We are leading property valuation in Lao PDR. Our operations started in 2008 under RentsBuy Co. Ltd. by adopting international valuation standards and experienced national valuers. Read More >>

FOLLOW US ON:

Get in touch!

Contact Us.

126/02 Ban Phontan, Saysettha District, Vientiane, Laos

ຕ່້ອງການພະນັກງານການຕະຫຼາດ ແລະ ຊ່ວຍ​ວຽກ​ຫ້ອງ​ການ (ເພດ​ຍິງ) (Marketing Executive and office assistant wanted)

Laovalue Property Valuation Sole Co., Ltd ເປັນ​ບໍ​ລິ​ສັດ​ປະ​ເມີນ​ຫລັກ​ຊັບ ສ້າ​ງ​ຕັ້ງ​ແລະ​ໄດ້​ຮັບ​ຮອງ​ຈາກ ສ​ຄ​ຄ​ຊ-ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ຫລັກ​ຊັບ ແຕ່ປີ 2019 (​ທະ​ນາ​ຄານແຫ່ງ​ສ​ປ​ປ​ລາວ​) ເພື່ອ​ຮັບ​ໃຊ້​ວຽກ​ບໍ​ລິ​ການ​ປະ​ເມີນ​ຫລັກ​ຊັບ​​ອະ​ສັງ​ຫາ​ລິ​ມະ​ຊັບໃນສປປລາວ

ພວກ​ເຮົາ​ມີ​ຄວາມ​ຕ້ອງ​ການ​ການ​ຕະ​ຫລາດ ຊ່ວຍ​ວຽກ​ຫ້ອງ​ການ (ເພດ​ຍິງ) ​ດ່ວນ

 

ຄວາມຮັບຜິດຊອບ ແລະ ຫນ້າ​ວຽກ.

  • ​​​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ຂະ​ແໜງ​ການ​ປະ​ເມີນ​ຫລັກ​ຊັບ ໃຫ້​ສັງ​ຄົມ​ຮັບ​ຮູ້ ເຫັນ​ຄວາມ​ສຳ​ຄັນໃນ​ຊ່ອງ​ທາງ​ຕ່າງໆ​ຂອງ​ບໍ​ລິ​ສັດ
  • ​​ຊ່ວຍ​ປະ​ສານ​ງານ ແລະ ເຂົ້າ​ຫາ​ລູກ​ຄ້າ​ເປົ້າ​ຫມາຍ​ໃຫມ່ ແລະ ຮັກ​ສາ​ຖານ​ລູກ​ຄ້າ​ເກົ່າໄວ້
  • ຕິດ​ຕໍ່​ປະ​ສານ​ງານ ຕິດ​ຕາມ​ລູກ​ຄ້າ ​ເພື່ອ​ໃຫ້​ລູກ​ຄ້າ​ມາ​ໃຊ້​ບໍ​ລິ​ການ
  • ການຕະຫຼາດອອນລາຍ (Digital Marketing) ແລະ ການ​ຕະ​ຫລາດ​ທາງ offline (direct marketing)
    • ເວັບໄຊ, ເຟສບຸກ, LinkedIn ແລະ ຊ່ອງທາງອອນລາຍອື່ນໆ
    • ສ້າງ​ກິດ​ຈະ​ກຳ​ສ້າງ​ສາຍ​ສຳ​ພັນ​ອັນ​ທິ​ກັບ​ລູກ​ຄ້າ
  • ຊ່ວຍວຽກ​ບໍ​ລິ​ຫາ​ນ​ຫ້ອງ​ການ: ​ຮັບ​ພິ​ຊອບ​ວຽກເອ​ກ​ສານ​ຕ່າງໆ​ທີ່​ກ່ຽວ​ຂ້ອງ ເຊ່ນ ເອ​ກະ​ສານ​ຂາ​ອອກ​ຂາ​ເຂົ້າ, ພິມ​ບົດ​ລາຍ​ງານ, ຈັດ​ເກັບ​ເອ​ກະ​ສານ, ຮັບ​ພິ​ຊອບ​ຖານ​ຂໍ້​ມູນ ແລະ ອື່ນໆ​ຕາມ​ການມອບ​ຫມາຍ​ຂອງ​ຫົວ​ຫນ້າ​ຫນ່ວຍ​ງານ

​ໄດ້​ເຮັດ​ວຽກ​ຢ່າງ​ໃກ້​ສິດ​ກັບ​ຫົວ​ຫນ້າ​ຫ້ອງ​ການ​ແລະ​ຫົວ​ຫນ້າ​ການ​ຕະ​ຫລາດ

 

ທັກສະທີ່ຕ້ອງການ:

