ລະຫວ່າງວັນທີ 12–14 ພະຈິກ 2025, ບໍລິສັດ Laovalue.com ໄດ້ຈັດງານສຳມະນາຫຼັກສູດພື້ນຖານການປະເມີນມູນຄ່າຊັບສິນ ຄັ້ງທີ 2 ຢ່າງສຳເລັດຜົນ ທີ່ຫ້ອງປະຊຸມຂອງ Timeline Café.
ງານສຳມະນາໄດ້ຮັບຄວາມສົນໃຈຢ່າງດີ ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ໂດຍສ່ວນໃຫຍ່ແມ່ນພະນັກງານຈາກທະນາຄານ ແລະ ສະຖາບັນການເງິນຕ່າງໆ ຈຳນວນ 15 ທ່ານ.
ໃນຄັ້ງນີ້ ບໍລິສັດຍັງໄດ້ນຳເຊີນພະນັກງານຈາກ
ກະຊວງການເງິນ – ກົມຄຸ້ມຄອງວິສາຫະກິດ ໂລຈິສຕິກ ແລະ ການປະເມີນມູນຄ່າຊັບສິນ
ເຂົ້າຮ່ວມແລກປ່ຽນຄວາມຮູ້ 1 ທ່ານ ເພື່ອສົ່ງເສີມຄວາມເຂົ້າໃຈດ້ານມາດຕະຖານການປະເມີນຂອງພາກລັດ.
ໃນສ່ວນຂອງເນື້ອຫາ ທ່ານ ຫຸມພັນ ໄຊຍະລາດ ໄດ້ບັນຍາຍແລກປ່ຽນເຖິງ
- ພາບລວມຂອງຕະຫຼາດອະສັງຫາລິມະຊັບໃນປະເທດ
- ພື້ນຖານແນວຄິດ ແລະ ຫຼັກການປະເມີນສາກົນ
- ການນຳມາປັບໃຊ້ໃນສະພາບການປະຕິບັດງານຂອງ ສປປ ລາວ
ໃນຄວາມຫມາຍທີຜູ້ເຂົ້າຮ່ວມທີບໍມີປະສົບປະການຫາກແມ່ນໄດ້ເຂົ້າຮ່ວມແມ່ນຈະເຫັນພາບສັດເຈນຕໍ່ກັບຂະແຫນງການນີ້
ຜູ້ເຂົ້າຮ່ວມສຳມະນາຫຼາຍທ່ານໄດ້ໃຫ້ຄຳເຫັນວ່າ ຫຼັກສູດນີ້ໃຫ້ປະສົບການທຳງານຈິງແບບໃກ້ຊິດ ເຊິ່ງຊ່ວຍເພີ່ມທັກສະໃນການປະເມີນ ແລະ ການວິເຄາະງານສິນເຊື່ອຂອງທະນາຄານໄດ້ຢ່າງມີນັກສະຫນາ.
ຂ່າວໂດຍ: ທີມງານ Laovalue.com
ຮູບບັນຍາກາດການຈັດງານ






Comments are closed