ບໍລິສັດ Lao Property Valuation ຍິນດີມາແບ່ງປັນຄວາມຮູ້ ພື້ນຖານການປະເມີນມູນຄ່າຫລັກຊັບເຊິ່ງຈະຈັດເປັນຄັ້ງທີ 2 ເພື່ອການລົງທືນ/ເພື່ອສິນເຊື່ອ ໂດຍ ທ່ານ ຫຸມພັນ ໄຊຍະລາດ ທີ່ກັບກ່ຽວປະສົບປະການຕົວຈິງ ທີ່ໄດ້ຮ່ຳຮຽນຈາກອາຈານຈາກຕ່າງປະເທດ ແລະພາຍໃນ ໂດຍມີປະສົບປະການຕົວຈິງມາດົນກ່ວາ 18 ປີໃນວຽກງານນາຍຫນ້າອະສັງຫາ ແລະ ໃນວຽກປະເມີນຫລັກຊັບເປັນເວລາ 8 ປີ ຫລັກສູດນີ້ເປັນຫລັກສູດ ຄວາມຮູ້ພື້ນຖານ ກ່ຽວກັບການປະເມີນມູນຄ່າຊັບສິນ ເພື່ອການລົງທືນແບບມາດຕະຖານສາກົນ ທ່ານສາມາດກຳໜົດມູນຄ່າຊັບສິນໄດ້ຢ່າງຫມັ້ນໃຈ ແລະ ຢ່າງມີວິທະຍາສາດໃນການຕັດສິນໃຈໃນການລົງທຶນ, ຫາກທ່ານຢູ່ໃນຂະແໜງການສິນເຊື່ອກໍ່ຈະເຂົ້າໃຈກົນໄກມູນຄ່າ ຫລັກການ ຫລັກເກນ ມາດຕະຖານ ເຕັກນິກການກວດສອບບົດລາຍງານການປະເມີນລາຄາຕາມຫລັກວິຊາຊີບດ້ານການປະເມີນລາຄາຂອງບໍລິສັດປະເມີນໄດ້, ທ່ານທີ່ເຮັດກ່ຽວກັບອະສັງຫາ ເຊັ່ນ: ນັກລົງທືນ ຝ່າຍສິນເຊື່ອ ນັກປະເມີນ ຜູ້ພັດທະນາເຮືອນທີ່ດິນ ຈັດສັນດິນຂາຍ ແມ່ນຄວນມີຄວາມຮູ້ເຄື່ອງມືປະເມີນມູນຄ່າ ເຫຼົ່ານີ້ໄວ້.
ໝາຍເຫດ: ເປັນນັກປະເມີນຄົນລາວທຳອິດໃນສປປລາວ ທີໄດ້ຮັບໃບຮັບຮອງຈາກ ສຄຄຊ (ທະນາຄານແຫ່ງສປປລາວ) ແລະ ຈະຮ່ວມສ້າງນັກປະເມີນຮຸ່ນສືບທອດໃຫ້ ສປປລາວ
ພາບບັນຍາກາດຂອງງານສຳມະນາຄັ້ງທີ 2 ລະຫວ່າງວັນທີ 12–14 ພະຈິກ 2025
ພາບບັນຍາກາດຂອງງານສຳມະນາແລກປ່ຽນການປະເມີນມູນຄ່າ ທີຈັດຂື້ນໂດຍ ສຄຄຊ 05-2025
ເນື້ອໃນການສຳມະນາທ່ານຈະຮຽນຮູ້:
- ສຳມະນາພື້ນຖານການປະເມີນມູນຄ່າຊັບສິນ ຄັ້ງທີ 3:
- ເນື້ອໃນທັງຫມົດ ປະຫວັດວິທະຍາກອນ ແລະ ບໍລິສັດລາວວາລູ
- ເຂົ້າໃຈແຈ້ງອົງປະກອບທຸລະກິດອະສັງຫາທັງຫມົດ ລຳດັບຊັ້ນຂອງນັກປະເມີນ
- ເຂົ້າໃຈສະພາບລວມຕະຫາດອະສັງຫາໃນສປປລາວໃນປີ 2025 ແລະ ການຂະຫຍາຍຂອງຕົວເມືອງນະຄອນຫລວງວຽງຈັນຮອດປີ 2050 ແລະ ຄວາມເປັນມາວຽກງານປະເມີນຫລັກຊັບໃນ ສປປລາວ
- ຂໍ້ແທ້ຈິງຂອງມູນຄ່າ ແລະ ລາຄາ ອະສັງຫາຣິມະຊັບ
