ລາວ​ວາ​ລູ​ໄດ້​ຮັບ​ລາງວັນ Best SME Award 2021 ຈາກ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຫ​ນຸ່ມ​ແຫ່ງ​ຊາດ YEAL

ໃນວັນທີ 18 ມີນາ 2021 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ສະມາຄົມນັກທຸລະກິດໝຸ່ມແຫ່ງຊາດລາວ (ສທໜຊ) ໄດ້ຈັດພິທີມອບລາງທຸລະກິດໝຸ່ມດີເດັ່ນ ປະຈຳປີ 2021 ຂຶ້ນ ໂດຍການເປັນປະທານເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ມີ ທ່ານ ອາລຸນໄຊ ສູນນະລາດ ຫົວໜ້າຫ້ອງວ່າການສຳນັກງານນາຍົກ, ທ່ານ ຄຳແສນ ສີສະວົງ ປະທານ ສທໜຊ ພ້ອມດ້ວຍສະມາຊິກນັກທຸລະກິດໜຸ່ມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ບໍ​ລິ​ສັດ​ລາວ​ວາ​ລູ​ປະ​ເມີນ​ມູນ​ຄ່າ​ຊັບ​ສິນ​ແມ່ນ​ໄດ້​ຖືກ​ຂັດ​ເລືອກ 1 ໃນ 138 ບໍລິສັດ ຮັບ​ລາງວັນ ໃນ ສາ​ຂາ BEST SME Award ປະຈຳປີ 2021

ປະ​ທ່ານ ຄຳແສນ ສີສະວົງ ກ່າວວ່າ: ການຄັດເລືອກຜູ້ກອບປະການໝຸ່ມດີເດັ່ນ ແມ່ນໄດ້ມີຂັ້ນຕອນຜ່ານມາດຕະຖານຮ່ວມກັບ ສູນກາງຊາວໜູ່ມ ປະຊາຊົນປະຕິວັດລາວ ເຊິ່ງໄດ້ມີບັນດານັກທຸລະກິດໜຸ່ມທົ່ວປະເທດ ຜູ້ທີ່ມີເງື່ອນໄຂຕາມ, ມີມາດຕະຖານ ສົ່ງໃບສະໝັກເຂົ້າຮ່ວມຊີງລາງວັນ 300 ກວ່າບໍລິສັດ ແລະ ສາມາດຜ່ານມາດຕະຖານ, ໄດ້ຮັບການເຫັນດີຈາກຄະນະກໍາມະການຄັດເລືອກໄດ້ທັງໝົດ 117 ບໍລິສັດ ທຸລະກິດດີເດັ່ນ ແລະ 21 ບໍລິສັດ ທຸລະກິດຂະໜາດນ້ອຍ ແລະ ກາງ ຂະແໜງຜະລິດຕະພັນພາຍໃນດີເດັ່ນ ໄດ້ຮັບລາງວັນຜູ້ປະກອບການໝຸ່ມດີເດັ່ນ ປະຈຳປີ 2021.

ສທໜຊ ໄດ້ສ້າງຕັ້ງຂຶ້ນໃນປີ 2003 ພາຍໃຕ້ການເຫັນດີຂອງຄະນະເລຂາສູນກາງພັກ ໂດຍແມ່ນສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເຊິ່ງຕະຫຼອດຊຸມປີຜ່ານມາ ສທໜຊ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ປັດຈຸບັນມີສະມາຊິກທັງໝົດ 1.250 ບໍລິສັດ, ມີສະມາຄົມຢູ່ຂັ້ນນະຄອນຫຼວງ, ແຂວງ ແລະ ບາງແຂວງແມ່ນມີຂັ້ນເມືອງ, ມີຍອດມູນຄ່າການລົງທຶນເຖິງ 625 ລ້ານໂດລາສະຫະລັດ, ສາມາດສ້າງວຽກເຮັດງານທຳໃຫ້ແຮງງານລາວ 43.000 ກວ່າຄົນ ແລະ ສະເລ່ຍແຕ່ລະປີ ຖອກພັນທະງົບປະມານໄດ້ຫຼາຍກວ່າ 120 ຕື້ກີບ.

ຂັດ​ມາ​ຈາ​ກ​ຫ​ນັງ​ສື​ພິມ​ເສດ​ຖະ​ກິດ​ການ​ຄ້າ

 

Hits: 2