ຂ່າວປະຊາສຳພັນ
ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານຮ່ວມພັດທະນາ (JDB) ແລະ ບໍລິສັດລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ
ໃນວັນທີ 07 ຕຸລາ 2025 ເວລາ 15:30 ນາທີ, ທີ່ ຫ້ອງປະຊຸມ VIP ຊັ້ນ 5 ຂອງສຳນັກງານໃຫ່ຍ ທະນາຄານຮ່ວມພັດທະນາ (JDB), ໄດ້ຈັດພິທີເຊັນສັນຍາ ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານຮ່ວມພັດທະນາ (JDB) ແລະ ບໍລິສັດລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ.
ການເຊັນສັນຍາໄດ້ດຳເນີນໂດຍ ທ່ານ ຫຸມພັນ ໄຊຍະລາດ ປະທານບໍລິສັດ ລາວວາລູ ຈຳກັດຜູ້ດຽວ ແລະ ທ່ານ ສາຄອນ ຍໍພັນໄຊ ຜູ້ອຳນວຍການສຳນັກງານໃຫ່ຍ ຂອງ ທະນາຄານ JDB, ພ້ອມພະຍານຈາກທັງສອງຝ່າຍ.
ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈນີ້ ເພື່ອກຳນົດຂອບເຂດການຮ່ວມມື ໃນການດຳເນີນງານຮ່ວມກັນໃຫ້ບັນລຸຕາມເປົ້າໝາຍ ແລະ ແຜນການທີ່ກຳນົດໄວ້ ໃນຂະແໜງການຕ່າງໆ ເຊັ່ນ:
-
ການປະເມີນມູນຄ່າຊັບສິນຂອງທະນາຄານ ແລະ ຂອງລູກຄ້າ,
-
ການແນະນຳລູກຄ້າເຂົ້າຮັບບໍລິການທາງການເງິນ,
-
ການຈັດຝຶກອົບຮົມ ແລະ ສຳມະນາກ່ຽວກັບການປະເມີນມູນຄ່າຊັບສິນໃນຫຼັກສູດພື້ນຖານ.
ຫຼັງພິທີເຊັນ, ທັງສອງຝ່າຍໄດ້ແສດງຄວາມມຸ່ງມັ່ນໃນການຮ່ວມມືໃຫ້ປະສົບຜົນສຳເລັດແລະຍືນຍົງ.
ໃນໂອກາດນີ້ ທ່ານ ຫຸມພັນ ໄຊຍະລາດ ໄດ້ກ່າວຂອບໃຈຕໍ່ຄະນະບໍລິຫານຂອງ ທະນາຄານ JDB ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ແລະ ເຊື່ອໜັ້ນໃນການໃຫ້ບໍລິການປະເມີນຊັບສິນຂອງບໍລິສັດລາວວາລູ ຢ່າງມືອາຊີບ.
ການຮ່ວມມືນີ້ເປັນກ້າວສຳຄັນໃນການສົ່ງເສີມຄວາມມືອາຊີບ ແລະ ຄວາມໂປ່ງໃສໃນວົງການທະນາຄານ ແລະ ການປະເມີນຊັບສິນໃນ ສປປ ລາວ.
ຈັດທຳໂດຍ:
ທີມຂ່າວລາວວາລູ
Comments are closed