ນອກຈາກມຸນຄ່າຕະຫລາດແລ້ວ ຍັງມີບັນດາມູນຄ່າຕ່າງໆເຊັ່ນ:
ມູນຄ່າສິດທິການເຊົ່າ:
ໝາຍເຖິງມູນຄ່າອັນເກີດຈາກຄວາມເປັນເຈົ້າຂອງສິດທິໃນການຄອບຄອງ ແລະ ໃຊ້ປະໂຫຍດໃນຊັບສິນເຊິ່ງໄດ້ຮັບຕາມເງື່ອນໄຂຕາມສັນຍາ ອັນເປັນໄປຕາມຂໍ້ຕົກລົງໃນສັນຍາ ແລະມີໄລຍະເວລາສິ້ນສຸດທີ່ແນ່ນອນ ໂດຍແລກປ່ຽນກັບການຈ່າຍຄ່າເຊົ່າລ່ວງໜ້າ ຫຼື ຄ່າເຊົ່າຕາມໄລຍະເວລາ ມູນຄ່າສິດທິການເຊົ່າຈະມີຄ່າເປັນບວກເມື່ອຄ່າເຊົ່າຕະຫຼາດສູງກວ່າຄ່າເຊົ່າຕາມສັນຍາ ແລະ ໃນກໍລະນີທີ່ຄ່າເຊົ່າຕາມສັນຍາສູງກວ່າຄ່າເຊົ່າຕະຫຼາດ ມູນຄ່າສິດທິການເຊົ່າອາດຈະເປັນຄ່າລົບ ຫຼື ເປັນເປັນສູນ.
ມູນຄ່າທີ່ຕິດການເຊົ່າ:
ໝາຍເຖິງມູນຄ່າຂອງສິດທິຕາມກົດໝາຍ ຫຼື ຜູ້ເປັນກໍາມະສິດຂອງຜູ້ເປັນເຈົ້າຂອງທີ່ມີໃນຊັບສິນ ເຊິ່ງໄດ້ມີການໃຫ້ເຊົ່າ ໂດຍທີ່ຜູ້ເຊົ່າຈະໄດ້ຮັບສິດທິ ທີ່ຈະຄອບຄອງ ແລະ ໃຊ້ປະໂຫຍດໃນຊັບສິນນັ້ນ.
ມູນຄ່າບັງຄັບຂາຍ:
ໝາຍເຖິງມູນຄ່າທີ່ບໍ່ແມ່ນມູນຄ່າຕະຫຼາດ ຕາມນິຍາມທີ່ກໍານົດໄວ້ໂດຍສົມ ບູນ ແຕ່ເປັນມູນຄ່າທີ່ພາຍໃຕ້ເງື່ອນໄຂທີ່ຜູ້ຂາຍກຳນົດໄລຍະເວລາການຂາຍທີ່ສັ້ນກວ່າໄລຍະເວລາປົກກະຕິ ເມື່ອຄຳນຶງເຖິງລັກສະນະທີ່ຕັ້ງ ແລະ ສະພາວະຕະຫຼາດຂອງຊັບສິນນັ້ນ ຫຼື ອາດຈະໝາຍເຖິງຄວາມກ່ຽວຂ້ອງຂອງຜູ້ຂາຍທີ່ບໍ່ເຕັມໃຈຂາຍ ແລະ ຜູ້ຊື້ຄົນດຽວ ຫຼື ຫຼາຍຄົນ ໂດຍມີການຊື້ ໂດຍຮູ້ເຖິງຂໍ້ເສຍປຽບຂອງຜູ້ຂາຍຊັບສິນນັ້ນ.
ມູນຄ່າໃຊ້ຕໍ່ເນື່ອງ ຫຼື ມູນຄ່າປ່ຽນແປງການໃຊ້
ຜູ້ປະເມີນຕ້ອງໄດ້ສ້າງຄວາມເຂົ້າໃຈກ່ຽວກັບເລື່ອງມູນຄ່າຂອງຊັບສິນ ວ່າມູນຄ່າທີ່ໄດ້ໃຫ້ຄວາມເຫັນໄປນັ້ນ ເປັນມູນຄ່າຂອງຊັບສິນທີ່ຕ້ອງໃຊ້ຕໍ່ເນື່ອງຢູ່ໃນສະພາບເດີມ ຫຼື ວ່າມີການປ່ຽນແປງການໃຊ້