We are leading property valuation in Lao PDR. Our operations started in 2008 under RentsBuy Co. Ltd. by adopting international valuation standards and experienced national valuers. Read More >>

FOLLOW US ON:





Get in touch!

Contact Us.

126/02 Ban Phontan, Saysettha District, Vientiane, Laos

ງານສຳມະນາຫຼັກສູດພື້ນຖານການປະເມີນມູນຄ່າຊັບສິນ (ເນັ້ນການປະຕິບັດງານຈິງ) ຄັ້ງທີ 2 ຈັດຂຶ້ນສຳເລັດດ້ວຍດີ

ລະຫວ່າງວັນທີ 12–14 ພະຈິກ 2025, ບໍລິສັດ Laovalue.com ໄດ້ຈັດງານສຳມະນາຫຼັກສູດພື້ນຖານການປະເມີນມູນຄ່າຊັບສິນ ຄັ້ງທີ 2 ຢ່າງສຳເລັດຜົນ ທີ່ຫ້ອງປະຊຸມຂອງ Timeline Café.
ງານສຳມະນາໄດ້ຮັບຄວາມສົນໃຈຢ່າງດີ ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ໂດຍສ່ວນໃຫຍ່ແມ່ນພະນັກງານຈາກທະນາຄານ ແລະ ສະຖາບັນການເງິນຕ່າງໆ ຈຳນວນ 15 ທ່ານ.

ໃນຄັ້ງນີ້ ບໍລິສັດຍັງໄດ້ນຳເຊີນພະນັກງານຈາກ
ກະຊວງການເງິນ – ກົມຄຸ້ມຄອງວິສາຫະກິດ ໂລຈິສຕິກ ແລະ ການປະເມີນມູນຄ່າຊັບສິນ
ເຂົ້າຮ່ວມແລກປ່ຽນຄວາມຮູ້ 1 ທ່ານ ເພື່ອສົ່ງເສີມຄວາມເຂົ້າໃຈດ້ານມາດຕະຖານການປະເມີນຂອງພາກລັດ.

ໃນສ່ວນຂອງເນື້ອຫາ ທ່ານ ຫຸມພັນ ໄຊຍະລາດ ໄດ້ບັນຍາຍແລກປ່ຽນເຖິງ

  • ພາບລວມຂອງຕະຫຼາດອະສັງຫາລິມະຊັບໃນປະເທດ
  • ພື້ນຖານແນວຄິດ ແລະ ຫຼັກການປະເມີນສາກົນ
  • ການນຳມາປັບໃຊ້ໃນສະພາບການປະຕິບັດງານຂອງ ສປປ ລາວ

ໃນ​ຄວາມ​ຫມາຍ​ທີ​ຜູ້​ເຂົ້າ​ຮ່ວມ​ທີ​ບໍ​ມີ​ປະ​ສົບ​ປະ​ການ​ຫາກ​ແມ່ນ​ໄດ້​ເຂົ້າ​ຮ່ວມ​ແມ່ນ​ຈະ​ເຫັນ​ພາບ​ສັດ​ເຈນ​ຕໍ່​ກັບ​ຂະ​ແຫນງ​ການ​ນີ້

ຜູ້ເຂົ້າຮ່ວມສຳມະນາຫຼາຍທ່ານໄດ້ໃຫ້ຄຳເຫັນວ່າ ຫຼັກສູດນີ້ໃຫ້ປະສົບການທຳງານຈິງແບບໃກ້ຊິດ ເຊິ່ງຊ່ວຍເພີ່ມທັກສະໃນການປະເມີນ ແລະ ການວິເຄາະງານສິນເຊື່ອຂອງທະນາຄານໄດ້ຢ່າງມີນັກສະຫນາ.

ຂ່າວໂດຍ: ທີມງານ Laovalue.com

ຮູບ​ບັນ​ຍາ​ກາດ​ການ​ຈັດ​ງານ

Comments are closed