ຄຳອະທິບາຍທົ່ວໄປຂໍ້ທີ່ 10 ການໃຊ້ຂໍ້ມູນກ່ຽວກັບຂະໜາດຂອງທີ່ດິນ ອາຄານ ແລະ ສິ່ງປຸກສ້າງ.

10.1 ການໃຊ້ຂະຫນາດຂອງທີ່ດິນ ຫຼື ອາຄານນັ້ນຄວນມີການກວດສອບເບິ່ງຄວາມຍາວແລະຂະຫນາດທຸກເທື່ອເມື່ອທົບທວນກັບຂໍ້ມູນຂະໜາດທີ່ດິນ ແລະ ອາຄານທີ່ໄດ້ຮັບ. ເພື່ອໃຫ້ແນ່ໃຈວ່າຂໍ້ມູນຂະຫນາດທີ່ຈະນຳມາໃຊ້ວິເຄາະນັ້ນ ແມ່ນມີຄວາມຖືກຕ້ອງໃກ້ຄືກັນ.

10.2 ການນຳໃຊ້ຂະໜາດຂອງອາຄານແຕ່ລະປະເພດນັ້ນ ອາດມີຄວາມແຕກຕ່າງກັນ ດັ່ງນີ້ຜູ້ປະເມີນຈະຕ້ອງເລືອກໃຊ້ຂະໜາດຂອງອາຄານໃຫ້ເໝາະສົມ ເຊັນການປະເມີນດ້ວຍວິທີຕົ້ນທືນຕໍ່ໜ່ວຍພື້ນທີ່ (Square- Meter Method) ພື້ນທີ່ທີ່ໃຊ້ໃນການຄິດໄລ່ ລວມເຖິງເສົາ, ບັນໄດ. ໃນຂະນະພື້ນທີ່ເພື່ອການເຊົ່າອາດຈະຕ້ອງຫັກພຶ້ນທີ່ເສົາອອກກ່ອນ ຫຼື ບໍ່ດັ່ງນັ້ນ ຜູ້ປະເມີນຈະຕ້ອງສອບຖາມເພື່ອຢືນຢັ້ງກັບລູກຄ້າ ຜູ້ຮັບບໍລິການເຖິງຫຼັກເກນໃນການຄິດໄລ່ພື້ນທີ່ ເພື່ອໃຊ້ຄິດໄລ່ຫາຄ່າເຊົ່າ.

10.3 ຜູ້ປະເມີນຄວນຈະຕ້ອງຈຳແນກປະເພດຂອງພື້ນທີ່ໃນອາຄານໃຫ້ເໝາະສົມ ໃນການໃຊ້ກໍລະນີວິທີຕົ້ນທຶນຕໍ່ໜ່ວຍພື້ນທີ່ ເພື່ອສາມາດຄິດໄລ່ຫາຄ່າຕົ້ນທຶນໄດ້ເໝາະສົມ ເຊັ້ນການຈຳແນກພື້ນທີ່ພາຍໃນອາຄານເປັນພື້ນທີ່ໃຊ້ສອຍ ພື້ນທີ່ສວ່ນລະບຽງ ແລະ ພື້ນທີ່ບ່ອນຈອດລົດໃຕ້ດິນເປັ້ນຕົ້ນ.

 

(It will be applied to Laos Valuation Association soon)

Source: Valuers Association of Thailand https://vat.or.th/ 

Hits: 2