ມາດຖານວິຊາຊີບເລື່ອງທີ 1ຄຸນສົມບັດຂອງຜູ້ປະເມີນ 

ມາດຖານກ່ຽວກັບຄຸນສົມບັດຂອງຜູ້ປະເມີນ ເປັນມາດຕະຖານທີ່ລະບຸເຖິງຄຸນສົມບັດຄວາມຮູ້ຄວາມ ສາມາດ ແລະປະສົບການທີ່ຜູ້ປະເມີນຫາກໍ່ມີຕະຫຼອດຈົນສິ່ງທີ່ຜູ້ປະເມີນຈະຕ້ອງຮັບຮູ້ ແລະປະຕິບັດຕາມໃນສ່ວນ ທີ່ກ່ຽວກັບບົດບາດໜ້າທີ່ ແລະແນວປະຕິບັດທີ່ຖືກຕ້ອງ ພາຍໃຕ້ເງື່ອນໄຂ ແລະສະຖານະການຕ່າງໆທີ່ຜູ້ປະເມີນ ຈະຕ້ອງປະເຊີນໃນການໃຫ້ບໍລິການແກ່ລູກຄ້າຜູ້ຮັບບໍລິການທັງນີ້ເພື່ອໃຫ້ຫມັ້ນໃຈໄດ້ວ່າ ນອກຈາກຜູ້ປະເມີນຈ ຕ້ອງເປັນຜູ້ທີ່ມີຄວາມຮູ້ ແລະປະສົບການທີ່ເໝາະສົມແລ້ວ ຍັງຕ້ອງເຂົ້າໃຈ ແລະເຮັດໜ້າທີ່ຕາມບົດບາດທີ່ຖືກຕ້ອງ ໃນການໃຫ້ບໍລິການແກ່ລູກຄ້າ ຕະຫຼອດຈົນຕ້ອງມີຄວາມເປັນອິດສະຫຼະໃນການປະຕິບັດໜ້າທີ່ດ້ວຍ.

ຜູ້ປະເມີນທີ່ຈະປະຕິບັດງານປະເມີນມູນຄ່າຊັບສິນຕ້ອງມີຄຸນສົມບັດດັ່ງນີ້:

1.1 ຜູ້ປະເມີນຕ້ອງມີຄວາມຮູ້ ຄວາມສາມາດ ແລະປະສົບການທາງວິຊາຊີບ ເຊິ່ງພິຈາລະນາໄດ້ວ່າພຽງພໍສຳລັບ ການປະເມີນ1.2 ຜູ້ປະເມີນຕ້ອງມີຄຸນສົມບັດຂັ້ນຕໍ່າທາງວິຊາຊີບຕາມທີ່ກໍານົດໂດຍກົດໝາຍທີ່ກ່ຽວຂ້ອງກັບການກໍາກັບເອົາ ໃຈໃສ່ຜູ້ປະເມີນລວມເຖີງຂໍ້ກໍານົດຂອງໜ່ວຍງານລັດທີ່ຄຸ້ມຄອງ ແລະສະມາຄົມວິຊາຊີບ ທັງນີ້ຄຸນສົມບັດຂັ້ນຕໍ່າ ທາງວິຊາຊີບໃຫ້ໝາຍຄວາມລວມເຖີງການສຶກສາຂັ້ນຕໍ່າ ຫຼືຜ່ານການອົບຮົມທີ່ໄດ້ຮັບອະນຸມັດຈາກໜ່ວຍງານທີ່ຄຸ້ມ ຄອງ ຫຼືສະມາຄົມວິຊາຊີບ ແລະຄວາມສາມາດປະສົບການໃນວິຊາຊີບ.

1.3 ຜູ້ປະເມີນຕັ້ງແຕ່ສອງຄົນຂຶ້ນໄປເຊິ່ງໄດ້ຮັບມອບໝາຍຈາກລູກຄ້າຜູ້ຮັບບໍລິການໃຫ້ປະເມີນມູນຄ່າຊັບ ຜົນລວມກັນໂດຍບໍ່ມີຄວາມເປັນອິດສະຫຼະຈາກກັນຜູ້ປະເມີນທຸກຄົນນັ້ນຕ້ອງລົງນາມຮັບຮອງມູນຄ່າປະເມີນໃນ ລາຍງານການປະເມີນມູນຄ່າຊັບສິນຮ່ວມກັນ ເພື່ອສະແດງຄວາມຮັບຜິດຊອບໃນຜົນງານໃນຖານະຜູ້ປະເມີນຮ່ວມ.

