ບໍລິສັດ Lao Property Valuation ຍິນດີມາແບ່ງປັນຄວາມຮູ້ ພື້ນຖານການປະເມີນມູນຄ່າຫລັກຊັບເຊິ່ງຈະຈັດເປັນຄັ້ງທີ 2 ເພື່ອການລົງທືນ/ເພື່ອສິນເຊື່ອ ໂດຍ ທ່ານ ຫຸມພັນ ໄຊຍະລາດ ທີ່ກັບກ່ຽວປະສົບປະການຕົວຈິງ ທີ່ໄດ້ຮ່ຳຮຽນຈາກອາຈານຈາກຕ່າງປະເທດ ແລະພາຍໃນ ໂດຍມີປະສົບປະການຕົວຈິງມາດົນກ່ວາ 17 ປີໃນວຽກງານນາຍຫນ້າອະສັງຫາ ແລະ ໃນວຽກປະເມີນຫລັກຊັບເປັນເວລາ 7 ປີ ຫລັກສູດນີ້ເປັນຫລັກສູດ ຄວາມຮູ້ພື້ນຖານ ກ່ຽວກັບການປະເມີນມູນຄ່າຊັບສິນ ເພື່ອການລົງທືນແບບມາດຕະຖານສາກົນ ທ່ານສາມາດກຳໜົດມູນຄ່າຊັບສິນໄດ້ຢ່າງຫມັ້ນໃຈ ແລະ ຢ່າງມີວິທະຍາສາດໃນການຕັດສິນໃຈໃນການລົງທຶນ, ຫາກທ່ານຢູ່ໃນຂະແໜງການສິນເຊື່ອກໍ່ຈະເຂົ້າໃຈກົນໄກມູນຄ່າ ຫລັກການ ຫລັກເກນ ມາດຕະຖານ ເຕັກນິກການກວດສອບບົດລາຍງານການປະເມີນລາຄາຕາມຫລັກວິຊາຊີບດ້ານການປະເມີນລາຄາຂອງບໍລິສັດປະເມີນໄດ້, ທ່ານທີ່ເຮັດກ່ຽວກັບອະສັງຫາ ເຊັ່ນ: ນັກລົງທືນ ຝ່າຍສິນເຊື່ອ ນັກປະເມີນ ຜູ້ພັດທະນາເຮືອນທີ່ດິນ ຈັດສັນດິນຂາຍ ແມ່ນຄວນມີຄວາມຮູ້ເຄື່ອງມືປະເມີນມູນຄ່າ ເຫຼົ່ານີ້ໄວ້.
ໝາຍເຫດ: ເປັນນັກປະເມີນຄົນລາວທຳອິດໃນສປປລາວ ທີໄດ້ຮັບໃບຮັບຮອງຈາກ ສຄຄຊ (ທະນາຄານແຫ່ງສປປລາວ) ແລະ ຈະຮ່ວມສ້າງນັກປະເມີນຮຸ່ນສືບທອດໃຫ້ ສປປລາວ
ພາບບັນຍາກາດຂອງງານສຳມະນາຄັ້ງທີ 2 ທີຈັດຂື້ນໂດຍ ສຄຄຊ 05-2025
ເນື້ອໃນການສຳມະນາທ່ານຈະຮຽນຮູ້:
- ເຂົ້າໃຈສະພາບລວມຕະຫາດອະສັງຫາໃນສປປລາວໃນປີ 2025 ແລະ ການຂະຫຍາຍຂອງຕົວເມືອງນະຄອນຫລວງວຽງຈັນຮອດປີ 2050
- ເຂົ້າໃຈແຈ້ງອົງປະກອບທຸລະກິດອະສັງຫາທັງຫມົດ
- ຂໍ້ແທ້ຈິງຂອງມູນຄ່າອະສັງຫາຣິມະຊັບ
- ປະຫວັດຄວາມເປັນມາຂອງການປະເມີນມູນຄ່າຫລັກຊັບຂອງສາກົນ ພາກພື້ນ (RICS: Royal Institution of Chartered Surveyors, IVSC: International Valuation Standards Council) ແລະ ຄວາມເປັນມາວຽກງານປະເມີນຫລັກຊັບໃນ ສປປລາວ
- ອະສັງຫາຣິມະຊັບ ຊັບສິນ ແລະ ມູນຄ່າຊັບສິນ
- ທຳມະຊາດຂອງອະສັງຫາຣິມະຊັບ
- ລັກສະນະທາງກາຍຍະພາບຂອງອະສັງຫາຣິມະຊັບ
- ລັກສະນະທາງກົດຫມາຍຂອງອະສັງຫາຣິມະຊັບ
- ລັກສະນະທາງເສດຖະກິດຂອງອະສັງຫາຣິມະຊັບ
- ຊັບສິນ ແລະ ມູນຄ່າຊັບສິນ
- ຊັບສິນ
- ຄວາມແຕກຕ່າງລະຫວ່າງຊັບສິນແລະອະສັງຫາຣິມະຊັບ
