ໃນວັນທີ 10/12/2025 ບໍລິສັດ ລາວວາລູ ປະເມີນຊັບສິນ ຈຳກັດ ຜູ້ດຽວ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ ເພື່ອຮ່ວມມືໃນການໃຫ້ບໍລິການປະເມີນມູນຄ່າຊັບສິນໃຫ້ແກ່ລູກຄ້າຂອງທະນາຄານ.
ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຮ້ານອາຫານທາມລາຍ ໃນເວລາ 11:00 ໂມງ ວັນທີ 10/12/2025 ໂດຍມີການເຂົ້າຮ່ວມຂອງ
- ປະທານບໍລິສັດ ລາວວາລູ ປະເມີນຊັບສິນ ຈຳກັດ ຜູ້ດຽວ,
- ຄະນະຜູ້ຕາງຫນ້າຈາກ ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ,
ໂດຍທ່ານ ສາຍຈິດ ສິມພະວົງ, ຮອງຜູ້ອຳນວຍການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ໃນໂອກາດນີ້ ທ່ານ ຫຸມພັນ ໄຊຍະລາດ, ປະທານບໍລິສັດ ລາວວາລູ, ໄດ້ກ່າວວ່າ:
“ຂ້າພະເຈົ້າ ໃນນາມຕ່າງໜ້າບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຂໍຂອບໃຈທາງທະນາຄານທີ່ໄວ້ວາງໃຈ ແລະ ມອບໂອກາດໃຫ້ພວກເຮົາໃນການຮ່ວມມືຄັ້ງນີ້. ພວກເຮົາຈະມຸ່ງໝັ້ນໃນການມອບບໍລິການປະເມີນທີ່ມີມາດຕະຖານ ແລະ ໜ້າເຊື່ອຖື ໃຫ້ຄົງຄູ່ກັບການເຕີບໂຕຂອງພາລະກິດການເງິນ.”
ຂ່າວສານໂດຍ: ທີມງານ Lao Value
ຮູບພາບບັນຍາກາດພາຍໃນງານ

















Comments are closed