- ເຂົ້າໃຈ3ລະບົບ ທີສຳຄັນ ຕໍ່ມູນຄ່າອະສັງຫາໂດຍກົງ:
- ລະບົບເສດຖະກິດ
- ລະບົບຕະຫລາດເງິນ
- ລະບົບວົງຈອນອະສັງຫາຣີມະຊັບ
- ປະຫວັດຄວາມເປັນມາຂອງການປະເມີນມູນຄ່າຫລັກຊັບຂອງສາກົນ ພາກພື້ນ (RICS: Royal Institution of Chartered Surveyors, IVSC: International Valuation Standards Council)
- ອະສັງຫາຣິມະຊັບ ຊັບສິນ ແລະ ມູນຄ່າຊັບສິນ
- ທຳມະຊາດຂອງອະສັງຫາຣິມະຊັບ
- ລັກສະນະທາງກາຍຍະພາບຂອງອະສັງຫາຣິມະຊັບ
- ລັກສະນະທາງກົດຫມາຍຂອງອະສັງຫາຣິມະຊັບ
- ລັກສະນະທາງເສດຖະກິດຂອງອະສັງຫາຣິມະຊັບ
- ຊັບສິນ ແລະ ມູນຄ່າຊັບສິນ
- ຊັບສິນ
- ຄວາມແຕກຕ່າງລະຫວ່າງຊັບສິນແລະອະສັງຫາຣິມະຊັບ
- ກົນໄກຕະຫລາດ ແລະ ລາຄາອະສັງຫາຣິມະຊັບ
- ຂະບວນການຜະລິດ ແລະ ຕົ້ນທືນໃນການຜະລິດອະສັງຫາຣີມະຊັບ
- ການພັດທະນາອະສັງຫາຣີມະຊັບ
- ທຳມະຊາດຂອງມູນຄ່າ
- ນິຍາມຂອງມູນຄ່າ
- ແຫຼງກຳເນີດຂອງມູນຄ່າ
- ຄວາມແຕກຕ່າງຂອງມູນຄ່າ ລາຄາ ແລະ ຕົ້ນທືນ
- ມູນຄ່າຕະຫລາດ
- ມູນຄ່າອື່ນໆທີບໍແມ່ນມູນຄ່າຕະຫລາດ
- ລະບຽບມາດຕະຖານຈັນຍາບັນ ຄຸນສົມບັດຜູ້ດີຂອງວິຊາຊີບປະເມີນຕ້ອງປະຕິບັດ:
- 13 ມາດຕະຖານ ວິຊາຊີບ ການປະເມີນມູນຄ່າຊັບສິນ
- ແລະ 6 ຈັນຍາບັນຂອງວິຊາຊີບຂອງນັກປະເມີນມູນຄ່າຫລັກຊັບອະສັງຫາ ສປປລາວຕ້ອງປະຕິບັດ ຂອງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ສປປລາວ
- ຈຸດປະສົງຂອງການປະເມີນມູນຄ່າຊັບສິນ
- ອິດທິພົນທີ່ມີຜົນກະທົບຕໍ່ມູນຄ່າຂອງຊັບສິນ
- ຫຼັກການພື້ນຖານ ແລະ ແນວຄິດທີ່ຈໍາເປັນໃນການປະເມີນມູນຄ່າຊັບສີນ
- ການວິເຄາະໃຊ້ປະໂຫຍດສຸງສຸດແລະດີທີສຸດແມ່ນຫຍັງ? highest and best use
- ການເງິນ ສະຖິຕິ ທີ່ນໍາມາໃຊ້ໃນວຽກງານການປະເມີນມູນຄ່າຊັບສິນ
- ຂະບວນການປະເມີນມູນຄ່າຊັບສິນ ການເຮັດບົດລາຍງານການປະເມີນມູນຄ່າຊັບສິນ
- ການກວດສອບເອກະສານທີ່ດິນທີ່ຈໍາເປັນ ແລະ ການເກັບກໍາຂໍ້ມູນທີ່ສໍາຄັນເພື່ອປະກອບໃສ່ໃນການປະເມີນມູນຄ່າຊັບສິນ.
