ຫມາຍເຫດ: ເອກກະສານເບື້ອງຕົ້ນຄ້າວໆ ທີ່ທາງລູກຄ້າຕ້ອງໄດ້ສະໜອງໃຫ້ທາງ ບໍລິສັດ ເພື່ອກຳຫນົດລາຄາຄ່າບໍລິການມີແຕກຕ່າງກັນດັ່ງນີ້
1.ປະເພດທີ່ດິນເປົ່າວ່າງ: ຫາກລູກຄ້າມີປະເພດຊັບສິນທີ່ເປັນດິນເປົ່າວ່າງ, ແມ່ນໃຫ້ລູກຄ້າສົ່ງໃບຕາດິນ (ດ້ານໜ້າແລະ ດ້ານຫຼັງ), ສັນຍາເຊົ່າຫຼືສັນຍາສຳປະທານ (ຖ້າເປັນທີ່ດິນທີ່ມີການໃຫ້ເຊົ່າ ຫຼື ໃຫ້ສຳປະທານ)
2.ປະເພດທີ່ດິນພອ້ມສິ່ງປຸກສ້າງ: ຫາກລູກຄ້າມີປະເພດຊັບສິນທີ່ເປັນດິນພ້ອມສິ່ງປຸກສ້າງ, ແມ່ນໃຫ້ສົ່ງກອ໋ບປີ້ໃບຕາດິນ (ດ້ານໜ້າ ແລະ ຫຼັງ), ພ້ອມຮູບສິ່ງປຸກສ້າງດັ່ງກ້າວ
ແຕ່ຫາກເມື່ອມີການປະເມີນຕົວຈິງແທ້ ແມ່ນພວກເຮົາຕ້ອງການຂໍ້ມູນເພີ້ມເຕີມແມ່ນ ແບບແຜນຜັງອາຄານ, ໃບອະນຸຍາດປຸກສ້າງ, ສັນຍາເຊົ່າ ຫຼື ສັນຍາສຳປະທານ (ຖ້າເປັນທີ່ດິນ ແລະ ອາຄານທີ່ມີການໃຫ້ເຊົ່າ ຫຼື ສຳປະທານ)
3.ປະເພດລົດ: ຫາກລູກຄ້າມີຊັບສິນປະເພດລົດ, ແມ່ນໃຫ້ກອ໋ບປີ້ໃບຊື້-ຂາ, ໃບທະບຽນ ແລະ ໃບອະນຸຍາດນຳໃຊ້
4.ປະເພດເຄື່ອງຈັກ ແລະ ອຸປະກອນອື່ນໆ: ຫາກລູກຄ້າມີຊັບສິນທີ່ເປັນປະເພດເຄື່ອງຈັກທີ່ຈະໃຫ້ພວກເຮົາປະເມີນ, ແມ່ນໃຫ້ກອ໋ບປີ້ ໃບຊື້-ຂາຍ, ໃບອະນຸຍາດນຳໃຊ້/ໃບນຳເຂົ້າ ແລະ ເອກກະສານຕ່າງໆທີ່ກ່ຽວຂ້ອງ