- ກົນໄກຕະຫລາດ ແລະ ລາຄາອະສັງຫາຣິມະຊັບ
- ຂະບວນການຜະລິດ ແລະ ຕົ້ນທືນໃນການຜະລິດອະສັງຫາຣີມະຊັບ
- ການພັດທະນາອະສັງຫາຣີມະຊັບ
- ທຳມະຊາດຂອງມູນຄ່າ
- ນິຍາມຂອງມູນຄ່າ
- ແຫຼງກຳເນີດຂອງມູນຄ່າ
- ຄວາມແຕກຕ່າງຂອງມູນຄ່າ ລາຄາ ແລະ ຕົ້ນທືນ
- ມູນຄ່າຕະຫລາດ
- ມູນຄ່າອື່ນໆທີບໍແມ່ນມູນຄ່າຕະຫລາດ
- ທຳມະຊາດຂອງອະສັງຫາຣິມະຊັບ
- ລະບຽບມາດຕະຖານຈັນຍາບັນ ຄຸນສົມບັດຜູ້ດີຂອງວິຊາຊີບປະເມີນຕ້ອງປະຕິບັດ:
- 13 ມາດຕະຖານ ວິຊາຊີບ ການປະເມີນມູນຄ່າຊັບສິນ
- ແລະ 6 ຈັນຍາບັນຂອງວິຊາຊີບຂອງນັກປະເມີນມູນຄ່າຫລັກຊັບອະສັງຫາ ສປປລາວຕ້ອງປະຕິບັດ ຂອງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ສປປລາວ
- ຈຸດປະສົງຂອງການປະເມີນມູນຄ່າຊັບສິນ
- ອິດທິພົນທີ່ມີຜົນກະທົບຕໍ່ມູນຄ່າຂອງຊັບສິນ
- ປັດໄຈທີ່ມີຜົນຕໍ່ກັບມູນຄ່າທີເຮົາປະເມີນມູນຄ່າ
- ຂະບວນການປະເມີນມູນຄ່າຊັບສິນ ແລະ ການເຮັດບົດລາຍງານການປະເມີນມູນຄ່າຊັບສິນ
- ຫຼັກການເບື້ອງຕົ້ນທາງດ້ານເສດຖະສາດ ການເງິນ ສະຖິຕິ ທີ່ນໍາມາໃຊ້ໃນວຽກງານການປະເມີນມູນຄ່າຊັບສິນ
- ການກໍານົດບັນດາປັດໄຈທີ່ມີຜົນກະທົບກໍ່ກັບມູນຄ່າຊັບສິນ
- ການກວດສອບເອກະສານທີ່ດິນທີ່ຈໍາເປັນ ແລະ ການເກັບກໍາຂໍ້ມູນທີ່ສໍາຄັນເພື່ອປະກອບໃສ່ໃນການປະເມີນມູນຄ່າຊັບສິນ.
- ວິທີການປະເມີນມູນຄ່າທີນິຍົມໃຊ້ທັງຫມົດ ແລະ ການເລືອກໃຊ້ວິທີການປະເມີນໃຫ້ແທດເໝາະກັບແຕ່ລະປະເພດຊັບສິນ
- ຄວາມຮູ້ພື້ນຖານວິທີການ ຂອງການປະເມີນມູນຄ່າຊັບສິນ ລວມທັງຕົວຢ່າງການປະເມີນມູນຄ່າຊັບສິນດ້ວຍວິທີປຽບທຽບລາຄາຕະຫຼາດ (Market approach)
- ຫລັກການທິດສະດີພື້ນຖານກ່ຽວກັບວິທີປຽບທຽບລາຄາຕະຫຼາດ
- ວິທີປຽບທຽບລາຄາໂດຍກົງ (Direct comparison method)
- ວິທີປັບແກ້ຕາຕະລາງ (Sale adjustment grid (SAG))
- ວິທີໃຫ້ຄະແນນຄຸນນະພາບຖ່ວງນໍ້າໜັກ (Weighted quality score (WQS))
- ວິທີສົມຜົນທົດຖອຍທາງສະຖິຕິ (Multiple Regression analysis)
- ພ້ອມຕົວຢ່ງປະກອບ
- ຄວາມຮູ້ພື້ນຖານວິທີການ ແລະ ຫຼັກການກ່ຽວກັບການປະເມີນມູນຄ່າຊັບສິນດ້ວຍວິທີຕົ້ນທຶນ(Cost approach) ພ້ອມດ້ວຍຕົວຢ່າງຂອງການປະເມີນມູນຄ່າຂອງຊັບສິນປະເພດຕ່າງໆ.