- ວິທີການປະເມີນມູນຄ່າທີນິຍົມໃຊ້ທັງຫມົດ ແລະ ການເລືອກໃຊ້ວິທີການປະເມີນໃຫ້ແທດເໝາະກັບແຕ່ລະປະເພດຊັບສິນ
- ຕົວຢ່າງຮູບພາບການເຄື່ອນໄຫວ
- ຄວາມຮູ້ພື້ນຖານວິທີການ ຂອງການປະ; ມີນມູນຄ່າຊັບສິນ ລວມທັງຕົວຢ່າງການປະເມີນມູນຄ່າຊັບສິນດ້ວຍວິທີປຽບທຽບລາຄາຕະຫຼາດ (Market approach)
- ຫລັກການທິດສະດີພື້ນຖານກ່ຽວກັບວິທີປຽບທຽບລາຄາຕະຫຼາດ
- ວິທີປຽບທຽບລາຄາໂດຍກົງ (Direct comparison method)
- ວິທີປັບແກ້ຕາຕະລາງ (Sale adjustment grid (SAG))
- ວິທີໃຫ້ຄະແນນຄຸນນະພາບຖ່ວງນໍ້າໜັກ (Weighted quality score (WQS)
- ວິທີສົມຜົນທົດຖອຍທາງສະຖິຕິ (Multiple Regression analysis)
- ພ້ອມຕົວຢ່ງປະກອບ
- ຄວາມຮູ້ພື້ນຖານວິທີການ ແລະ ຫຼັກການກ່ຽວກັບການປະເມີນມູນຄ່າຊັບສິນດ້ວຍວິທີຕົ້ນທຶນ(Cost approach) ພ້ອມດ້ວຍຕົວຢ່າງຂອງການປະເມີນມູນຄ່າຂອງຊັບສິນປະເພດຕ່າງໆ.
- ການຫັກຄ່າຫລຸ້ຍຫ້ຽນມີຈັກປະເພດ ແຕ່ລະປະເພດຫລຸ້ຍຫ້ຽນຈັກ % ຕໍ່ປີ, ອາຍຸໃຊ້ງານຂອງແຕ່ລະສິ່ງປຸກສ້າງ
- ຫລັກການທິດສະດີພື້ນຖານກ່ຽວກັບວິທີການປະເມີນມູນຄ່າຊັບສິນດ້ວຍວິທີຕົ້ນທຶນ
- ຕົ້ນທຶນກໍ່ສ້າງທົດແທນຄືນໃຫມ່ (Replacement cost new:RCN)
- Depreciated Replacement cost method
- ເນື້ອໃນໆບົດລາຍງານປະເມີນມູນຄ່າຊັບສິນຄວນປະກອບມີຫຍັງແດ່
- ຈຸດປະສົງຂອງການປະເມີນມູນຄ່າຊັບສິນ ແລະ ບຸກຄົນທີກ່ຽວຂອງ
- ທີ່ຕັ້ງຊັບສິນ
- ລາຍລະອຽດກ່ຽວກັບຕອນດິນ
- ລາຍລະອຽດອາຄານ ແລະ ສິ່ງປຸກສ້າງ
- ລາຍລະອຽດລົດ
- ຂໍ້ກົດໝາຍທີ່ມີຜົນກະທົບຕໍ່ມູນຄ່າ
- ການວິເຄາະຊັບສິນ
- ການປະເມີນມູນຄ່າຊັບສິນ
- ເອກະສານຊ້ອນທ້າຍ
- ວິທີການປະເມີນມູນຄ່າຊັບສິນ
- ຫ ັກເກນໃນການປະເມີນມູນຄ່າຊັບສິນ
- ເງື່ອນໄຂ ແລະ ຂໍ້ຈໍາກັດທົ່ວໄປໃນການປະເມີນມູນຄ່າຊັບສິນ
- ເອກະສານສິດກ່ຽວກັບຊັບສິນທີ່ປະເມີນມູນຄ່າ
- ແຜນທີ່ສະແດງທີ່ຕັ້ງໂດຍສັງເຂບ
- ພາບຖ່າຍທາງອາກາດ
- ແຜນທີ່ສະແດງທີ່ຕັ້ງຊັບສິນ
- ແຜນຜັງດິນ
- ພາບຖ່າຍຊັບສິນ
- ເອກະສານລົດ
- ເອກະສານ ບໍລິສັດ
- ທຳມະຊາດຂອງອະສັງຫາຣິມະຊັບ
- ເຄື່ອງມື (Software ແລະ hardware) ທີຈຳເປັນຕ້ອງໃຊ້ໃນວຽກປະເມີນ
- MS Visio and Ms Office
- ເຄື່ອງມືນຳໃຊ້ໃນການວັດແທກ (laser, roller meter, depth measure of pond)
- ການຈັດເກັບຂໍ້ມູນ database for property data, google mymap
- ຄວາມຮູ້ພື້ນຖານວິທີການ ແລະ ຫຼັກການກ່ຽວກັບການປະເມີນມູນຄ່າຊັບສິນດ້ວຍວິທີລາຍໄດ້ (Income approach) ພ້ອມດ້ວຍຕົວຢ່າງປະກອບ
- ຫລັກການທິດສະດີພື້ນຖານ ວິທີການປະເມີນມູນຄ່າດ້ວຍວິທີລາຍໄດ້
- ເທັກນິກການແປງລາຍໄດ້ເປັນມູນຄ່າທາງກົງ – Direct Capitalization Method
- ເທັກນິກການແປງລາຍໄດ້ວິທີການປັບຫລຸດການໄຫຼເງິນສົດ – Discount cash flow method
- ວິທີການກວດບົດຂອງບັນດາບໍລິສັດປະເມີນໃນວຽກສິນເຊື່ອຂອງທະນາຄານ
- ຄຳຖາມທີຖາມ ຕອບກັນເລື້ອຍໆ
- ປະເມີນດິນລັດໄດ້ບໍ?
