ມາດຕະຖານວິຊາຊີບເລື່ອງທີ 3  ຫຼັກເກນການປະເມີນທີ່ບໍ່ແມ່ນການກໍານົດມູນຄ່າຕະຫຼາດ

ການປະເມີນທີ່ບໍ່ແມ່ນການກໍານົດມູນຄ່າຕະຫຼາດເປັນການປະເມີນມູນຄ່າຊັບສິນບາງປະເພດທີ່ມີລັກສະນະ ສະເພາະ ຫຼື ມີການຊື້ຂາຍໜ້ອຍ ຫຼື ບໍ່ມີການຊື້ຂາຍເລີຍ ຫຼື ວັດຖຸປະສົງສະເພາະ ຫຼື ມີຂໍ້ມູນຕະຫຼາດບໍ່ພຽງພໍທີ່ຈະ ໃຊ້ປຽບທຽບເພື່ອໃຫ້ໄດ້ມາເຊິ່ງມູນຄ່າຕະຫຼາດຂອງຊັບສິນໂດຍທົ່ວໄປຫຼັກເກນການປະເມີນທີ່ບໍ່ແມ່ນການກຳນົດ ມູນຄ່າຕະຫຼາດຈະພິຈາລະນາເຖີງອັດທະປະໂຫຍດທາງເສດຖະກິດ ຫຼື ການໃຊ້ປະໂຫຍດຂອງຊັບສິນສ່ວນໃດ ສ່ວນໜື່ງໂດຍບໍ່ມີຄໍານືງເຖິງຄວາມສາມາດທີ່ຈະຊື້ໄດ້ ຫຼື ຂາຍໄດ້ໃນຕະຫຼາດ ຫຼື ຜົນກະທົບທີ່ເກີດຈາກສະພາວະ ຕະຫຼາດທີ່ບໍ່ປົກກະຕິສໍາລັບຊັບສິນນັ້ນ.

ການປະເມີນທີ່ບໍ່ແມ່ນການກໍານົດມູນຄ່າຕະຫຼາດ ຜູ້ປະເມີນຕ້ອງປະຕິບັດຕາມຫຼັກເກນດັ່ງຕໍ່ໄປນີ້:

3.1 ຕ້ອງມີຄວາມເຂົ້າໃຈໃນຄວາມແຕກຕ່າງລະຫວ່າງຫຼັກເກນການປະເມີນເພື່ອກຳນົດມູນຄ່າຕະຫຼາດ ແລະຫຼັກເກນການປະເມີນທີ່ບໍ່ແມ່ນການກໍານົດມູນຄ່າຕະຫຼາດ ລວມທັງຜົນກະທົບທີ່ອາດເກີດຈາກການນໍາຫຼັກເກນ ດັ່ງກ່າວໄປປະຍຸກໃຊ້ ແລະ ຕ້ອງສາມາດໃຊ້ຫຼັກເກນດັ່ງກ່າວໃຫ້ເໝາະສົມກັບວັດຖຸປະສົງຂອງການປະເມີນ ແລະ ປະເພດຊັບສິນໄດ້

3.2 ໃນການໃຊ້ຫຼັກເກນການປະເມີນທີ່ບໍ່ແມ່ນການກໍານົດມູນຄ່າຕະຫຼາດຜູ້ປະເມີນຕ້ອງສະແດງເຫດຜົນ ແລະ ຄວາມຈຳເປັນທີ່ຕ້ອງໃຊ້ຫຼັກເກນດັ່ງກ່າວ ແລະ ຕ້ອງລະບຸໄວ້ໃນລາຍງານການປະເມີນຢ່າງຊັດເຈນ

3.3 ໃນການປະເມີນຕາມຫຼັກເກນການປະເມີນທີ່ບໍ່ແມ່ນການກໍານົດມູນຄ່າຕະຫຼາດຫາກມີຄວາມຈໍາເປັນ ຕ້ອງ ໃຊ້ສົມມຸດຖານພິເສດຜູ້ປະເມີນຕ້ອງລະບຸເຖິງສົມມຸດຖານພິເສດທີ່ໃຊ້ໃຫ້ຊັດເຈນໂດຍຕ້ອງສອດຄ່ອງກັບວັດຖຸ ປະສົງຂອງການປະເມີນ ແລະ ລັກສະນະຂອງຊັບສິນ