1.4 ຜູ້ປະເມີນຕ້ອງແຈ້ງໃຫ້ລູກຄ້າຜູ້ຮັບບໍລິການຮູ້ເຖິງຄວາມຈຳເປັນກໍລະນີທີ່ຕ້ອງວ່າຈ້າງ ຜູ້ປະເມີນເພີ່ມເຕີມ ເພື່ອປະເມີນມູນຄ່າຊັບສິນທາງລາຍການ ແລະ ຕ້ອງໄດ້ຮັບການຍອມຮັບຈາກລູກຄ້າຜູ້ຮັບບໍລິການກ່ອນການວ່າຈ້າງ ຜູ້ປະເມີນເພີ່ມເຕີມ ທັງນີ້ຜູ້ປະເມີນມີໜ້າທີ່ຕ້ອງກວດສອບຄຸນສົມບັດທາງວິຊາຊີບຂອງຜູ້ປະເມີນເພີ່ມເຕີມວ່າມີ ຄຸນສົມບັດ ເໝາະສົມພຽງພໍສຳຫຼັບການປະເມີນມູນຄ່າຊັບສິນລາຍການນັ້ນໆ

1.5 ຜູ້ປະເມີນມີຫນ້າທີ່ໃຫ້ຄໍາແນະນໍາແກ່ລູກຜູ້ບໍລິການທຳຫາກເຫັນວ່າຄວນມີການວ່າຈ້າງຜູ້ຊຳນານການໃນ ວິຊາຊີບອື່ນ ເພື່ອສຶກສາ ແລະ ລາຍງານຜົນສໍາລັບລັກສະນະທີ່ສຳຄັນບາງປະການກ່ຽວກັບຊັບສິນທີ່ປະເມີນ ເປັນຕົ້ນວ່າການສຳຫຼວດໂຄງສ້າງອາຄານ ການສຳຫຼວດຜົນກະທົບສິ່ງແວດລ້ອມ ການສໍາຫຼວດລະບົບພາຍໃນ ອາຄານ ໃນກໍລະນີທີ່ຜູ້ປະເມີນເຫັນວ່າຜົນການສຶກສານັ້ນມີຜົນກະະທົບ ແລະ ມີຄວາມຈຳເປັນຕໍ່ການພິຈາລະນາ ກໍານົດມູນຄ່າຕະຫຼາດ.

1.6 ກໍລະນີທີ່ຜູ້ປະເມີນມີໜ້າທີ່ຕ້ອງກວດສອບຄວາມເໝາະສົມພຽງພໍຂອງຄຸນສົມບັດທາງວິຊາຊີບຂອງ ຜູ້ປະ ເປັນເພີ່ມເຕີມ ໃນປະເທດອື່ນທີ່ຊັບສິນທີ່ປະເມີນຕັ້ງຢູ່ ຜູ້ປະເມີນອາດບໍ່ຈຳເປັນຕ້ອງຮັບຜິດຊອບໃນຜົນງານຂອງຜູ້ ປະເມີນເພີ່ມເຕີມນັ້ນ ແຕ່ໄດ້ໃຊ້ຄວາມລະມັດລະວັງຮອບຄອບໃນການດຳເນີນການກວດສອບຂໍ້ມູນກ່ຽວກັບ ຄຸນສົມບັດທາງວິຊາຊີບວ່າຖືກຕ້ອງເໝາະສົມຈາກໜ່ວຍງານລັດ ຫຼື ອົງກອນທາງວິຊາຊີບ ໂດຍເໝາະສົມແລ້ວ.

1.7 ຜູ້ປະເມີນມີໜ້າທີ່ຕ້ອງເປີດເຜີຍເປັນລາຍລັກອັກສອນກ່ຽວກັບຄວາມກ່ຽວຂ້ອງໃດໆ ທີ່ຜ່ານມາ ແລະ ທີ່ມີ ຢູ່ໃນວັນທີ່ຮັບງານປະເມີນກັບລູກກຄ້າຜູ້ຮັບບໍລິການ ຫຼື ກັບຊັບສິນທີ່ປະເມີນເພື່ອໃຫ້ຜູ້ໃຊ້ປະໂຫຍດຈາກລາຍງານ ການປະເມີນມູນຄ່າຊັບສິນສາມາດປະເມີນເປັນອິດສະລະຂອງຜູ້ປະເມີນໄດ້.

1.8 ຜູ້ປະເມີນຕ້ອງມີຄວາມເປັນອິດສະລະ ແລະ ບໍ່ມີຄວາມຂັດແຍ່ງທາງຜົນປະໂຫຍດ ຫຼື ກ່ຽວຂ້ອງໃນເຊີງ ຜົນປະໂຫຍດທັງທາງກົງ ແລະ ທາງອ້ອມໃນຊັບສິນທີ່ປະເມີນ ແລະ ລູກຄ້າຜູ້ບໍລິການ. ໃນການພິຈາລະນາຄວາມເປັນອິດສະຫຼະ ແລະ ຄວາມຂັດແຍ່ງທາງຜົນປະໂຫຍດຂອງຜູ້ປະເມີນໃຫ້ໝາຍ

