ລາວວາລູໄດ້ເຊັນບົດບັນທຶກການຕົກລົງຮ່ວມມືກັບທະນາຄານພັດທະນາຊົນນະບົດ ການໃຫ້ບໍລິການປະເມີນມູນຄ່າຫຼັກຊັບຄໍ້າປະກັນ (MOA) ລະຫວ່າງ ບໍລິສັດ ລາວວາລູ ປະເມີນຊັບສິນ ຈຳກັດ ຜູ້ດຽວ ແລະ ທະນາຄານການນະໂຍບາຍ (ທະນາຄານພັດທະນາຊົນນະບົດ)
ໃນວັນທີ 28/01/2026 ບໍລິສັດ ລາວວາລູ ປະເມີນຊັບສິນ ຈຳກັດ ຜູ້ດຽວ ໄດ້ ເຊັນບົດບັນທຶກບົດບັນທຶກບັນທຶກການຕົກລົງຮ່ວມມື
ການໃຫ້ບໍລິການປະເມີນມູນຄ່າຫຼັກຊັບຄໍ້າປະກັນ ກັບ ທະນາຄານພັດທະນາຊົນນະບົດ ເພື່ອຮ່ວມມືໃນການໃຫ້ບໍລິການປະເມີນມູນຄ່າຊັບສິນໃຫ້ແກ່ລູກຄ້າຂອງທະນາຄານ.ໄດ້ມີການເຂົ້າຮ່ວມໂດຍ
- ປະທານບໍລິສັດ ລາວວາລູ ປະເມີນຊັບສິນ ຈຳກັດ ຜູ້ດຽວ,
- ຄະນະຜູ້ຕາງຫນ້າຈາກທະນາຄານການນະໂຍບາຍ
ໃນໂອກາດນີ້ ທ່ານ ຫຸມພັນ ໄຊຍະລາດ, ປະທານບໍລິສັດ ລາວວາລູ, ໄດ້ກ່າວວ່າ:
“ຂ້າພະເຈົ້າ ໃນນາມຕ່າງໜ້າບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຂໍຂອບໃຈທາງທະນາຄານທີ່ໄວ້ວາງໃຈ ແລະ ມອບໂອກາດໃຫ້ພວກເຮົາໃນການຮ່ວມມືຄັ້ງນີ້. ພວກເຮົາຈະມຸ່ງໝັ້ນໃນການມອບບໍລິການປະເມີນທີ່ມີມາດຕະຖານ ຈັນຍາບັນ ພ້ອມ ບໍລິການຢ່າງວ່ອງໄວ ແລະ ໜ້າເຊື່ອຖື ໃຫ້ຄົງຄູ່ກັບການເຕີບໂຕຂອງພາລະກິດໃຫມ່ຂອງທະນາຄານພັດທະນາຊົນນະບົດ”
ຂ່າວສານໂດຍ: ທີມງານ Lao Value





Comments are closed