Laovalue Property Valuation Sole Co., Ltd ເປັນບໍລິສັດປະເມີນຫລັກຊັບ ສ້າງຕັ້ງແລະໄດ້ຮັບຮອງຈາກທະນາຄານກາງປີ 2019 ແລະຮັບໃຊ້ວຽກປະເມີນຫລັກຊັບໃຫ້ກັບບັນຫາຫົວຫນ່ວຍທຸລະກິດສະຖານບັນການເງິນເພື່ອກຳໜົດມູນຄ່າຫລັກຊັບຄ້ຳປະກັນສິນເຊື່ອ
ສະຖານທີເຮັດວຽກ: ພາຍໃນນະຄອນຫລວງວຽງຈັນແລະໄດ້ເດີນທາງລົງຕ່າງແຂວງບາງຄັ້ງ
ເຮັດວຽກ: ເຕັມໂມງວຽກ (Full time)
ລາຍຮັບສະເລ່ຍຕໍ່ເດືອນ: 4,000,000-10,000,000 ກີບ
ຄວາມຮັບຜິດຊອບ.
- ຄວາມສາມາດເຮັດຫຼາຍຫນ້າວຽກໄດ້ ແລະ ຈັດລໍາດັບຄວາມສໍາຄັນຂອງຂະບວນການເຮັດວຽກ
- ລົງສະຫນາມເພື່ອປະເມີນຫລັກຊັບທີເປັນປະເພດດິນ ອາຄານຕ່າງໆ ໃຫ້ລູກຄ້າ ແລະ ຂຽນບົດລາຍງານສົ່ງໃຫ້ຜູ້ປະເມີນຫລັກກວດ ແລະ ມີຄຳເຫັນ
- ກວດໃບຕາດິນກັບຂະແຫນງທີດິນທີ່ກຽວຂ້ອງ
- ມີຄວາມສາມາດໃນການເຮັດວຽກເປັນທີມ, ສຸຂະພາບດີ ແລະ ມີຄວາມດຸໝັ່ນ, ເຕັມໃຈເຮັດວຽກຫຼາຍຊົ່ວໂມງຕາມຄວາມຕ້ອງການ
ທັກສະທີ່ຕ້ອງການ:
- ຈົບການສຶກສາ: ການເງິນ, ການບັນຊີ, ເສດຖະສາດ, ບໍລິຫານທຸລະກິດ, ການທະນາຄານ, ເຄຫາ, ແລະອື່ນໆທີສົນໃຈ (ສາມາດຮຽນວຽກນຳພວກເຮົາໄດ້)
- ທັກສະຄອມພິວເຕີດີ.
- ການທັກສະການສື່ສານທີດີ
- ຂຽນພາສາລາວຖືກຕາມຫລັກໄວຍະກອນລາວ
- ຮູ້ພາສາອັງກິດໂດຍພື້ນຖານ
ພວກເຮົາສະເຫນີເງິນເດືອນທີ່ດີ, ຄ່າເຄສທີ່ພໍໃຈ, ແຮງຈູງໃຈການຂາຍ, ແລະຜົນປະໂຫຍດໄລຍະຍາວ. ຜູ້ທີ່ສົນໃຈແມ່ນເຊີນສົ່ງ CV ມາທີ່ info@laovalue.com, ຫລືຕິດຕໍ່ຫາຝ່າຍບຸກຄະລາກອນ
+856 20 22 991 889
www.laovalue.com
ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ
Comments are closed