First 9 valuation firms in Laos, teamed up under guidance of Lao Security Commission to establish Lao Appraisal Club and association in near future.

ຄະນະກຳມະການຄຸ້ມຄອງຫຼັກຊັບ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຕົກລົງແຕ່ງຕັ້ງຄະນະທີ່​ປຶກ​ສາ​ສ້າງ​ຕັ້ງ​ຊົມ​ລົມ​ບໍລິສັດປະເມີນມູນຄ່າຊັບສິນແຫ່ງ​ສ​ປ​ປ​ລາວ ເຊີ່ງ​ແມ່ນ​ເຈົ້າ​ຫນ້າ​ທີ່​ສຳ​ນັກ​ງານ ຄ​ຄ​ຊ ແລະ

ແຕ່ງຕັ້ງຄະນະສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ດັ່ງມີລາຍຊື່ລຸ່ມນີ້:

  1. ທ່ານ ສົມ​ສີ ແສນ​ຄຳ ຜູ້ອຳນວຍການ ບໍ​ລິ​ສັດ​ເອ​ເຊຍ​ໂລ​ຕັດ……..ຫົວໜ້າຄະນະ;
  2. ທ່ານ ຫຸມ​ພັນ ໄຊ​ຍະ​ລາດ ຜູ້ອຳນວຍການ ບໍ​ລິ​ສັດ​ລາວວ​ວາ​ລູ​ປະ​ເມີນ​ມູນ​ຄ່າ​ຊັບ​ສິນ………………..ຮອງ​ຫົວໜ້າຄະນະ;
  3. ທ່ານ ປອ ປະ​ສິດ​ຕິ​ຜົນ ພອນ​ວັນ​ທາ ຮອງຜູ້ອຳນວຍການ………….………..ຮອງຫົວໜ້າຄະນະ;
  4. ແລະ ອີກ 6ບໍ​ລິ​ສັດ​ເປັນ​ຄະ​ນະ

ຄະນະທີ່​ປຶກ​ສາໃນ​ການ​ສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ມີພາລະບົດບາດ, ສິດ ແລະ ໜ້າທີ່

ດັ່ງລຸ່ມນີ້:

  • ຊຸກຍູ້, ​ໃຫ້ການແນະນຳ, ປຶກ​ສາ ແລະ ປະສານສົມທົບ ຕໍ່​ຄະ​ນະ​ສ້າງ​ຕັ້ງ​ຊົມ​ລົມບໍລິສັດປະເມີນມູນຄ່າຊັບສິນໃນການປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເພື່ອຄົ້ນຄວ້າຄວາມພ້ອມໃນການສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ແລະ ພາຍ​ຫຼັງ​ການ​ສ້າງ​ຕັ້ງ​ຊົມ​ລົມ;
  • ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຊຸກຍູ້ສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ແລະ ຊຸກຍູ້ຫັນ ຊົມລົມເປັນສະມາຄົມບໍລິສັດປະເມີນມູນຄ່າຊັບສິນ ໃນຕໍ່ໜ້າ;
  • ປະສານສົມທົບກັບບໍລິສັດປະເມີນມູນຄ່າຊັບສິນ ເພື່ອຄັດເລືອກເອົາບຸກຄະລາກອນທີ່ຈະປະກອບເຂົ້າໃນໂຄງຮ່າງການຈັດຕັ້ງຂອງຊົມລົມບໍລິສັດປະເມີນມູນຄ່າຊັບສິນ ຕາມມະຕິ ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ຂອງ​ ສຳນັກງານ ຄຄຊ ກັບ ຄະນະອຳນວຍການບໍລິສັດປະເມີນມູນຄ່າຊັບສິນ ໂດຍການເປັນປະທານກອງປະຊຸມຂອງ ສຳນັກງານ ຄຄຊ;
  • ຄົ້ນຄວ້າການສະເໜີ ຕາມສິດ ແລະ ໜ້າທີ່ ຂອງຄະນະສ້າງຕັ້ງຊົມລົມບໍ​ລິ​ສັດ​ປະ​ເມີນ​ມູນ​ຄ່າ​ຊັບ​ສິນໃນມາດຕາ 4 ເພື່ອລາຍງານ ທ່ານຫົວໜ້າສຳນັກງານ ພິຈາລະນາ;
  • ຕິດ​ຕາມ​ການ​ປະ​ຕິ​ບັດ​ແຜນ​ການເຮັດວຽກຕາມ ສິດ ແລະ ໜ້າທີ​ຂອງ​ຄະ​ນະ​ສ້າງ​ຕັ້ງ​ຊົມ​ລົມ​ບໍ​ລິ​ສັດ​ປະ​ເມີນ​ມູນ​ຄ່າ​ຊັບ​ສິນ ຕາມການລາຍງານ;
  • ຈັດກອງປະຊຸມຮ່ວມ​ກັບຄະ​ນະ​ສ້າງ​ຕັ້ງ​ຊົມ​ລົມ​ບໍ​ລິ​ສັດ​ປະ​ເມີນ​ມູນ​ຄ່າ​ຊັບ​ສິນ ກ່ຽວກັບ ຄວາມຄືບໜ້າ​ໃນ​ການ​ສ້າງ​ຕັ້ງ​ຊົມ​ລົມ​ບໍ​ລິ​ສັດ​ປະ​ເມີນ​ມູນ​ຄ່າ​ຊັບ​ສິນ ໃນທຸກໆ​ວັນ​ທີ 30 ຂອງ​ເດືອນ​ທີ​ສາມ ຂອງ​ໄຕ​ມາດ ແລະ ຖ້າມື້ຈັດກອງປະຊຸມ ກົງກັບ ມື້ພັກລັດຖະການ ຫຼື ວັນ ເສົາ-ອາທິດ ແມ່ນໃຫ້ຈັດກອງປະຊຸມໃນມື້ຖັດໄປ. ກໍ​ລະ​ນີ ຈຳ​ເປັນ ກໍ່​ສາ​ມາດ​ຮຽ​ກ​ປະ​ຊຸມ​ວິ​ສາ​ມັນ​ໄດ້;
  • ລາຍງານຄວາມຄືບໜ້າ​ການ​ຈັດຕັ້ງປະ​ຕິ​ບັດ ສິດ ແລະ ໜ້າທີ່ ​ຂອງຄະນະສ້າງຕັ້ງຊົມ​ລົມ​ບໍ​ລິ​ສັດ​ປະ​ເມີນ​ມູນ​ຄ່າ​ຊັບ​ສິນຕໍ່ ຫົວໜ້າສໍານັກງານ ຄຄຊ ປະຈຳເດືອນ, ໄຕມາດ, 6 ເດືອນ ແລະ ປີ;
  • ປະຕິບັດວຽກອື່ນໆຕາມການມອບໝາຍຂອງ ທ່ານຫົວໜ້າສຳນັກງານ ຄຄຊ.

 

 

Views: 15