ທາງບໍລິສັດລາວວາລູປະເມີນມູນຄ່າຊັບສິນ ຖືເປັນກຽດຢ່າງຍິ່ງທີໄດ້ຖືກຮັບເຊີນເຂົ້າຮ່ວມງານເປີດໂຕທະນາຄານນະໂຍບາຍໃນໂສມໃຫມ່ ໃນວັນທີ 10/12/2025ນີ້
ທະນາຄານນະໂຍບາຍ ຖືກສ້າງຕັ້ງຂື້ນໃນປີ 2007 ໂດຍມີພາລະກິດທີ່ສຳຄັນຄື ສະໜອງສິນເຊື່ອ ໃຫ້ແກ່ປະຊາຊົນໃນ 47 ຕົວເມືອງ ໂດຍເນັ້ນປ່ອຍສິນເຊື່ອດ້ານຂະແໜງກະສິກຳເປັນຫລັກດ້ວຍອັດຕາດອກເບ້ຍທີ່ຕໍ່າ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວຕາມພາລະບົດບາດໂດຍພາຍໃຕ້ການຊີ້ນຳຂອງລັດຖະບານ.
ໃນໄລຍະການເຄື່ອນໄຫວດຳເນີນທຸລະກິດຂອງທະນາຄານນະໂຍບາຍໃນ 18 ປີທີ່ຜ່ານມາ ກໍ່ຍັງມີຂໍ້ຈຳກັດຫຼາຍດ້ານເປັນຕົ້ນແມ່ນ: ແຫຼ່ງທຶນ, ການກຸ້ມຕົວເອງ, ການເຄື່ອນໄຫວງານ, ລະບົບເຕັກໂນໂລຊີ ແລະ ປະສິດທິພາບການດຳເນີນງານທີ່ບໍ່ສອດຄ່ອງກັບສະພາບປະຈຸບັນ ຈື່ງເຮັດໃຫ້ທະນາຄານນະໂຍບາຍເປັນໜື່ງໃນເປົ້າໝາຍວິສະຫະກິດທີ່ລັດຖະບານຕ້ອງໄດ້ປະຕິຮູບເພື່ອຕອບສະຫນອງທາງດ້ານແຫລ່ງທືນໃຫ້ແກ່ລູກຄ້າຢ່າງທົ່ວເຖີງແລະເພື່ອພັດທະນາທາງດ້ານລະບົບການດຳເນີນທຸລະກິດຫັນທິດໃຫ້ເປັນທະນາຄານທີ່ທັນສະໄຫມຫລາຍຂື້ນໂດຍສະເພາະທາງດ້ານລະບົບເຕັກໂນໂລຊີ່ແລະລະບົບການດຳເນີນງານຕ່າງໆໃຫ້ມີຄວາມສອດຄ່ອງແລະສາມາດຕອບສະຫນອງຄວາມຕ້ອງການຂອງລູກຄ້າພ້ອມທັງເຮັດສາມາດແຂ່ງຂັນກັບບັນດາທະນາຄານຕ່າງໆໃນປະຈຸບັນ.
ຈົນມາຮອດວັນທີ 10/12/25 ທະນາຄານນະໂຍບາຍຈື່ງໄດ້ປ່ຽນຊື່ຈາກທະນາຄານນະໂຍບາຍ (ທະນາຄານສະເພາະກິດ) ມາເປັນ ທະນາຄານພັດທະນາຊົນນະບົດ (ທະນາຄານທຸລະກິດສະເພາະ) ຢ່າງເປັນທາງການ ໂດຍປະຕິຮູບອົງກອນເນັ້ນຮູບແບບການເຄື່ອນໄຫວທຸລະກິດໃຫ້ມີຄວາມຫຼາກຫຼາຍ, ມີຄວາມຄ່ອງຕົວ ແລະ ສາມາດກຸ້ມຕົນເອງໄດ້
ພ້ອມນັ້ນ, ກໍໄດ້ປັບດ້ານວິໄສທັດ (Vision) ສ້າງໃຫ້ເປັນທະນາຄານບໍລິການທາງການເງິນ ໃນການສະໜັບສະໜູນການພັດທະນາຊົນນະບົດ ແລະ ປັບພາລະກິດ (Mission) ໃຫ້ມີຜະລິດຕະພັນ ແລະ ການບໍລິການ ການເງິນຄົບວົງຈອນ (ໃນເມື່ອກ່ອນແມ່ນມີພຽງແຕ່ສິນເຊື່ອ) ແລະ ຫັນມາເປັນທະນາຄານທີ່ທັນສະໄໝ ເພື່ອໃຫ້ມີຄວາມສາມາດໃນການແຂ່ງຂັນກັບບັນດາທະນາຄານຕ່າງໆໃນການດຳເນີນທຸລະກິດຂະແຫນງການທະນາຄານໂດຍແມ່ນລັດຖະບານເປັນຜູ້ຖືຮຸ້ນ100%.
ໃນວາລະໂອກາດນີ້ ທ່ານ ຫຸມພັນ ໄຊຍະລາດ ປະທານ ບໍລິສັດ ລາວວາລູປະເມີນ ຊັບສີນ ຈຳກັດຜູ້ດຽວກໍໄດ້ເຂົ້າຮ່ວມແລະມອບກະຕ່າຂອງຂວັນເພື່ອສະແດງຄວາມຍິີນດີນຳທະນາຄານ ພັດທະນາຊົນນະບົດພ້ອມທັງກ່າວຄຳອວຍພອນ “ ຂ້າພະເຈົ້າຂໍສະແດງຄວາມຍີນດີນຳທະນາຄານພັດທະນາຊົນນະບົດແລະຂໍໃຫ້ທະນາຄານພັດທະນາຊົນນະບົດເປັນຫນື່ງໃນທະນາຄານທີ່ປະສົບຜົນສຳເລັດດ້ານການດຳເນີນທຸລະກິດດ້ວຍການກະຈາຍແຫລ່ງທືນປ່ອຍສີນເຊື່ອໃຫ້ແກ່ບັນດາປະຊາຊົນແລະຫົວຫນ່ວຍທຸລະກິດຕ່າງໆເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດຂອງປະເທດລາວໃຫ້ດີຂື້ນເທື່ອລະກ້າວແລະປະສົບຜົນສຳເລັດຕາມຍຸດທະສາດທີ່ວາງໄວ້.”
ທິມຂ່າວລາວວາລູ






Comments are closed