3.4 ຕ້ອງໃຊ້ວິທີການປະເມີນທີ່ເໝາະສົມ ແລະ ສາມາດສະແດງທີ່ມາຂອງການກຳນົດມູນຄ່າໄດ້ຢ່າງຊັດເຈ ຕາມສົມຄວນທັງນີ້ຜູ້ປະເມີນອາດໃຊ້ວິທີປຽບທຽບລາຄາຕະຫຼາດ(market approach),ວິທີພິຈາລະນາຈາກ (income approach), ລາຍໄດ້ ວິທີຄິດຈາກຕົ້ນທຶນ (cost approach) ວິທີຄໍານວນມູນຄ່າຄົງເຫຼືອສຸດ (residual method) ຫຼື ວິທີອື່ນໆທີ່ເປັນທີ່ຍອມຮັບໃນວິຊາຊີບ ໂດຍໃຫ້ສອດຄ່ອງກັບວັດຖຸປະສົງຂອງການ ເມີນປະເພດ ແລະ ລັກສະນະການໃຊ້ປະໂຫຍດຂອງເຈົ້າຂອງຊັບສິນ

3.5 ການປະເມີນເພື່ອກຳນົດມູນຄ່າດັ່ງຕໍ່ໄປນີ້ ໃຫ້ໃຊ້ຫຼັກເກນການປະເມີນທີ່ບໍ່ແມ່ນການກໍານົດມູນຄ່າຕະຫຼາດ

3.5.1 ມູນຄ່າການລົງທຶນ (Investrrent value or worth) ເປັນການກໍານົດມູນຄ່າຂອງຊັບສິນທີ່ມີ ຕໍ່ນັກລົງທຶນຄົນໃດຄົນໜຶ່ງ ຫຼື ກຸ່ມກຸ່ມໜຶ່ງສຳຫຼັບວັດຖຸປະສົງ ຫຼືຫຼັກເກນການລົງທຶນທີ່ນັກລົງທຶນສະເພາະ ລາຍການນັ້ນ ຫຼື ກຸ່ມນັ້ນກຳນົດໄວ້ ຈຶ່ງອາດເປັນມູນຄ່າທີ່ບໍ່ມີຄວາມກ່ຽວຂ້ອງກັບນັກລົງທຶນຄົນອື່ນ ຫຼື ກຸ່ມອື່ນໃນຕະຫຼາດ;

3.5.2 ມູນຄ່າຈາກການໃຊ້ປະໂຫຍດ (value In Lise) ເປັນການກໍານົດມູນຄ່າຂອງຊັບສິນທີ່ມີການ ໃຊ້ປະໂຫຍດສະເພາະ (specific user) ສາລັບຜູ້ໃຊ້ປະໂຫຍດສະເພາະ (specific user)ໂດຍຈະ ພິຈາລະນາເຖິງມູນຄ່າທີ່ຊັບສິນມີສ່ວນກໍ່ໃຫ້ເກີດປະໂຫຍດກິດຈະການໂດຍສ່ວນລວມແຕ່ບໍ່ໄດ້ພິຈາລະນາການໃຊ້ ປະໂຫຍດສູງສຸດໃນຊັບສິນ (highestard best use)ຫຼື ຈໍານວນເງີນທີ່ອາດໄດ້ຮັບຖ້າຫາກນຳຊັບສິນອອກ ຂາຍ ຫຼັກເກນການກຳນົດມູນຄ່ານີ້ເປັນໄປຕາມມາດຕະຖານການບັນຊີເຊິ່ງໃຫ້ນິຍາມມູນຄ່າການໃຊ້ປະໂຫຍດໄວ້ວ່າ ໝາຍເຖິງ ມູນຄ່າປະຈຸບັນຂອງປະມານການກະແສເງິນສົດທີ່ຄາດວ່າຈະໄດ້ຮັບຈາກການໃຊ້ປະໂຫຍດຢ່າງຕໍ່ເນື່ອງ ໃນຊັບສິນ ແລະ ຈາກການຈຳໜ່າຍຊັບສິນອອກໄປເມື່ອສິ້ນສຸດການໃຊ້ປະໂຫຍດ (useful life);

