ ນາງ ວຽງດາລີ ສຸພານຸວົງ ຮອງຫົວໜ້າ ສຄຄຊ ມີຄໍາເຫັນ ແລະ ທິດຊີ້ນຳຕໍ່ກັບກອງປະຊຸມ ກ່ອນອື່ນໝົດແມ່ນຂໍຊົມເຊີຍຄະນະຈັດຕັ້ງກໍ່ຄືຄະນະປະທານຊົມລົມ ທີ່ໄດ້ຫ້າງຫາກະກຽມກອງປະຊຸມ ແລະ ມີບົດສະສຸບວຽກງານໃນປີ ແລະ ແຜນການຕໍ່ໜ້າ ຊີ່ງມັນໄດ້ຊີ້ໃຫ້ເຫັນຄວາມເອົາໃຈໃສ່ຕໍ່ກັບວຽກງານດັ່ງກວ່າ ເຖີງວ່າຈະມີຂໍ້ຕົກລົງພຽງແຕ່ 4 ເດືອນ ແຕ່ໝາກຜົນທີ່ໄດ້ຮັບແມ່ນເກີນຄາດໝາຍ ແຕ່ກໍ່ມີບາງຄວາມເຫັນທີ່ຈະເໜັນຕື່ໃຄື: ການສ້າງແຜນການ ແລະ ການສະເໜີເປັນສະມາຄົມນັ້ນ ຄະນະສຄຄຊ ກໍ່ໄດ້ປຶກສາຫາລືກັນກ່ອນໜ້ານີ້ແລ້ວ ໃນການສ້າງເປັນຊົມລົມ ໄປກ່ອນ ຈຶ່ງນໍາເອົາຜົນງານ ແລະ ສະເໜີຕາມພາຍຫລັງ ໃນເວລາທີ່ເໝາະສົມ ແຕ່ກໍ່ຈະສະເໜີໄປຕາມຂັ້ນຕອນ ຈີງຍາກໃຫ້ເນັ້ນຊົມລົມໃຫ້ມີຈຸດແຂງທັງດ້ານການປະເມີນ, ຄວາມໜ້າເຊື່ອຖື ເພາະວຽກງານປະເມີນແມ່ນເປັນວຽກໃໝ່ ໃນສປປລາວ ກ່ອນອື່ນໝົ້ດຕ້ອງສ້າງກົດລະບຽບ, ສິດໜ້າທີຂອງຄະນະຢ່າງຈະແຈ້ງ, ແລກປ່ຽນດ້ານວິຊາການ, ສ້າງຜົນງານ ໂດຍຖຶເອົາຈັນຍາບັນນັກປະເມີນເປັນຈຸດສຳຄັນ. ສົ່ງເສີມຊ່ວຍເຫລືອເຊີງກັນແລະກັນ, ພ້ອມນັ້ນກໍ່ຕ້ອງເປັນກຳລັງລັກໃຫ້ແກ່ ສຄຄຊ ໃນການຈັດຕັ້ງປະຕິບັດວຽກງານປະເມີນ.ຫາກ​ຊົມ​ລົມ​ເຂັ້ມ​ແຂງ​ແລ້ວ​ຈື່ງ​ຫາ​ເງື່ອນ​ໄຂ​ກ້າວ​ເປັນ​ສະ​ມາ​ຄົມ​ຜູ້​ປະ​ເມີນ​ມູນ​ຄ່າ​ແຫ່ງ​ສ​ປ​ປ​ລາວ ເປັນ​ຂັ້ນ​ຕອນ​ຕໍ່​ໄປ

 

Hits: 20