- ບໍລິສັດປະເມີນຈະຮັບພິຊອບແນວໃດຕໍ່ບົດປະເມີນ?ຮັບຊື້ບໍຕາມມູນຄ່າທີປະເມີນອອກມາ?
- ລູກຄ້າໃຫ້ປະເມີນຫລັກຊັບ ແລະ ໃຫ້ເງິນພິເສດກັບບໍລິສັດປະເມີນເພື່ອໃຫ້ມູນຄ່າສູງໄດ້ບໍ?
ຫມາຍເຫດ: ພວກເຮົາຈະເຊີນບັນດາຫນ່ວຍງານຂອງລັດທີກ່ຽວຂ້ອງເຂົ້າຮ່ວມນຳ ເພື່ອສ້າງຄວາມເຂົ້າໃຈພື້ນຖານໃນວຽກຄຸ້ມຄອງຂະແຫນງການນີ້
ພາບບັນຍາກາດຂອງງານສຳມະນາຄັ້ງທີ 1
ບຸກຄົນທີ່ຄວນເຂົ້າຮ່ວມ:
ຝ່າຍສິນເຊື່ອຂອງທະນາຄານ ແລະ ສະຖາບັນການເງິນ, ນັກປະເມີນຫລັກຊັບ, ທີ່ປືກສາ, ນາຍຫນ້າທີ່ມີເປົ້າຫມາຍຢາກເປັນນັກພັດທະນາອະສັງຫາ ແລະ ອາຊີບທົ່ວໄປທີ່ກ່ຽວຂອງກັບອະສັງຫາລິມະຊັບເຈົ້າຂອງອະສັງຫາລິມະຊັບ, ຜູ້ບໍລິຫານ, ນັກລົງທືນອະສັງຫາ ທີ່ເປັນອົງກອນ ຫລື ສ່ວນຕົວ.ພະນັກງານຂອງພາກລັດທີ່ເຮັດໜ້າວຽກກ່ຽວກັບການປະເມີນຊັບສິນ ຫນ່ວຍງານຄຸ້ມຄອງຫລັກຊັບທະນາຄານ ຫລື ຜູ້ຮັບພີຊອບການເງິນ ການປ່ອຍກູ້ ປ່ອຍສິນເຊື່ອ ແລະບຸກຄົນທົ່ວໄປ
ວັນທີ: ວັນທີ 24-25-26 ມີຖຸນາ 2026 (3 ວັນ)
ວິທີການສຳມະນາ: ບັນຍາຍ ພ້ອມ ເອກະສານ PowerPoint ທິດສະດີ ພ້ອມປືມບັນທືກ ບິກ ແລະ ສໍ
ຈຳນວນຜູ້ເຂົ້າຮ່ວມ: 20-25 ຄົນ
ລົງທະບຽນ: ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ
ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ
ມືຖື: +856 20 54 966 195 ໂທ: 021 262320 www.laovalue.com
ຄ່າທຳນຽມ:
ລົງທະບຽນກ່ອນວັນທີ່ 01/06/2026 ແມ່ນ 4,000,000 ກີບ
ລົງທະບຽນຫລັງວັນທີ່ 01/06/2026 ແມ່ນ 4,500,000 ກີບ
ປິດຮັບສະຫມັກ ທີ 23/06/2026
ຫມາຍເຫດ:
- ຄ່າທຳນຽມ ລວມອາຫານຫວ່າງ ແລະ ອາຫານທ່ຽງ
- ມີໃບຢັ້ງຢືນມອບໃຫ້
- ຊຳລະຄ່າທຳນຽມໄດ້ທີ:
ຊື່ບັນຊີ: Lao Value Property Valuation Sole Co., Ltd
ເລກບັນຊີ: 013 11000 171570 02001
ທະນາຄານ: BCEL ( Banque Pour Le Commerce Exterieur Lao Public)
ຫລື ຊຳລະດ້ວຍ QR:
ແລະສົ່ງຫລັກຖານການຊຳລະມາທີ່ info@laovalue.com
ຫລື ໂທ +856 20 54 966 195 ວອດແອບ: +856 20 22777244 ( ນ ຄອນສະຫວັນ ປັນຍານຸວົງ – ເຈ້ ອ້ອຍ)
Profile of lecturer: Mr Houmphan Saiyalath Tony






Comments are closed