ສັນຍາຮວ່ມທູລະກິດ ຂອງຕົວແທນ ໜວ່ຍບໍລິການປະຈຳແຂວງອັດຕະປີ
ໃນຕອນເຊົ້າເວລາ 10:30 ໂມງ ຂອງວັນທີ 15 ມີນາ 2024, ໄດ້ມີພິທີເຊັນສັນຍາຮ່ວມມືທຸລະກິດຂອງຕົວແທນໜ່ວຍງານບໍລິການແຂວງຊຽງຂວາງ.
ຕົວແທນຂອງຫນ່ວຍບໍລິການແຂວງຊຽງຂວາງແມ່ນ ທ່ານ ຄໍາປາສັກ ພົມມະລິນ ແລະ ບໍລິສັດລາວວູ, ປະເມີນມູນຄ່າຊັບສິນ ໂດຍ ທ່ານ ພູພັນ ໄຊຍະລາດ, ຜູ້ອອກໃບອະນຸຍາດ ແລະ ບໍລິສັດ ເຣນສະບາຍ ໂດຍທ່ານ ນາງ ວິໄລສັກ ດວງວິໄລ ຮອງຜູ້ອອກໃບອະນຸຍາດ ຫນ່ວຍບໍລິການແຂວງຊຽງຂວາງ ຕັ້ງຢູ່ບ້ານໂພນສາງ, ເມືອງປາກ, ແຂວງ ຊຽງຂວາງ. ບໍລິສັດຂອງພວກເຮົາໄດ້ເຊັນສັນຍາເປັນຕົວແທນ ລວມທັງແຂວງຄໍາມ່ວນ, ແຂວງ ເຊກອງ, ແຂວງ ບໍລິຄໍາໄຊ, ແຂວງ ສະຫວັນນະເຂດ, ແຂວງ ອັດຕະປື, ແຂວງ ອູດົມໄຊ ແລະ ແຂວງ ສາລະວັນ ກໍາລັງຈະເຊັນສັນຍາຕົກລົງໃນໄວໆນີ້, ນີ້ແມ່ນກັບຫນ່ວຍບໍລິການ ແລະ ບາງແຂວງທີ່ຍັງເຫຼືອ ພ້ອມທີ່ຈະສະຫນອງການຝຶກອົບຮົມທາງວິຊາການ ແລະ ການບໍລິການໃຫ້ແກ່ຫນ່ວຍບໍລິການ
ມີແຜນການທີ່ຈະມີຕົວແທນ ພ້ອມທີ່ຈະໃຫ້ການບໍລິການປະສິດທິພາບ ແລະ ເປັນມືອາຊີບໃນທົ່ວທຸກແຂວງໃນ ປີ 2024
ສັນຍາສະບັບນີ້ລະຫວ່າງບໍລິສັດປະເມີນມູນຄ່າຊັບສິນ ລາວ ວາລູ ຈໍາກັດ ແລະ ເຣັນສະບາຍ ແລະ ຫ້ອງການ ລາວ ວາລູ ແຂວງຊຽງຂວາງ, ໃນການເຊັນສັນຍາຄັ້ງນີ້ ຈຸດປະສົງເພື່ອເປັນຈຸດອ້າງອີງໃນການປະຕິບັດວຽກງານປະເມີນມູນຄ່າຊັບສິນລະຫວ່າງສໍານັກງານໃຫຍ່ ແລະ ສາຂາຫນ່ວຍບໍລິການທີ່ະສະດວກ ແລະ ວ່ອງໄວໃນການເຮັດວຽກ.