– ທະນາຄານ ມາເລຍັນ ເບີຫັດ ສາຂາລາວ ເຊັນສັນຍາຄູ່ຮ່ວມຍຸດທະສາດ ກັບ ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ
ທີ່ທະນາຄານ ມາເລຍັນ ເບີຫັດ ສາຂາລາວ ໄດ້ມີພິທີເຊັນສັນຍາຄູ່ຮ່ວມຍຸດທະສາດລະຫວ່າງ ທະນາຄານ ມາເລຍັນ ເບີຫັດ ສາຂາລາວ ແລະ ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ ໃຫ້ກຽດລົງນາມເຊັນສັນຍາໂດຍ ຫົວຫນ້າໃຫຍ່ປະຈຳ ສາຂາ ສປປລາວ ໂດຍ ທ່ານ Tan Tee Huat ເປັນສັກຂີພະຍານໂດຍ ທ່ານ ແກ້ວໃຈ ໄມຍະວົງສິງ ແລະ ຄະນະ ໃຫ້ທະນາຄານ ມາເລຍັນ ເບີຫັດ ສາຂາລາວ ແລະ ທ່ານ ຫຸມພັນ ໄຊຍະລາດ ຜູ້ອຳນວຍການ ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ, ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານວິຊາການຂອງທັງສອງຝ່າຍໄດ້ເຂົ້າຮ່ວມເປັນສັກຂີພະຍານ.
ຈຸດປະສົງຂອງການເຊັນສັນຍາໃນຄັ້ງນີ້ ແມ່ນເພື່ອການເປັນຄູ່ຮ່ວມຍຸດທະສາດກັນລະຫວ່າງ ທະນາຄານ ມາເລຍັນ ເບີຫັດ ສາຂາລາວ ແລະ ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ, ສົ່ງເສີມການໃຫ້ບໍລິການດ້ານສິນເຊື່ອຂອງທະນາຄານ ໂດຍການຮ່ວມມືລະຫວ່າງສອງຝ່າຍ ເພື່ອໃຫ້ການປະເມີນມູນຄ່າຊັບສິນຖືກຕ້ອງ ແລະ ໃກ້ຄຽງກັບລາຄາຕະຫຼາດຫຼາຍທີ່ສຸດ ເປັນຕົ້ນແມ່ນການປະເມີນທີ່ດິນ ຫຼື ສິ່ງປຸກສ້າງ ແລະ ອື່ນໆຂອງທະນາຄານອີກດ້ວຍ.
Hits: 0