3.5.3 ມູນຄ່າກິດຈະການ (going concern value) ເປັນມູນຄ່າຂອງກິດຈະການໂດຍລວມເຊິ່ງ ຫຼັກການ ຫຼື ແນວຄິດໃນການປະເມີນມູນຄ່າກິດຈະການທີ່ຄົງຢູ່ຢ່າງຕໍ່ເນື່ອງອາດຈະນຳໄປໃຊ້ກໍານົດມູນຄ່າຂອງຊັບ ສີນແຕ່ລະສ່ວນທີ່ມີຕໍ່ມູນຄ່າໂດຍລວມຂອງກິດຈະການໄດ້ ແບບໃດກໍ່ດີມູນຄ່າຂອງຊັບສິນແຕ່ລະສ່ວນໃນຕົວຂອງ ມັນເອງນັ້ນບໍ່ແມ່ນມູນຄ່າຕະຫຼາດ ດັ່ງນັ້ນ, ມູນຄ່າກິດຈະການຕາມຫຼັກເກນນີ້ຈະໃຊ້ສະເພາະກໍລະນີທີ່ຊັບສິນຖືເປັນ ສ່ວນໜຶ່ງ

(a constituert part) ຂອງກິດຈະການເທົ່ານັ້ນ;

 

3.5.4 ມູນຄ່າປະກັນໄພ (insurable value)ເປັນມູນຄ່າຂອງຊັບສິນຕາມນິຍາມທີ່ກໍານົດໃນກົມປະກັນໃຜ

3.5.5 ມູນຄ່າທາງພາສີ(assessed or taxable value) ເປັນມູນຄ່າຂອງຊັບສິນຕາມນິຍາມທີ່ ກໍານົດໃນກົດໝາຍທີ່ກ່ຽວຂ້ອງຜູ້ປະເມີນຈະຕ້ອງທຳຄວາມເຂົ້າໃຈໃຫ້ຊັດເຈນວ່າ ໃນບາງກໍລະນີເຖິງຈະມີການລະບຸ ເຖິງການກໍານົດມູນຄ່າຕະຫຼາດໄວ້ໃນກົດໝາຍທີ່ກ່ຽວຂ້ອງແຕ່ມູນຄ່າຕະຫຼາດທີ່ລະບຸນັ້ນອາດບໍ່ແມ່ນມູນຄ່າຕະຫຼາດ ໃນຄວາມໝາຍຕາມມາດຕະຖານນີ້ເພາະນິຍາມ ຫຼື ຄວາມໝາຍທີ່ເຂົ້າໃຈອາດມີຄວາມແຕກຕ່າງໄປຈາກນິຍາມທີ່ ກໍານົດໄວ້ໃນມາດຕະຖານນີ້

