📆ໃນວັນທີ 29 ເມສາ 2025, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຊົມລົມ ບໍລິສັດປະເມີນມູນຄ່າຊັບສິນ ໄດ້ຈັດຝຶກອົບຮົມຂຶ້ນ ໃນຫົວຂໍ້: “ການປະເມີນມູນຄ່າຊັບສິນ” ຢູ່ທີ່ຫ້ອງປະຊຸມ ຊັ້ນ 6, ສໍານັກງານ ຄຄຊ. ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ອາລຸນນາ ສີວົງທອງ, ຮອງຫົວໜ້າ ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ທ່ານ ປອ. ປະສິດທິຜົນ ພອນວັນທາ ຮອງປະທານຊົມລົມບໍລິສັດປະເມີນມູນຄ່າຊັບສິນ, ພ້ອມນີ້ຍັງມີບັນດາສໍາມະນາກອນຈາກພາກລັດ-ເອກະຊົນ, ທະນາຄານທຸລະກິດ ແລະ ຫຼາຍພາກສ່ວນໃຫ້ຄວາມສົນໃຈເຂົ້າຮ່ວມໃນຊຸດຝຶກອົບຮົມຄັ້ງນີ້.
ຈຸດປະສົງແມ່ນເພື່ອເປັນການຖ່າຍທອດຄວາມຮູ້ກ່ຽວກັບວຽກງານປະເມີນມູນຄ່າຊັບສິນ ແລະ ຍົກໃຫ້ເຫັນເຖິງການຮັບຮອງ, ການຄຸ້ມຄອງບໍລິສັດປະເມີນມູນຄ່າຫຼັກຊັບ ແລະ ຄວາມສໍາຄັນຂອງບັນດາຫຼັກການກ່ຽວກັບການປະເມີນມູນຄ່າຊັບສິນຂັ້ນພື້ນຖານ, ບັນດາມາດຕະຖານ ຂອງການປະເມີນມູນຄ່າຊັບສິນ ເພື່ອໃຫ້ບັນດາສໍາມະນາກອນທີ່ເຂົ້າຮ່ວມມີຄວາມຮູ້-ຄວາມເຂົ້າໃຈ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ ແລະ ມີປະສິດທິພາບສູງສຸດ.
ໃນຊຸດຝຶກອົບຮົມໃນຄັ້ງນີ້ໄດ້ດໍາເນີນເປັນເວລາ 1 ວັນ ປະກອບດ້ວຍ 4 ເນື້ອໃນຕິດພັນກັບການຮັບຮອງບໍລິສັດປະເມີນມູນຄ່າຊັບສິນ, ການປະເມີນຫຼັກຊັບພື້ນຖານ, ການປະເມີນມູນຄ່າຊັບສິນ ໃຫ້ກຽດເປັນຄູຝຶກໂດຍ ທ່ານ ປອ. ປະສິດທິຜົນ ພອນວັນທາ, ຮອງຜູ້ອໍານວຍການ ບໍລິສັດ ເຄເຄລາວ ປະເມີນມູນຄ່າຊັບສິນ (ຮອງປະທານຊົມລົມບໍລິສັດປະເມີນມູນຄ່າຊັບສິນ), ທ່ານ ບຸນຈົງ ກອງຄໍາ, ຫົວໜ້າພະແນກຄຸ້ມຄອງສະຖາບັນສື່ກາງດ້ານຫຼັກຊັບ, ທ່ານ ຫຸມພັນ ໄຊຍະລາດ, ຜູ້ອໍານວຍການ ບໍລິສັດລາວວາລູ ປະເມີນມູນຄ່າຊັບສິນ ແລະ ທ່ານ ເທວິນ ຫຼັກຄໍາ, ຜູ້ອໍານວຍການ ບໍລິສັດແອັບໄພຣໂຊ ຈໍາກັດ.
#ຂ່າວສຄຄຊ
#ຝຶກອົບຮົມ
#ການປະເມີນມູນຄ່າຊັບສິນ
#LSCO






Comments are closed