ຂັ້ນ​ຕອນ​ການ​ໃຊ້​ບໍ​ລິ​ການ​ປະ​ເມີນ​ຊັບ​ສິນ​ແບ່ງ​ອອກ​ເປັນ 3 ຂັ້ນ​ຕອນ​ງ່າຍໆ ຄື

  1. ສົ່ງ​ຂໍ​ມູນ​ຊັບ​ສິນ​ໃຫ້​ທາງ​ບໍ​ລິ​ສັດ​ຄ້າວໆ​ເພືີ່ອ​ກຳ​ຫນົດ​ຄ່າ​ທຳ​ນຽມ​ການ​ປະ​ເມີນ
  2. ຫລັງ​ຈາກ​ນັ້ນ​ບໍ​ລິ​ສັດ​ຈະ​ອອກ​ໃບ​ສະ​ເຫນີ​ລາ​ຄາ​ຄ່າ​ບໍ​ລິ​ການ​ໃຫ້​ກັບ​ລູກ​ຄ້າ
  3. ເມື່ອລູກຄ້າເຫັນດີແມ່ນ ພວກເຮົາຈະເຊັນສັນຍາມອບຮັບວຽກປະເມີນໃຫ້ເຊັນເພື່ອເປັນບອ່ນອີງໃນການປະຕິບັດວຽກງານ ແລະ ພວກເຮົາເລີ່ມລົງປະເມີນ ໂດຍການລົງສຳຫຼວດພື້ນທີ່ຕົວຈິງວັດແທກຂະໜາດຂອງຊັ້ບສິນຄືນ, ກວດສອບກາຍຍະພາບ ແລະທາງກົດໝາຍຂອງຊັບສິນ, ເກັບກຳຊັບສິນປຽບທຽບ, ສອບຖາມຊັ້ບສິນທີ່ໃກ້ຄຽງ, ສອບຖາມກັບນາຍບ້ານ ທີ່ດິນເມືອງ, ແຂວງ/ນະຄອນຫຼວງເພື່ອກັບຂໍ້ມູນ ກ່ຽວກັບການພັດທະເຂດລະບຽບ ແລະ ອື່ນໆ

ຫມາຍ​ເຫດ: ເອກກະສານເບື້ອງຕົ້ນຄ້າວໆ ທີ່ທາງລູກຄ້າຕ້ອງໄດ້ສະໜອງໃຫ້ທາງ ບໍລິສັດ ເພື່ອ​ກຳ​ຫນົດ​ລາ​ຄາ​ຄ່າ​ບໍ​ລິ​ການ​ມີ​ແຕກ​ຕ່າງ​ກັນ​ດັ່ງ​ນີ້

1.ປະເພດທີ່ດິນເປົ່າວ່າງ: ຫາກລູກຄ້າມີປະເພດຊັບສິນທີ່ເປັນດິນເປົ່າວ່າງ, ແມ່ນໃຫ້ລູກຄ້າສົ່ງໃບຕາດິນ (ດ້ານໜ້າແລະ ດ້ານຫຼັງ), ສັນຍາເຊົ່າຫຼືສັນຍາສຳປະທານ (ຖ້າເປັນທີ່ດິນທີ່ມີການໃຫ້ເຊົ່າ ຫຼື ໃຫ້ສຳປະທານ)

2.ປະເພດທີ່ດິນພອ້ມສິ່ງປຸກສ້າງ: ຫາກລູກຄ້າມີປະເພດຊັບສິນທີ່ເປັນດິນພ້ອມສິ່ງປຸກສ້າງ, ແມ່ນໃຫ້​ສົ່ງກອ໋ບປີ້ໃບຕາດິນ (ດ້ານໜ້າ ແລະ ຫຼັງ), ພ້ອມ​ຮູບ​ສິ່ງ​ປຸກ​ສ້າງ​ດັ່ງ​ກ້າວ

​ແຕ່​ຫາກ​ເມື່ອ​ມີ​ການ​ປະ​ເມີນ​ຕົວ​ຈິງ​ແທ້ ແມ່ນ​ພວກ​ເຮົາ​ຕ້ອງ​ການ​ຂໍ້​ມູນ​ເພີ້ມ​ເຕີມ​ແມ່ນ ແບບແຜນຜັງອາຄານ, ໃບອະນຸຍາດປຸກສ້າງ, ສັນຍາເຊົ່າ ຫຼື ສັນຍາສຳປະທານ (ຖ້າເປັນທີ່ດິນ ແລະ ອາຄານທີ່ມີການໃຫ້ເຊົ່າ ຫຼື ສຳປະທານ)

3.ປະເພດລົດ: ຫາກລູກຄ້າມີຊັບສິນປະເພດລົດ, ແມ່ນໃຫ້ກອ໋ບປີ້ໃບຊື້-ຂາ, ໃບທະບຽນ ແລະ ໃບອະນຸຍາດນຳໃຊ້

4.ປະເພດເຄື່ອງຈັກ ແລະ ອຸປະກອນອື່ນໆ: ຫາກລູກຄ້າມີຊັບສິນທີ່ເປັນປະເພດເຄື່ອງຈັກທີ່ຈະໃຫ້ພວກເຮົາປະເມີນ, ແມ່ນໃຫ້ກອ໋ບປີ້ ໃບຊື້-ຂາຍ, ໃບອະນຸຍາດນຳໃຊ້/ໃບນຳເຂົ້າ ແລະ ເອກກະສານຕ່າງໆທີ່ກ່ຽວຂ້ອງ

Beautiful Lao HOuse

Beautiful Lao House

​ຂໍ້​ມູນ​ເພີ້ມ​ເຕີມ:
  1. ແຕ່​ລະ​ຊັບ​ສິນ​ແມ່ນ ຈະ​ໃຊ້​ວິ​ທິ​ປະ​ເມີນ​ຕ່າງ​ກັນ ແລ້ວ​ແຕ່​ປະ​ເພດ​ຂອງ​ຊັບ​ສິນ​ນັ້ນ
  2. ​ພວກ​ເຮົາ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ ຈັນ​ຍາ​ບັນ​ຂອງ​ນັກ​ປະ​ເມີນ​ຢ່າງ​ເຄັ່ງ​ຂັດ
  3. ​ທຸກໆ​ຊັບ​ສິນ​ແມ່ນ​ຕ້ອງ​ໄດ້ ກວດສອບຊັບສິນດັ່ງກ່າວກັບທີ່ດິນ,ແຂວງ/ນະຄອນຫຼວງທີ່ຊັບສິນນັ້ນຕ້ງຢູ່
  4. ຫຼັງຈາກນັ້ນພວກເຮົາຈະວິເຄາະ ແລະ ຂຽນບົດລາຍງານເຊິ່ງໃຊ້ເວລາປະມານ 2-3 ວັນຕໍ່ຊັ້ບສິນ ຫາກຊັ້ບສິນທີ່ບໍຊັບຊອ້ນ (ພວກເຮົາສາມາສົ່ງແຈ້ງລາຄາກ່ຽວກັບມູນຄ່າຊັ້ບສິນໄດ້-ຕາມທີ່ລູກຄ້າຮ້ອງໃຫ້ສົ່ງ) ຫຼັງຈາກນັ້ນພວກເຮົາຈະສົ່ງບົດລາຍງານພ້ອມດ້ວຍລາເຊັນຮອງຮັບຈາກຄະນະປະເມີນ ແລະ ບໍລິສັດ

Hits: 95