1.9 ເຖິງຜູ້ປະເມີນຕ້ອງປະຕິບັດງານດ້ວຍຄວາມເປັນອິດສະຫຼະຈາກບຸກຄົນ ຫຼື ນິຕິບຸກຄົນທີ່ເປັນເຈົ້າຂອງ ຫຼື ມີສ່ວນ ກ່ຽວຂ້ອງທາງກົງ ແລະ ທາງອ້ອມກັບຊັບສິນທີ່ປະເມີນ ແລະ ລູກຄ້າຜູ້ຮັບບໍລິການ ແລະຕ້ອງບໍ່ເຄີຍກ່ຽວຂ້ອງກັບ ຊັບສິນທີ່ປະເມີນໃນລັກສະນະ ແລະ ພາຍໃນໄລຍະເວລາທີ່ກໍານົດກັບບຸກຄົນ ຫຼື ນິຕິບຸກຄົນນັ້ນ ທັງນີ້ໂດຍມີຫຼັກ ເກນການພິຈາລະນາຄວາມຂັດແຍ່ງ1.9.2 ລູກຄ້າຜູ້ຮັບບໍລິການຫຼື ຜູ້ຖືຫຸ້ນລາຍໃຫຍ່ ຫຼືກຳມະການຂອງລູກຄ້າຜູ້ຮັບບໍລິການຫຼື ນິຕິບຸກຄົນທີ່ ເປັນຜູ້ຖືສິດທິຕາມກົດໝາຍໃນຊັບສິນ ເປັນຜູ້ຖືຫຸ້ນບໍ່ວ່າຈະເປັນທາງກົງ ຫຼື ທາງອ້ອມໃນບໍລິສັດປະເມີນມູນຄ່າຊັບ ສິນ

1.9.3 ກຳມະການ ຫຼື ຜູ້ບໍລິຫານທີ່ມີອໍານາດໃນການຕັດສິນໃຈ ຫຼື ມີອໍານາດຄວບຄຸມຜູ້ບໍລິຫານ ຫຼື ຜັ ປະເມີນ ຫຼືຜູ້ຖືຫຸ້ນລາຍໃຫ່ຍ ຂອງບໍລິສັດປະເມີນມູນຄ່າຊັບສິນເປັນກຳມະການ ຫຼື ຜູ້ບໍລິຫານທີ່ມີອໍານາດໃນການ ຕັດສິນໃຈ ຫຼື ມີອຳນາດຄວບຄຸມການບໍລິຫານ ໃນລູກຄ້າຜູ້ຮັບບໍລິການ ຫຼືນິຕິບຸກຄົນທີ່ເປັນຜູ້ຖືສິດຕາມກົດໝາຍ ໃນຊັບສິນ,

1.9.4 ລູກຄ້າຜູ້ຮັບບໍລິການ ຫຼື ຜູ້ຖືຫຸ້ນລາຍໃຫ່ຍ ຫຼື ກຳມະການຂອງລູກຄ້າຜູ້ຮັບບໍລິການ ຫຼື ນິຕິບຸກຄົນທີ່ເປັນຜູ້ຖືສິດຕາມກົດໝາຍໃນຊັບສິນ ເປັນກຳມະການຫຼືຜູ້ບໍລິຫານທີ່ມີອໍານາດໃນການຕັດສິນໃຈຫຼືມີອຳນາດຄວບຄຸມການບໍລິຫານ ຫຼືຜູ້ປະເມີນຂອງບໍລິສັດປະເມີນມູນຄ່າຊັບສິນ, 1.9.5 ບໍລິສັດປະເມີນມູນຄ່າຊັບສິນຫຼືກຳມະການ ຫຼື ຜູ້ບໍລິຫານທີ່ມີອໍານາດໃນການຕັດສິນໃຈຫຼືມີ ອຳນາດຄວບຄຸມຜູ້ບໍລິຫານ ຫຼືຜູ້ປະເມີນຂອງບໍລິສັດປະເມີນມູນຄ່າຊັບສິນ ມີຄວາມກ່ຽວຂ້ອງຫຼື ມີສ່ວນໄດ້ເສຍບໍ່ ວ່າທາງກົງ ຫຼື ທາງອ້ອມກັບລູກຄ້າຜູ້ຮັບບໍລິການ ຫຼື ກັບຊັບສິນທີ່ປະເມີນໃນລັກສະນະທີ່ອາດຈະເປັນເຫດໃຫ້ຂາດ ຄວາມເປັນອິດສະຫຼະໃນການທໍາໜ້າທີ່ຂອງຜູ້ປະເມີນ

1.9.6 ບໍລິສັດປະເມີນມູນຄ່າຊັບສິນເປັນຕົວແທນ ຫຼື ນາຍຫນ້າຈໍໜ່າຍຊັບສິນທີ່ປະເມີນມູນຄ່ານັ້ນໃນ ວັນທີ່ຈັດທຳລາຍງານການປະເມີນມູນຄ່າຊັບສິນ ຫຼືເຄີຍເປັນ ຫຼື ຄາດວ່າຈະເປັນຕົວແທນ ຫຼື ນາຍໜ້າຈໍາຫນ່າຍຊັບ ສິນທີ່ປະເມີນມູນຄ່ານັ້ນ ພາຍໃນໄລຍະສອງປີກ່ອນ ຫຼື ຫຼັງວັນທີ່ຈັດທຳລາຍງານການປະເມີນມູນຄ່າຊັບສິນ

Hits: 17