ຄຳອະທິບາຍທົ່ວໄປຂໍ້ທີ່ 8 ການທົບທວນການປະເມີນມູນຄ່າຊັບສິນ

ຄໍາອະທິບາຍທົ່ວໄປກ່ຽວກັບຫົວຂໍ້ນີ້. ມັນກວມເອົາແນວຄວາມຄິດພື້ນຖານ ແລະ ຫຼັກການທີ່ຈໍາເປັນສໍາລັບການເຂົ້າໃຈມາດຕະຖານດ້ານວິຊາຊີບກ່ຽວກັບການທົບທວນການປະເມີນມູນຄ່າຊັບສິນ.

8.1 ການທົບທວນຄືນການປະເມີນມູນຄ່າຊັບສິນ ເປັນການສະເໜີຄວາມຄິດເຫັນກ່ຽວກັບມູນຄ່າຂອງຊັບສິນ. ໂດຍຜູ້ປະເມີນອິດສະຫຼະພາຍໃຕ້ເງື່ອນໄຂອັນຈຳກັດ ເພື່ອໃຫ້ຄວາມເຫັນເປັນໄລຍະເວລາ  ຢ່າງຕໍ່ເນື່ອງ ຈົນກວ່າຈະມີການປະເມີນມູນຄ່າຊັບສິນອີກຄັ້ງເທື່ອໜື່ງ  ການທົບທວນຄືນສາມາດເຮັດເປັນເດືອນ, ໄຕມາດ, ຫຼື ໃນເວລາໃດກໍ່ຕາມ ຖ້າການປະເມີນມູນຄ່າຊັບສິນຈຳເປັນຕ້ອງດຳເນີນການໃນໄລຍະຍາວ.

8.2 ເງື່ອນໄຂອັນຈຳກັດຂອງການທົບທວນການປະເມີນມູນຄ່າຊັບສິນ

8.2.1 ການທົບທວນເປັນການເຫັນ ໂດຍບໍ່ມີການກວດສອບຊັບສິນແມ່ນຄ້າຍຄືເຊັນ ການປະ  ເມີນມູນຄ່າຊັບສິນຕາມປົກກະຕິ ຢ່າງໃດກໍ່ຕາມຕ້ອງໄດ້ຮັບການຢັ້ງຢືນເປັນໜັງສືຈາກລູກຄ້າຜູ້ວ່າຈ້າງ ຫຼື ເຈົ້າຂອງຊັບສິນວ່າ ນອກເໜື່ອໄປຈາກລາຍໄດ້ຄ່າເຊົ່າ ເງື່ອນໄຂການເຊົ່າ ແລະ ລາຍລະອຽດອື່ນໆທີ່ລະບຸ ແລ້ວບໍ່ມີການປຽນແປງທາງກາຍຍະພາບຫຼື ລັກສະນະອື່ນແຕ່ຢ່າງໃດ ທີ່ສຳຄັນຕໍ່ຊັບສິນທີ່ປະເມີນ ຖ້າມີການປ່ຽນແປງທີ່ສໍາຄັນຕໍ່ມູນຄ່າຊັບສິນໃດ ຜູ້ປະເມີນຕ້ອງຂໍໃຫ້ມີການປະເມີນມູນຄ່າຊັບສິນ ຕາມປົກກະຕິສໍາລັບສິນຊັບເຫຼົ່ານັ້ນ. ພ້ອມລະບຸຂໍ້ແທ້ຈິງເຫຼົ່ານີ້ຢ່າງຊັດເຈນ. ໃນລາຍງານການທົບທວນການປະເມີນມູນຄ່າຊັບສິນ.

8.2.2 ການທົບທວນຈະດໍາເນີນການໄດ້ສະເພາະສໍາລັບມູນຄ່າຊັບສິນ ເຊິງເຮັດໂດຍຜູ້ປະເມີນລາຍດຽວກັນສໍາລັບລູກຄ້າຜູ້ວ່າຈ້າງ ຫຼື ເຈົ້າຂອງຊັບສິນນັ້ນ. ບໍ່ມີການທົບທວນໃດໆ. ການປະເມີນມູນຄ່າຊັບສິນ ເຊິງດຳເນີນການໂດຍຜູ້ປະເມີນພາຍນອກ (External Valuer) ລາຍອື່ນຫຼືການທົທວນສຳລັບຊັບສິນທີ່ປະເມີນມູນຄ່າໂດຍຜູ້ປະເມີນພາຍໃນ (Internal Valuer) ຂອງລູກຄ້າຜູ້ວ່າຈ້າງຫຼື ເຈົ້າຂອງຊັບສິນ ທັ້ນີ້ ບໍ່ວ່າຈະເປັນຊັບສິນທັງໝົດ ຫຼື ບາງສວ່ນ.

8.2.3 ການທົບທວນການປະເມີນມູນຄ່່າຂອງຊັບສິນ ມີເວບາໃນການເຮັດວຽກງານຈຳກັດກວ່າການປະເມີນມູນຄ່າຊັບສິນໂດຍປົກກະຕິ.

8.3 ແນວຄິດພື້ນຖານຂອງການທົບທວນ ການປະເມີນມູນຄ່າຊັບສິນ ໄດ້ແກ່ການຍອມຮັບວ່າການປະເມີນມູນຄ່າ ໂດຍບໍ່ມີການກວດສອບຢ່າງລະອຽດເທື່ອທີ່ແລ້ວຖືກຕ້ອງສົມບູນ ໃນວັນທີ່ປະເມີນມູນຄ່າ ແລະ ໄດ້ຍືດເປັນມາດຕະຖານສຳລັບການທົບທວນຄັ້ງຕໍ່ໄປ ດັ່ງນັ້ນການ ທັທວນການປະເມີນມູນຄ່າຂອງຊັບສິນ ຜູ້ປະເມີນຈື່ງໃຫ້ຄວາມສົນໃຈສະເພາະສຳຫຼັບການປຽນແປງ ທີ່ສຳຄັນໃນຊວ່ງເວລາຜ່ານມາ ທັ້ງເວັ້ນເສຍແຕ່ວ່າໄດ້ມີການກວດສອບພົບຄວາມຜິດພາດ ຢ່າງສຳຄັນໃນລາຍງານການປະເມີນມູນຄ່າຊັບສິນ ທີ່ຜ່ານມາ ນອກເໜືອໄປຈາກລາຍລະອຽດການປ່ຽນແປງທີ່ະບຸໂດຍລູກຄ້າຜູ້ຮັບບໍລິການ ຫຼື ເຈົ້າຂອງຊັບສິນ.

8.4 ຮູບແບບການນຳສະເໜີລາຍງານການປະເມີນມູນຄ່າຊັບສິນ ຈະຕ້ອງເປັນໄປຕາມມາດຕະຖານທີ່ກຳໜົດ.

Hits: 2