3.5.6 ມູນຄ່າພິເສດ (special value) ໂດຍທົ່ວໄປຈະເປັນມູນຄ່າທີ່ສູງກວ່າມູນຄ່າຕະຫຼາດດ້ວຍເຫດ ທີ່ຊັບສີນອາດມີຄວາມກ່ຽວພັນທາງກາຍະພາບ ທາງການໃຊ້ປະໂຫຍດ ຫຼື ທາງເສດຖະກິດກັບຊັບສິນອື່ນເຊັ່ນ ຂັບ ສິນທີ່ໄດ້ຮັບປະໂຫຍດຈາກຊັບສິນອື່ນເນື່ອງຈາກຢູ່ໃນທຳເລທີ່ຕັ້ງໃກ້ກັນເປັນຕົ້ນເຊິ່ງມູນຄ່າສ່ວນທີ່ເພີ່ມຂຶ້ນຈາກມູນ ຄ່າຕະຫຼາດດັ່ງກ່າວເປັນມູນຄ່າທີ່ມີສະເພາະຕໍ່ເຈົ້າຂອງ ຫຼື ຜູ້ໃຊ້ປະໂຫຍດ ຫຼື ຜູ້ທີ່ກໍາລັງຈະເປັນເຈົ້າຂອງ ຫຼື ຜູ້ທີ່ ກໍາລັງຈະໃຊ້ປະໂຫຍດໃນຊັບສິນນັ້ນເທົ່ານັ້ນແຕ່ບໍ່ແມ່ນມູນຄ່າທີ່ມີຕໍ່ຕະຫຼາດໂດຍລວມ ຫຼື ອີກໃນໜຶ່ງຄືເປັນມູນຄ່າ ທີ່ມີຕໍ່ຜູ້ຊື້ທີ່ມີຜົນປະໂຫຍດພິເສດ(a purchaser with aspecial Interest) ເທົ່ານັ້ນມູນຄ່າພິເສດຍັງອາດຈະ ຫມາຍລວມເຖິງມູນຄ່າໃນແຕ່ລະສ່ວນເຊິ່ງປະກອບຂື້ນເປັນມູນຄ່າກິດຈະການໂດຍລວມ (going coricern value) ຫຼື ມູນຄ່າການລົງທຶນ(investment value);

3.5.7 ມູນຄ່າບັງຄັບຂາຍ (forced sale value) ເປັນຈໍານວນນເງິນທີ່ຈະໄດ້ຮັບຈາກການຂາຍຊັບ ສິນອອກໄປພາຍໃຕ້ເງື່ອນໄຂທີ່ຜູ້ຂາຍຖືກກົດດັນໃຫ້ຂາຍໃນໄລຍະເວລາທີ່ສັ້ນກວ່າໄລຍະເວລາທີ່ພຽງພໍທີ່ຈະທຳ ການຊື້ຂາຍໂດຍປົກກະຕິເຊິ່ງບໍ່ເປັນໄປຕາມນິຍາມຂອງມູນຄ່າຕະຫຼາດ ໃນບາງກໍລະນີມູນຄ່າບັງຄັບຂາຍອາດໝາຍ ເຖິງມູນຄ່າເຊິ່ງຜູ້ຂາຍທີ່ບໍ່ເຕັມໃຈຂາຍແລະ ຜູ້ຊື້ເຊິ່ງຮູ້ຂໍ້ເສຍປຽບຂອງຜູ້ຂາຍ;

3.5.8 ມູນຄ່າຊາກ(salvage value) ເປັນມູນຄ່າຂອງຊັບສິນເຊິ່ງຖືກຈຳໜ່າຍອອກໄປແຍກຕ່າງຫາກ ຈາກທີ່ດິນເຊິ່ງບໍ່ມີການພິຈາລະນາທີ່ຈະດົງການໃຊ້ປະໂຫຍດໃນຊັບສິນຫາກບໍ່ມີການປັບປຸງສ້ອມແຊມ ຫຼື ດັດແປງພິເສດໃດໆມູນຄ່າທີ່ປະເມີນອາດເປັນມູນຄ່າກ່ອນ ຫຼື ຫຼັງການຫັກຄ່າໃຊ້ຈ່າຍໃນການຂາຍກໍໄດ້ຫາກເປັນມູນຄ່າຫຼັງ ຫັກຄ່າໃຊ້ຈ່າຍໃນການຂາຍມູນຄ່າທີ່ໄດ້ຈະເປັນມູນຄ່າສຸດທິຈາກການຂາຍ (net realizable value);
3.5.9 ມູນຄ່າຕົ້ນທຶນທົດແທນສຸດທິ (epreciated replacerert cost) ເປັນຮູບແບບໜຶ່ງຂອງ ການປະຍຸກໃຊ້ການປະເມີນໂດຍຄິດຈາກຕົ້ນທຶນ (cost approach)ການປະເມີນໂດຍຄິດຈາກຕນທນອາດໃຊ້ ກໍານົດມູນຄ່າຕະຫຼາດໄຕ້ ຫາກຂໍ້ມູນທຸກສ່ວນທີ່ໃຊ້ໃນການປະເມີນເປັນຂໍ້ມູນຕະຫຼາດ.

Hits: 0