Laovalue Property Valuation Sole Co., Ltd ເປັນບໍລິສັດປະເມີນຫລັກຊັບ ສ້າງຕັ້ງແລະໄດ້ຮັບຮອງຈາກ ສຄຄຊ-ຄະນະກຳມະການຄຸ້ມຄອງຫລັກຊັບ ແຕ່ປີ 2019 (ທະນາຄານແຫ່ງສປປລາວ) ເພື່ອຮັບໃຊ້ວຽກບໍລິການປະເມີນຫລັກຊັບອະສັງຫາລິມະຊັບໃນສປປລາວ
ພວກເຮົາມີຄວາມຕ້ອງການການຕະຫລາດດ່ວນ
ຈຸດປະສົງຂອງຕຳແໜ່ງ
ພະນັກງານການຕະຫຼາດມີໜ້າທີ່ວາງແຜນ, ດຳເນີນການແຜນການຕະຫລາດ ແລະ ຕິດຕາມ ເພື່ອໃຫ້ລູກຄ້າມາໃຊ້ບໍລິການປະເມີນມູນຄ່າອະສັງຫາລິມະຊັບ, ແລະ ສາມາດໃຫ້ຄຳປຶກສາດ້ານອະສັງຫາແກ່ບັນດາລູກຄ້າ.
ຄວາມຮັບຜິດຊອບ ແລະ ຫນ້າວຽກ.
- ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຂະແໜງການປະເມີນຫລັກຊັບ ໃຫ້ສັງຄົມຮັບຮູ້ ເຫັນຄວາມສຳຄັນ
- ເຂົ້າຫາລູກຄ້າເປົ້າຫມາຍໃຫມ່ ແລະ ຮັກສາຖານລູກຄ້າເກົ່າໄວ້
- ຕິດຕໍ່ປະສານງານ ຕິດຕາມລູກຄ້າ ເພື່ອໃຫ້ລູກຄ້າມາໃຊ້ບໍລິການ
- ນຳພາໜ່ວຍບໍລິການຂອງລາວວາລູ ຕ່າງແຂວງ
- ການຕະຫຼາດອອນລາຍ (Digital Marketing) ແລະ ການຕະຫລາດທາງ offline (direct marketing)
- ເວັບໄຊ, ເຟສບຸກ, LinkedIn ແລະ ຊ່ອງທາງອອນລາຍອື່ນໆ
- ສ້າງກິດຈະກຳສ້າງສາຍສຳພັນອັນທິກັບລູກຄ້າ
ທັກສະທີ່ຕ້ອງການ:
- ມີ ຄວາມສາມາດດ້ານການສື່ສານທີ່ດີ ມີທັກສະການເຈລະຈາ
- ມີຄວາມເຂົ້າໃນວຽກສິນເຊື່ອ ແລະພື້ນຖານການປະເມີນຫລັກຊັບ
- ມີການບໍລິການຈັດການວຽກທີ່ດີ ຮູ້ຈັກລຳດັບວຽກ ສຳຄັນ ວຽກດ່ວນ
- ຄວາມສາມາດເຮັດວຽກໄດ້ຫລາຍຫນ້າວຽກ ແລະ ມີການບໍລິຫານຫນ້າວຽກທີດີ
- ໄດ້ພາສາອັງກິດ
- ມີທັກສະຄອມພິວເຕີດີ.
ຄຸນນະວຸດການສຶກສາ
- ປະລິນຍາຕີສາຂາການຕະຫຼາດ, ບໍລິຫານທຸລະກິດ, ການທະນາຄານ ຫຼື ສາຂາທີ່ກ່ຽວຂ້ອງ
ປະສົບການ
- ມີປະສົບການ 1–3 ປີ (ຈະໄດ້ຮັບພິຈາລະນາເປັນພິເສດຖ້າເຄີຍເຮັດວຽກດ້ານວິເຄາະສິນເຊື່ອ)
ຕົວຊີ້ວັດຜົນງານ (KPIs)ໃນການເພີ່ມ ເງິນເດືອນ/ການເລື່ອນຕຳແຫນ່ງ
- ຈຳນວນລູກຄ້າໃຫມ່ທີເຂົ້າມາ ແລະ ຕົກລົງໃຊ້ບໍລິການ
- ລູກຄ້າເກົ່າກັບມາໃຊ້ບໍລິການປົກກະຕິ
- ສາມາດສ້າງພາບລັກໃຫ້ບໍລິສັດເປັນທີເຊື່ອຫມັ້ນ ໄວ້ວາງໃຈ ເປັນກາງໃນການບໍລິການ ຮັກສາລະບຽບມາດຕະຖານຈັນຍາບັນ ວິຊາຊີບນັກປະເມີນຫລັກຊັບ
- ມີຄວາມຮັບພິຊອບລ້ອນຫນ້າທີ ສາມາດກ້າວເປັນຜູ້ນຳໄດ້
ພວກເຮົາສະເຫນີເງິນເດືອນທີ່ດີ, ຄ່າເຄສທີ່ພໍໃຈ, ແຮງຈູງໃຈຕາມຍອດຂາຍ, ແລະຜົນປະໂຫຍດໄລຍະຍາວ ລາຍໄດ້ສະເລ່ຍຕໍ່ເດືອນ ຸ5,000,000-15,000,000ກີບ/ເດືອນ ຜູ້ທີ່ສົນໃຈແມ່ນເຊີນສົ່ງ CV ມາທີ່ info@laovalue.com, ຫລືຕິດຕໍ່ຫາ ຝ່າຍ HR +856 20 22 991 889 www.laovalue.com
ຫ້ອງການຕັ້ງຢູ່ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ





Comments are closed