ພະນັກງານສຳຫຼວດວັດແທກທີ່ດິນ, ແລະ ແຜນທີ່  (Land Survey, Mapping & Geomatics Officer)

📢 ປະກາດຮັບສະໝັກພະນັກງານ

ຕຳແໜ່ງ: ພະນັກງານສຳຫຼວດວັດແທກທີ່ດິນ, ແລະ ແຜນທີ່  (Land Survey, Mapping & Geomatics Officer)

Laovalue Property Valuation Sole Co., Ltd ເປັນບໍລິສັດປະເມີນມູນຄ່າຊັບສິນ ທີ່ໄດ້ຮັບການຮັບຮອງຈາກທະນາຄານແຫ່ງ ສປປ ລາວ ຕັ້ງແຕ່ປີ 2019. ພວກເຮົາໃຫ້ບໍລິການດ້ານການປະເມີນມູນຄ່າຊັບສິນ, ການສຳຫຼວດທີ່ດິນ, ການຈັດເຮັດແຜນທີ່, ວິເຄາະຂໍ້ມູນ GIS ແລະ ໃຫ້ຄຳປຶກສາດ້ານອະສັງຫາລິມະຊັບແກ່ພາກລັດ, ສະຖາບັນການເງິນ, ອົງກອນພັດທະນາ ແລະ ພາກເອກະຊົນ.

#image_title

📍 ສະຖານທີ່ເຮັດວຽກ: ນະຄອນຫຼວງວຽງຈັນ ແລະ ສາມາດເດີນທາງລົງສຳຫຼວດໃນແຂວງຕ່າງໆໄດ້

🕘 ປະເພດວຽກ: ເຕັມເວລາ (Full-Time)

💰 ລາຍຮັບ: 4,000,000 – 10,000,000 ກີບ/ເດືອນ (ຕາມຄວາມສາມາດ ແລະ ປະສົບການ)

ໜ້າທີ່ ແລະ ຄວາມຮັບຜິດຊອບ

✅ ດຳເນີນການສຳຫຼວດທີ່ດິນ, ກຳນົດພິກັດ ແລະ ກວດສອບເນື້ອທີ່ພາກສະໜາມ

✅ ນຳໃຊ້ອຸປະກອນ Survey ເຊັ່ນ GPS/GNSS, Total Station, Drone ແລະ ອຸປະກອນທີ່ກ່ຽວຂ້ອງ

✅ ຈັດເຮັດແຜນທີ່, ປະມວນຜົນຂໍ້ມູນພູມິສາດ ແລະ ຈັດການຖານຂໍ້ມູນ GIS

✅ ກວດສອບເອກະສານກ່ຽວກັບທີ່ດິນ ແລະ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ

✅ ຈັດເຮັດບົດລາຍງານຜົນການສຳຫຼວດ ແລະ ສົ່ງມອບຂໍ້ມູນໃຫ້ທີມງານ

✅ ສາມາດເຮັດວຽກເປັນທີມ, ມີຄວາມຮັບຜິດຊອບ, ອົດທົນ ແລະ ພ້ອມເຮັດວຽກພາກສະໜາມ

ຄຸນສົມບັດ ແລະ ທັກສະທີ່ຕ້ອງການ

🎓 ຈົບການສຶກສາສາຂາ:

  • ສຳຫຼວດທີ່ດິນ (Land Surveying)
  • ວິສະວະກຳສຳຫຼວດ
  • GIS ແລະ Geomatics
  • ແຜນທີ່ສາດ (Cartography)
  • ວິສະວະກຳໂຍທາ
  • ການຈັດການທີ່ດິນ
  • ຫຼື ສາຂາອື່ນທີ່ກ່ຽວຂ້ອງ

💻 ສາມາດນຳໃຊ້ Microsoft Office, AutoCAD, QGIS, ArcGIS ຫຼື ຊອບແວດ້ານ Survey ແລະ GIS ໄດ້

🛰️ ມີຄວາມຮູ້ດ້ານ GPS/GNSS, Total Station ຫຼື Drone Survey ຈະພິຈາລະນາເປັນພິເສດ

📝 ສາມາດຂຽນບົດລາຍງານ ແລະ ຈັດການຂໍ້ມູນໄດ້ດີ

🗣️ ມີທັກສະການສື່ສານ ແລະ ປະສານງານທີ່ດີ

🇬🇧 ສາມາດໃຊ້ພາສາອັງກິດພື້ນຖານໄດ້

🚗 ມີໃບຂັບຂີ່ລົດ ຫຼື ສາມາດເດີນທາງຕ່າງແຂວງໄດ້ ຈະພິຈາລະນາເປັນພິເສດ

ສິ່ງທີ່ພວກເຮົາມອບໃຫ້

✅ ເງິນເດືອນ ແລະ ເງິນອຸດໜູນທີ່ແຂ່ງຂັນໄດ້

✅ ໂອກາດຮຽນຮູ້ການນຳໃຊ້ເທັກໂນໂລຢີ Survey, GIS ແລະ Drone Mapping

✅ ໂອກາດພັດທະນາສາຍອາຊີບໃນບໍລິສັດທີ່ກຳລັງເຕີບໂຕ

✅ ເບ້ຍລ້ຽງ ແລະ ຄ່າເດີນທາງເມື່ອລົງພາກສະໜາມ

📩 ສົ່ງ CV ພ້ອມຮູບຖ່າຍມາທີ່: info@laovalue.com

📞 ໂທ: +856 20 22 991 889

🌐 www.laovalue.com

📍 ສຳນັກງານ: ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

#Laovalue #JobsLaos #Surveyor #GIS #Geomatics #Mapping #LandSurvey #VientianeJobs #ຮັບສະໝັກວຽກ #ສຳຫຼວດທີ່ດິນ #GISLaos

Comments are closed