ລາວວາລູໄດ້ປະກອບສ່ວນໃນການຝຶກອົບຮົມສຳມະນາໃຫ້ກັບສະຖາບັນການທະນາຄານ

ໃນວັນທີ 18 ກໍລະກົດ 2025 ນີ້ ທາງສະຖານບັນການທະນາຄານໄດ້ຈັດຝຶກອົບຮົມສຳມະນາຂຶ້ນໃນຫົວຂໍ້: ປະເມີນຫລັກຊັບຄໍ້ຳປະກັນ ໃນລະຫວ່າງວັນທີ 14-18 ກໍລະກົດ 2025 (05 ວັນ) ໂດຍການເປັນປະທານໃນພິທີ່ເປີດຂອງ ທ່ານນາງ ຂັນທະລີ ວົງໄຊຍະລາດ ຮອງຜູ້ອຳນວຍການສະຖາບັນການທະນາຄານ ຊຶ່ງມີຜູ້ເຂົ້າຮ່ວມມາຈາກ ບັນດາທະນາຄານ ແລະ ສະຖາບັນການເງິນຕ່າງໆເຂົ້າຮ່ວມຈຳນວນ 10 ທ່ານ. ໃນບັ້ນຝຶກອົບອົບຄັ້ງນີ້ໄດ້ມີວິທະຍາກອນປະກອບປະກອບດ້ວຍ ທ່ານ ປອ ບຸນຍືນ ໄຊເກີຢາຈົງຕົວ, ທ່ານ ອົງອາດ ກໍບຸນ. ທີ່ສຳຄັນຢ່າງຍິ່ງແມ່ນທາງບໍລິສັດລາວວາລູ ໃນຖານະຜູ້ໃຫ້ບໍລິການວຽກງານປະເມີນຫລັກຊັບໄດ້ປະກອບສ່ວນການຝຶກອົບຮົມຄັ້ງນີ້ ຊຶ່ງວິທະຍາກອນຈາກບໍລິສັດລາວວາລູແມ່ນທ່ານຫຸມພັນ ໄຊຍະລາດໃນຖານະເປັນ ນັກປະເມີນຫລັກຊັບທີ່ມີບົດຮຽນ, ມີປະສົບປະການ ແລະ ຍັງເປັນນັກປະເມິີນຫລັກຊັບຄົນທຳອິດທີ່ໄດ້ຮັບໃບຮັບຮອງຈາກ ສຄຄຊ. ນັບໄດ້ວ່າການຝຶກອົບຮົມຄັ້ງນີ້ຖືເປັນການປະກອບສ່ວນອັນສຳຄັນໃນການພັດທະນາບູກຄະລາກອນນັກປະເມີນ ຊຶ່ງຖືວ່າຍັງເປັນເລື່ອງໃຫມ່ໃນ ສປປ ລາວ ແລະ ເປັນທີ່ສົນໃຈທົ່ວໄປຂອງສັງຄົມ.

ພາບ​ບັນ​ຍາ​ກາດ​ການ​ສຳ​ມະ​ນາ

ໂດຍ: ທິມ​ຂ່າວ​ລາວ​ວາ​ລູ່

 

Comments are closed