ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ ລາວວາລູ ປະເມີນຊັບສິນ ຈຳກັດ ຜູ້ດຽວ ແລະ ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ

ໃນວັນທີ 10/12/2025 ບໍລິສັດ ລາວວາລູ ປະເມີນຊັບສິນ ຈຳກັດ ຜູ້ດຽວ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ ເພື່ອຮ່ວມມືໃນການໃຫ້ບໍລິການປະເມີນມູນຄ່າຊັບສິນໃຫ້ແກ່ລູກຄ້າຂອງທະນາຄານ.

ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຮ້ານອາຫານທາມລາຍ ໃນເວລາ 11:00 ໂມງ ວັນທີ 10/12/2025 ໂດຍມີການເຂົ້າຮ່ວມຂອງ

  • ປະທານບໍລິສັດ ລາວວາລູ ປະເມີນຊັບສິນ ຈຳກັດ ຜູ້ດຽວ,
  • ຄະນະຜູ້ຕາງ​ຫນ້າຈາກ ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ,
    ​ໂດຍ​ທ່ານ ສາຍ​ຈິດ ສິມ​ພະ​ວົງ, ຮອງ​ຜູ້​ອຳ​ນວຍ​ການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໃນໂອກາດນີ້ ທ່ານ ຫຸມພັນ ໄຊຍະລາດ, ປະທານບໍລິສັດ ລາວວາລູ, ໄດ້ກ່າວວ່າ:
“ຂ້າພະເຈົ້າ ໃນນາມຕ່າງໜ້າບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຂໍຂອບໃຈທາງທະນາຄານທີ່ໄວ້ວາງໃຈ ແລະ ມອບໂອກາດໃຫ້ພວກເຮົາໃນການຮ່ວມມືຄັ້ງນີ້. ພວກເຮົາຈະມຸ່ງໝັ້ນໃນການມອບບໍລິການປະເມີນທີ່ມີມາດຕະຖານ ແລະ ໜ້າເຊື່ອຖື ໃຫ້ຄົງຄູ່ກັບການເຕີບໂຕຂອງພາລະກິດການເງິນ.”

ຂ່າວສານໂດຍ: ທີມງານ Lao Value

ຮູບພາບບັນຍາກາດພາຍໃນງານ

Comments are closed