- ຫລັກການທິດສະດີພື້ນຖານກ່ຽວກັບວິທີການປະເມີນມູນຄ່າຊັບສິນດ້ວຍວິທີຕົ້ນທຶນ
- ຕົ້ນທຶນກໍ່ສ້າງທົດແທນຄືນໃຫມ່ (Replacement cost new:RCN)
- Depreciated Replacement cost method
- ການຫັກຄ່າຫລຸ້ຍຫ້ຽນ
- ຄວາມຮູ້ພື້ນຖານວິທີການ ແລະ ຫຼັກການກ່ຽວກັບການປະເມີນມູນຄ່າຊັບສິນດ້ວຍວິທີລາຍໄດ້ (Income approach) ພ້ອມດ້ວຍຕົວຢ່າງປະກອບ
- ຫລັກການທິດສະດີພື້ນຖານ ວິທີການປະເມີນມູນຄ່າດ້ວຍວິທີລາຍໄດ້
- ເທັກນິກການແປງລາຍໄດ້ເປັນມູນຄ່າທາງກົງ – Direct Capitalization Method
- ເທັກນິກການແປງລາຍໄດ້ວິທີການປັບຫລຸດການໄຫຼເງິນສົດ – Discount cash flow method
- ສະຫລຸບຄວາມຮູ້ດ້ານການປະເມີນ ຕໍ່ກັບປະເພດຫລັກຊັບຈະໃຊ້ວິທີການປະເມີນແບບໃດທີ່ເຫມາະສົມ
ບຸກຄົນທີ່ຄວນເຂົ້າຮ່ວມ:
ຝ່າຍສິນເຊື່ອຂອງທະນາຄານ ແລະ ສະຖາບັນການເງິນ, ນັກປະເມີນຫລັກຊັບ, ທີ່ປືກສາ, ນາຍຫນ້າທີ່ມີເປົ້າຫມາຍຢາກເປັນນັກພັດທະນາອະສັງຫາ ແລະ ອາຊີບທົ່ວໄປທີ່ກ່ຽວຂອງກັບອະສັງຫາລິມະຊັບເຈົ້າຂອງອະສັງຫາລິມະຊັບ, ຜູ້ບໍລິຫານ, ນັກລົງທືນອະສັງຫາ ທີ່ເປັນອົງກອນ ຫລື ສ່ວນຕົວ.ພະນັກງານຂອງພາກລັດທີ່ເຮັດໜ້າວຽກກ່ຽວກັບການປະເມີນຊັບສິນ ຫນ່ວຍງານຄຸ້ມຄອງຫລັກຊັບທະນາຄານ ຫລື ຜູ້ຮັບພີຊອບການເງິນ ການປ່ອຍກູ້ ປ່ອຍສິນເຊື່ອ ແລະບຸກຄົນທົ່ວໄປ
ວັນທີ: ວັນທີ 12-13-14 ພະຈິກ 2025 (3 ວັນ)
ສະຖານທີ່: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທີ່ ຫ້ອງປະຊຸມກາງ ບ ໂພນພະເນົາ ມ ໄຊເສດຖາ ນະຄອນຫລວງວຽງຈັນ
Tel: 021 453 312 Email: info@lncci.la tiktok.com/@lncci_official
QR ທີຕັ້ງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
https://maps.app.goo.gl/egkDtCGeSKL3CVAP6
ວິທີການສຳມະນາ: ບັນຍາຍ ພ້ອມ ເອກະສານ PowerPoint ທິດສະດີ ພ້ອມປືມບັນທືກ ບິກ ແລະ ສໍ
ຈຳນວນຜູ້ເຂົ້າຮ່ວມ: 40 ຄົນ
ລົງທະບຽນ: ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ
ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ
ມືຖື: +856 20 54 966 195 ໂທ: 021 262320 www.laovalue.com
ຄ່າທຳນຽມ:
ລົງທະບຽນກ່ອນວັນທີ່ 01/11/2025 ແມ່ນ 4,000,000 ກີບ
ລົງທະບຽນຫລັງວັນທີ່ 01/11/2025 ແມ່ນ 4,500,000 ກີບ
ປິດຮັບສະຫມັກ ທີ 11/11/2025
ຫມາຍເຫດ:
- ຄ່າທຳນຽມ ລວມອາຫານຫວ່າງ ແລະ ອາຫານທ່ຽງ
- ມີໃບຢັ້ງຢືນມອບໃຫ້
- ຊຳລະຄ່າທຳນຽມໄດ້ທີ:
ຊື່ບັນຊີ: Lao Value Property Valuation Sole Co., Ltd
ເລກບັນຊີ: 013 11000 171570 02001
ທະນາຄານ: BCEL ( Banque Pour Le Commerce Exterieur Lao Public)
ຫລື ຊຳລະດ້ວຍ QR:
ແລະສົ່ງຫລັກຖານການຊຳລະມາທີ່ info@laovalue.com
ຫລື ໂທ +856 20 54 966 195 ວອດແອບ: +856 20 22777244 ( ນ ຄອນສະຫວັນ ປັນຍານຸວົງ – ເຈ້ ອ້ອຍ)
ພາບບັນຍາກາດຂອງງານສຳມະນາຄັ້ງທີ 1
Profile of lecturer: Mr Houmphan Saiyalath Tony






Comments are closed