ລາວວາລູ ໄດ້ໄປໃຫ້ຄວາມຮູ້ກ່ຽວກັບວິທີຄິດໄລ່ ແລະ ປະເມີນລາຄາຊັບ

ລາວວາລູ ໄດ້ໄປໃຫ້ຄວາມຮູ້ກ່ຽວກັບວິທີຄິດໄລ່ ແລະ ປະເມີນລາຄາຊັບ

    ວັນທີ 7 ເມສາ 2026, ບໍລິສັດ ລາວວາລູ (LaoValue) ໄດ້ມີໂອກາດມາໃຫ້ຄວາມຮູ້ ແລະ ແລກປ່ຽນດ້ານການປະເມີນຕີລາຄາການປະເມີນຫຼັກຊັບໃຫ້ກັບຄະນະກົມກະຊວງຍຸຕິທຳ ໂດຍມີ ທ່ານ ຫຸມພັນ ໄຊຍະລາດ ປະທານບໍລິສັດ ລາວວາລູ ເຂົ້າຮ່ວມເປັນຜູ້ແທນ ເພື່ອແລກປ່ຽນເລື່ອງການປະເມີນຫຼັກຊັບ ແລະ ປະສົບການໃນການນຳໃຊ້ວຽກງານປະເມີນມູນຄ່າຊັບສິນ ໃນຂະບວນການປະຕິບັດຄຳຕັດສິນຂອງສານ. ການປະຊຸມໃນຄັ້ງນີ້ ໄດ້ມີການປຶກສາ ແລະ ແລກປ່ຽນກ່ຽວກັບວິທີການຄິດໄລ່, ການກຳນົດຫົວໜ່ວຍລາຄາ ພ້ອມທັງມາດຕະຖານການປະເມີນມູນຄ່າສິ່ງປຸກສ້າງ ເພື່ອໃຫ້ສາມາດນຳໄປປະຍຸກໃຊ້ໃນວຽກງານຕົວຈິງ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ. ພ້ອມກັນນີ້ ຍັງເປັນການເສີມສ້າງຄວາມຮ່ວມມືອັນດີລະຫວ່າງພາກລັດ ແລະ ພາກເອກະຊົນ ໃນການຍົກລະດັບມາດຕະຖານວິຊາຊີບດ້ານການປະເມີນຊັບສິນໃນ ສປປ ລາວ ໃຫ້ກ້າວສູ່ມາດຕະຖານສາກົນ. ບໍລິສັດ ລາວວາລູ ຂໍຂອບໃຈການແບ່ງປັນຄວາມຮູ້ ແລະ ປະສົບການຈາກຄູບາອາຈານ ແລະ ຄະນະວິຊາການທຸກພາກສ່ວນ ພ້ອມທັງຢືນຢັນຄວາມມຸ່ງໝັ້ນໃນການສືບຕໍ່ຮຽນຮູ້, ພັດທະນາວິຊາຊີບ ແລະ ຍົກລະດັບມາດຕະຖານການປະເມີນມູນຄ່າໃຫ້ທັນສະໄໝ ແລະ ເປັນສາກົນ.

ດ້ວຍຄວາມມຸ່ງໝັ້ນໃນການໃຫ້ບໍລິການຢ່າງມືອາຊີບ, ຖືກຕ້ອງ ແລະ ເປັນທຳ ບໍລິສັດ ລາວວາລູ ພ້ອມເປັນສ່ວນໜຶ່ງໃນການພັດທະນາວົງການປະເມີນມູນຄ່າຊັບສິນຂອງລາວ ໃຫ້ມີມາດຕະຖານ ແລະ ເປັນທີ່ຍອມຮັບໃນລະດັບສາກົນ.

ຂຽນຂ່າວໂດຍ: Khammanh Tomkanya (#ທີມງານລາວວາລູ)

Comments are closed