ລາວ​ວາ​ລູ​ໄດ້​ເຊັນບົດບັນທຶກການຕົກລົງຮ່ວມມືກັບ​ທະ​ນາ​ຄານ​ພັດ​ທະ​ນາ​ຊົນ​ນະ​ບົດ

ລາວ​ວາ​ລູ​ໄດ້​ເຊັນບົດບັນທຶກການຕົກລົງຮ່ວມມືກັບ​ທະ​ນາ​ຄານ​ພັດ​ທະ​ນາ​ຊົນ​ນະ​ບົດ ການໃຫ້ບໍລິການປະເມີນມູນຄ່າຫຼັກຊັບຄໍ້າປະກັນ (MOA) ລະຫວ່າງ ບໍລິສັດ ລາວວາລູ ປະເມີນຊັບສິນ ຈຳກັດ ຜູ້ດຽວ ແລະ ທະນາຄານການນະ​ໂຍ​ບາຍ (ທະ​ນາ​ຄານ​ພັດ​ທະ​ນາ​ຊົນ​ນະ​ບົດ)

ໃນວັນທີ 28/01/2026 ບໍລິສັດ ລາວວາລູ ປະເມີນຊັບສິນ ຈຳກັດ ຜູ້ດຽວ ໄດ້ ເຊັນບົດບັນທຶກບົດບັນທຶກບັນທຶກການຕົກລົງຮ່ວມມື

ການໃຫ້ບໍລິການປະເມີນມູນຄ່າຫຼັກຊັບຄໍ້າປະກັນ ກັບ ທະ​ນາ​ຄານ​ພັດ​ທະ​ນາ​ຊົນ​ນະ​ບົດ  ເພື່ອຮ່ວມມືໃນການໃຫ້ບໍລິການປະເມີນມູນຄ່າຊັບສິນໃຫ້ແກ່ລູກຄ້າຂອງທະນາຄານ.ໄດ້​ມີ​ການ​ເຂົ້າ​ຮ່ວມ​ໂດຍ

  • ປະທານບໍລິສັດ ລາວວາລູ ປະເມີນຊັບສິນ ຈຳກັດ ຜູ້ດຽວ,
  • ຄະນະຜູ້ຕາງ​ຫນ້າຈາກທະນາຄານການນະ​ໂຍ​ບາຍ

ໃນໂອກາດນີ້ ທ່ານ ຫຸມພັນ ໄຊຍະລາດ, ປະທານບໍລິສັດ ລາວວາລູ, ໄດ້ກ່າວວ່າ:
“ຂ້າພະເຈົ້າ ໃນນາມຕ່າງໜ້າບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຂໍຂອບໃຈທາງທະນາຄານທີ່ໄວ້ວາງໃຈ ແລະ ມອບໂອກາດໃຫ້ພວກເຮົາໃນການຮ່ວມມືຄັ້ງນີ້. ພວກເຮົາຈະມຸ່ງໝັ້ນໃນການມອບບໍລິການປະເມີນທີ່ມີມາດຕະຖານ  ຈັນ​ຍາ​ບັນ ພ້ອມ ບໍ​ລິ​ການ​ຢ່າງວ່ອງ​ໄວ ແລະ ໜ້າເຊື່ອຖື ໃຫ້ຄົງຄູ່ກັບການເຕີບໂຕຂອງພາລະກິດ​ໃຫມ່​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ຊົນ​ນະ​ບົດ”

ຂ່າວສານໂດຍ: ທີມງານ Lao Value

Comments are closed