ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ ລົງນາມບັນທຶກຄວາມເຂົ້າໃຈ (MOU) ກັບ ທະນາຄານ ລາວ–ຫວຽດ ຈຳກັດ ສາຂາ ຈຳປາສັກ
ໃນວັນທີ 21 ກໍລະກົດ 2026 ເວລາ 10:30 ໂມງ, ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ ສາຂາ ປາກເຊ (ແຂວງຈຳປາສັກ) ແລະ ທະນາຄານ ລາວ–ຫວຽດ ຈຳກັດ ສາຂາ ຈຳປາສັກ ໄດ້ຈັດພິທີລົງນາມ ບັນທຶກຄວາມເຂົ້າໃຈ (Memorandum of Understanding: MOU) ເພື່ອຮ່ວມມືກັນໃນການໃຫ້ບໍລິການດ້ານການປະເມີນມູນຄ່າຊັບສິນ ແລະ ການປະເມີນມູນຄ່າຫຼັກຊັບຄ້ຳປະກັນ ເພື່ອນຳໃຊ້ໃນການພິຈາລະນາສິນເຊື່ອຂອງທະນາຄານ.
ຜູ້ຕາງໜ້າລົງນາມປະກອບມີ:
- ຝ່າຍ ບໍລິສັດ ລາວວາລູ: ທ່ານ ສຸລິຍັນ ບຸນກອງມະນີ, ຫົວໜ້າໜ່ວຍງານ ປະຈຳສາຂາ ປາກເຊ (ຈຳປາສັກ).
- ຝ່າຍ ທະນາຄານ ລາວ–ຫວຽດ ຈຳກັດ: ທ່ານ ທິບພະກອນ ສີບຸນເຮືອງ, ຜູ້ຕາງໜ້າຂະແໜງບໍລິຫານສິນເຊື່ອ ປະຈຳສາຂາ ຈຳປາສັກ.
ການລົງນາມບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງທັງສອງຝ່າຍ ໃນການຍົກລະດັບຄຸນນະພາບການບໍລິການດ້ານສິນເຊື່ອ ໂດຍມີການປະເມີນມູນຄ່າຫຼັກຊັບຄ້ຳປະກັນທີ່ຖືກຕ້ອງ, ໂປ່ງໃສ, ເປັນກາງ ແລະ ສອດຄ່ອງກັບມາດຕະຖານວິຊາຊີບ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ທະນາຄານ ແລະ ລູກຄ້າ.
ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ ຂໍສະແດງຄວາມຂອບໃຈຢ່າງສູງຕໍ່ ທະນາຄານ ລາວ–ຫວຽດ ຈຳກັດ ສາຂາ ຈຳປາສັກ ທີ່ໄດ້ໃຫ້ຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈເລືອກໃຫ້ບໍລິສັດເປັນພັນທະມິດໃນການໃຫ້ບໍລິການປະເມີນມູນຄ່າຊັບສິນ.
ລາວວາລູ ຂໍໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ບໍລິການດ້ວຍຄວາມເປັນມືອາຊີບ, ຄວາມຊື່ສັດ, ຄວາມໂປ່ງໃສ ແລະ ຄວາມຍຸດຕິທຳ ຕາມຫຼັກວິຊາຊີບ ເພື່ອສະໜັບສະໜູນການເຕີບໂຕຂອງພາກການເງິນ ແລະ ພາກທຸລະກິດໃນ ສປປ ລາວ.
ຂໍຂອບໃຈ
ໂດຍ: ທິມການຕະຫລາດແລະປະຊາສຳພັນ, ບໍລິສັດລາວວາລູປະເມີນມູນຄ່າຊັບສິນ






Comments are closed