ກອງປະຊຸມປຶກສາຫາລືລະຫວ່າງບໍລິສັດປະເມີນ ແລະ ພະແນກການບັງຄັບໃຊ້ຄໍາຕັດສິນຂອງສານ

ກອງປະຊຸມປຶກສາຫາລືລະຫວ່າງບໍລິສັດປະເມີນ ແລະ ພະແນກການບັງຄັບໃຊ້ຄໍາຕັດສິນຂອງສານ

ກອງປະຊຸມປຶກສາຫາລືລະຫວ່າງບໍລິສັດປະເມີນແລະພະແນກການບັງຄັບໃຊ້ຄໍາຕັດສິນຂອງສານ

ກອງປະຊຸມປຶກສາຫາລືລະຫວ່າງບໍລິສັດປະເມີນແລະພະແນກການບັງຄັບໃຊ້ຄໍາຕັດສິນຂອງສານ

ກອງປະຊຸມກະຊວງຍຸຕິທຳ ວັນທີ 12/07/2024 ເວລາ 14:00 ໂມງ ໄດ້ເຊີນຄະນະນຳ ແລະ ຜູ້ບໍລິຫານ ບໍລິສັດປະເມີນມູນຄ່າຊັບສິນ ເຂົ້າຮ່ວມກອງປະຊຸມ ເພື່ອປຶກສາຫາລືການປະເມີນມູນຄ່າຊັບສິນໃນຂອບເຂດສິດອຳນາດຂອງສານ ໂດຍມີທ່ານ ສຸລິຍາ ສີດາວົງ ຫົວໜ້າພະແນກປະຕິບັດຕາມຄໍາຕັດສິນຂອງສານ ກະຊວງຍຸຕິທຳ ເປັນປະທານກອງປະຊຸມ

ໃນກອງປະຊຸມຄັ້ງນີ້ມີ 8 ບໍລິສັດປະເມີນຊັບສິນທີ່ໄດ້ຮັບການສະໜັບສະໜູນຈາກ SEC ໃນດ້ານການປະເມີນຊັບສິນ, ເຊິ່ງມີດັ່ງນີ້:

1. ບໍລິສັດ ລາວວາລູ ປະ​ເມີນ​ມູນ​ຄ່າ​ຊັບ​ສິນ ຈໍາກັດຜູ້ດຽວ (Lao Value Property Valuation Sole Co.,LTD ໂທ 020 22229744)
2. ບໍລິສັດ ຊິມ ພອບເພີຕີ້ ຄອນເຊົາເທິ້ນ (Sims Property Consultants Co.,LTD)
3. ບໍລິສັດ ປະເມີນມູນຄ່າຊັບສິນ ແກຣນທ໌ ເຊີແມນ (ລາວ) ຈໍາກັດ (Grant Sherman Appraisal (Lao) Co.,LTD)
4. ບໍລິສັດ ລາວປະເມີນ ມູນຄ່າຊັບສິນ ຈໍາກັດ (Lao Assens Appraisal Co.,LTD)
5. ບໍລິສັດ ລາວ ສາກົນ ປະເມີນມູນຄ່າຊັບສິນຈຳກັດ (Lao International Asset Appraisal Co.,LTD)
6. ບໍລິສັດ ເອເຊຍ ໂລຕັດ ປະເມີນມູນຄ່າຊັບສິນຈຳກັດ (Asia Lotus Valuation Co.,LTD)
7. ບໍລິສັດ ຣິດແອບໄພຣໂຊ ຈໍາກັດ (Rich Appraisal Co., Ltd)
8. ບໍລິສັດ ເຄເຄລາວ ປະເມີນມູນຄ່າຊັບສິນ ຈໍາກັດ (KK Lao Appraisal Co.,LTD)

ປຶກສາຫາລືກ່ຽວກັບການປະເມີນມູນຄ່າຊັບສິນໃນເລື່ອງຂອງການດໍາເນີນຄະດີ ເພື່ອຮັບປະກັນການຮ່ວມມືສູງສຸດລະຫວ່າງພາກລັດ ແລະ ເອກະຊົນ ໃນການປະເມີນຊັບສິນໂດຍອີງໃສ່ການຕັດສິນຂອງສານ ກະຊວງຍຸຕິທຳ ​ແລະ ສ້າງ​ການ​ຮ່ວມ​ມື​ໃນ​ການ​ເຮັດ​ວຽກ ​ແລະ ​ແກ້​ໄຂ​ບັນຫາ​ສັງຄົມ.

ຂຽນໂດຍ: Mr. Sysompone Chanthalangsy

Leave a Reply

Your email address will not be published. Required fields are marked *