We are leading property valuation in Lao PDR. Our operations started in 2008 under RentsBuy Co. Ltd. by adopting international valuation standards and experienced national valuers. Read More >>

FOLLOW US ON:

Get in touch!

Contact Us.

126/02 Ban Phontan, Saysettha District, Vientiane, Laos

📢 LaoValue ຈັດສຳມະນາ “ພື້ນຖານການປະເມີນມູນຄ່າຊັບສິນ” ໃຫ້ແກ່ທີມງານ Easy Cash Microfinance

  • Home
  • สัมมนา
  • 📢 LaoValue ຈັດສຳມະນາ “ພື້ນຖານການປະເມີນມູນຄ່າຊັບສິນ” ໃຫ້ແກ່ທີມງານ Easy Cash Microfinance

📢 LaoValue ຈັດສຳມະນາ “ພື້ນຖານການປະເມີນມູນຄ່າຊັບສິນ” ໃຫ້ແກ່ທີມງານ Easy Cash Microfinance

LaoValue Property Valuation Sole Co., Ltd. ໄດ້ຈັດສຳມະນາໃນຫົວຂໍ້ “ພື້ນຖານການປະເມີນມູນຄ່າຊັບສິນ (Foundation of Property Valuation)”

ໃຫ້ແກ່ຄະນະບໍລິຫານ ແລະ ທີມງານຂອງ Easy Cash Microfinance by KPV group ເພື່ອເສີມສ້າງຄວາມຮູ້ ແລະ ຄວາມເຂົ້າໃຈດ້ານການປະເມີນມູນຄ່າຊັບສິນ ສຳລັບການນຳໄປປະຍຸກຕ໌ໃຊ້ໃນວຽກງານສິນເຊື່ອ ແລະ ການບໍລິຫານຫຼັກປະກັນ.

#image_title

ໃນການສຳມະນາ ທີມງານໄດ້ຮຽນຮູ້ຫຼັກການສຳຄັນຂອງວຽກງານປະເມີນມູນຄ່າ ເຊັ່ນ:

🔹 ຄວາມໝາຍ ແລະ ບົດບາດຂອງການປະເມີນມູນຄ່າຊັບສິນ
🔹 ຫຼັກການ ແລະ ມາດຕະຖານການປະເມີນ
🔹 ປະເພດຂອງມູນຄ່າ ແລະ ຈຸດປະສົງຂອງການປະເມີນ
🔹 ວິທີການປະເມີນຫຼັກໆ: Market Approach, Cost Approach ແລະ Income Approach
🔹 ປັດໄຈທີ່ມີຜົນຕໍ່ມູນຄ່າຂອງຊັບສິນ
🔹 ການປະເມີນອະສັງຫາລິມະຊັບເພື່ອໃຊ້ເປັນຫຼັກປະກັນ
🔹 ການນຳຜົນການປະເມີນໄປໃຊ້ໃນການພິຈາລະນາສິນເຊື່ອ
🔹 ການບໍລິຫານ ແລະ ຕິດຕາມຫຼັກປະກັນອະສັງຫາລິມະຊັບ

🤝 ການຮ່ວມມືລະຫວ່າງ LaoValue ແລະ Easy Cash

ກິດຈະກຳຄັ້ງນີ້ ເປັນອີກກ້າວສຳຄັນໃນການສ້າງຄວາມຮ່ວມມືດ້ານ ການປະເມີນມູນຄ່າ, ສິນເຊື່ອ ແລະ ອະສັງຫາລິມະຊັບ ລະຫວ່າງ LaoValue, RentsBuy ແລະ Easy Cash ໂດຍມີເປົ້າໝາຍຮ່ວມກັນໃນການຍົກລະດັບຄວາມຮູ້, ພັດທະນາບຸກຄະລາກອນ ແລະ ສ້າງມາດຕະຖານວຽກງານທີ່ເປັນມືອາຊີບ.

LaoValue ມຸ່ງໝັ້ນທີ່ຈະສືບຕໍ່ສົ່ງເສີມ Knowledge Sharing & Professional Development ໃນວົງການອະສັງຫາລິມະຊັບ, ການເງິນ ແລະ ການປະເມີນມູນຄ່າ ໃນ ສປປ ລາວ.

#image_title

LaoValue – Professional Valuation. Reliable Value.

#LaoValue #EasyCash #PropertyValuation #ValuationTraining #PropertyValuationLaos #RealEstateLaos #Microfinance #KnowledgeSharing #ProfessionalDevelopment

Comments are closed