  • ​ມີ ຄວາມສາມາດດ້ານການສື່ສານທີ່ດີ ມີ​ທັກ​ສະ​ການ​ເຈ​ລະ​ຈາ
  • ມີ​ຄວາມ​ເຂົ້າ​ໃນ​ວຽກ​ສິນ​ເຊື່ອ ແລະ​ພື້ນ​ຖານ​ການ​ປະ​ເມີນ​ຫລັກ​ຊັບ
  • ມີ​ການ​ບໍ​ລິ​ການ​ຈັດ​ການ​ວຽກ​ທີ່​ດີ ຮູ້​ຈັກ​ລຳ​ດັບ​ວຽກ ສຳ​ຄັນ ວຽກ​ດ່ວນ
  • ຄວາມ​ສາ​ມາດ​ເຮັດ​ວຽກ​ໄດ້​ຫລາຍ​ຫນ້າ​ວຽກ ແລະ ມີ​ການ​ບໍ​ລິ​ຫານ​ຫນ້າ​ວຽກ​ທີ​ດີ
  • ໄດ້​ພາ​ສາ​ອັງ​ກິດ
  • ມີທັກສະຄອມພິວເຕີດີ ຫາກ​ມີ​ທັກ​ສະ​ໃນ​ການ​ໃຊ້ AI ແມ່ນ​ຈະ​ພິ​ຈາ​ລະ​ນາ​ພິ​ເສດ.

 

ຄຸນ​ນະ​ວຸດການສຶກສາ

  • ປະລິນຍາຕີສາຂາການຕະຫຼາດ, ບໍລິຫານທຸລະກິດ, ການ​ທະ​ນາ​ຄານ ຫຼື ສາຂາທີ່ກ່ຽວຂ້ອງ

ປະສົບການ

  • ມີປະສົບການ 1–3 ປີ (ຈະໄດ້ຮັບພິຈາລະນາເປັນພິເສດຖ້າເຄີຍເຮັດວຽກດ້ານວິ​ເຄາະ​ສິນ​ເຊື່ອ)

ຕົວຊີ້ວັດຜົນງານ (KPIs)ໃນ​ການ​ເພີ່ມ ເງິນ​ເດືອນ/ການ​ເລື່ອນ​ຕຳ​ແຫນ່ງ

  1. ຈຳນວນລູກ​ຄ້າໃຫມ່​ທີ​ເຂົ້າ​ມາ​ ແລະ ຕົກ​ລົງໃຊ້​ບໍ​ລິ​ການ​
  2. ລູກຄ້າ​ເກົ່າ​ກັບ​ມາ​ໃຊ້​ບໍ​ລິ​ການ​ປົກ​ກະ​ຕິ
  3. ສາ​ມາດ​ສ້າງ​ພາບ​ລັກໃຫ້​ບໍ​ລິ​ສັດ​ເປັນ​ທີ​ເຊື່ອ​ຫມັ້ນ ໄວ້​ວາງ​ໃຈ ເປັນ​ກາງ​ໃນ​ການ​ບໍ​ລິ​ການ ຮັກ​ສາ​ລະ​ບຽບ​ມາດ​ຕະ​ຖານ​ຈັນ​ຍາ​ບັນ ວິ​ຊາ​ຊີບ​ນັກ​ປະ​ເມີນ​ຫລັກ​ຊັບ
  4. ມີ​ຄວາມ​ຮັບ​ພິ​ຊອບ​ລ້ອນ​ຫນ້າ​ທີ ສ​າ​ມາດ​ກ້າວ​ເປັນ​ຜູ້​ນຳ​ໄດ້

 

ພວກເຮົາສະເຫນີເງິນເດືອນທີ່ດີ, ຄ່າເຄ​ສທີ່ພໍໃຈ, ແຮງຈູງໃຈຕາມຍອດຂາຍ, ແລະຜົນປະໂຫຍດໄລຍະຍາວ ລາຍ​ໄດ້​ສະ​ເລ່ຍ​ຕໍ່​ເດືອນ ຸ5,000,000-15,000,000​ກີບ/​ເດືອນ ຜູ້ທີ່ສົນໃຈແມ່ນເຊີນສົ່ງ CV ມາທີ່ info@laovalue.com, ຫລື​ຕິດ​ຕໍ່​ຫາ ຝ່າຍ HR +856 20 22 991 889 www.laovalue.com

ຫ້ອງ​ການ​ຕັ້ງ​ຢູ່ ບ້ານ​ໂພ​ນ​ທັນ ເມືອງ​ໄຊ​ເສດ​ຖາ ນະ​ຄອນ​ຫລວງວຽງ​ຈັນ

Comments are closed