ບໍລິສັດ Lao Value Property Valuation ຍິນ​ດີ​ມາ​ແລກ​ປ່ຽນ​ຄວາມ​ຮູ້ ພື້ນ​ຖານ​ການ​ປະ​ເມີນ​ຫລັກ​ຊັບ ເພື່ອ​ການ​ລົງ​ທືນ ໂດຍ​ ທ່ານ ຫຸມ​ພັນ ໄຊ​ຍະ​ລາດ ​ທີ່​ກັບ​ກ່ຽວປະ​ສົບ​ປະ​ການ​ຕົວ​ຈິງ​ ທີ່​ໄດ້ຮ່ຳ​ຮຽນ​ຈາກ​ອາ​ຈານ​ຈາກ​ຕ່າງ​ປະ​ເທດ ​ແລະ​ພາຍ​ໃນ ​ໂດຍ​ມີ​ປະ​ສົບ​ປະ​ການ​ມາ​ດົນ​ກ່​ວາ 15ປີ​ໃນ​ວຽກ​ງານ​ນາຍ​ຫນ້າ​ອະ​ສັງ​ຫາ ແລະ ໃນ​ວຽກ​ປະ​ເມີນ​ຫລັກ​ຊັບ​ເປັນ​ເວ​ລາ 6ປີ ຫລັກ​ສູດ​ນີ້​ເປັນ​ຫລັກ​ສູດ ຄວາມ​ຮູ້​ພື້ນ​ຖານ​ ກ່ຽວ​ກັບ​ການ​ປະ​ເມີນ​ມູນ​ຄ່າ​ຊັບ​ສິນ​ ເພື່ອ​ການ​ລົງ​ທືນ​ແບບ​ມາດ​ຕະ​ຖານ​ສາ​ກົນ ທ່ານ​ສາ​ມາດ​ກຳ​ໜົດ​ມູນ​ຄ່າ​ຊັບ​ສິນ​ໄດ້​ຢ່າງ​ຫມັ້ນ​ໃຈ ແລະ ​ຢ່າງ​ມີ​ວິ​ທະ​ຍາ​ສາດ​ໃນ​ການ​ຕັດ​ສິນ​ໃຈ ທ່ານ​ທີ່​ເຮັດ​ກ່ຽວ​ກັບ​ອະ​ສັງ​ຫາ ​ເຊັ່ນ: ນັກ​ລົງ​ທືນ ​ຝ່າຍ​ສິນ​ເຊື່ອ ນັກ​ປະ​ເມີນ ຜູ້​ພັດ​ທະ​ນາ​ເຮືອນ​ທີ່​ດິນ ຈັດ​ສັນ​ດິນ​ຂາຍ ແມ່ນ​ຄວນ​ຮູ້​ເຄື່ອງ​ມື​ເຫຼົ່າ​ນີ້​ໄວ້.

ເພື່​ອ​ຮຽນ​ຮູ້:

  • ເຂົ້າ​ໃຈສະ​ພາບ​​ລວມອະ​ສັງ​ຫາ​ໃນ​ສ​ປ​ປ​ລາວ
  • ເຂົ້າ​ໃຈແຈ້ງ​ອົງ​ປະ​ກອບ​ທຸ​ລະ​ກິດ​ອະ​ສັງ​ຫາ​ທັງ​ຫມົດ
  • ທຳ​ຄວາມ​ເຂົ້າ​ໃຈ​ກົນ​ໄກ​ຂອງ​ລາ​ຄາແລະ​ມູນ​ຄ່າ​ຂອງ​ອະ​ສັງ​ຫາ
  • ຄວາມຮູ້ທີ່ເປັນຫຼັກການພື້ນຖານດ້ານການປະເມີນມູນຄ່າຊັບສິນ
  • ຫຼັກການເບື້ອງຕົ້ນທາງດ້ານເສດຖະສາດທີ່ນໍາມາໃຊ້ໃນວຽກງານການປະເມີນມູນຄ່າຊັບສິນ
  • ຂະບວນການ ແລະ ຂັ້ນຕອນຂອງການປະເມີນມູນຄ່າຊັບສິນ
  • ການກໍານົດບັນດາປັດ​ໄຈທີ່ມີຜົນກະທົບກໍ່ກັບມູນຄ່າຊັບສິນ
  • ການນໍາສະເໜີວິທີການປະເມີນມູນຄ່າຊັບສິນທີ່ມີການນໍາໃຊ້ກັນທົ່ວໄປ
  • ການກວດສອບເອກະສານທີ່ດິນທີ່ຈໍາເປັນ ແລະ ການເກັບກໍາຂໍ້ມູນທີ່ສໍາຄັນເພື່ອປະກອບໃສ່ໃນການປະເມີນມູນຄ່າຊັບສິນ.
  • ຄວາມຮູ້ພື້ນຖານວິທີການ ຂອງການປະເມີນມູນຄ່າຊັບສິນ ລວມທັງຕົວຢ່າງການປະເມີນມູນຄ່າຊັບສິນດ້ວຍວິທີປຽບທຽບລາຄາຕະຫຼາດ(Market approach)
  • ຄວາມຮູ້ພື້ນຖານວິທີການ ແລະ ຫຼັກການກ່ຽວກັບການປະເມີນມູນຄ່າຊັບສິນດ້ວຍວິທີຕົ້ນທຶນ(Cost approach) ພ້ອມດ້ວຍຕົວຢ່າງຂອງການປະເມີນມູນຄ່າຂອງຊັບສິນປະເພດຕ່າງໆ.
  • ຄວາມຮູ້ພື້ນຖານວິທີການ ແລະ ຫຼັກການກ່ຽວກັບການປະເມີນມູນຄ່າຊັບສິນດ້ວຍວິທີລາຍໄດ້(Income approach)
  • ມາດ​ຕະ​ຖານ ແລະ ຈັນ​ຍາ​ບັນ​ຂອງ​ວິ​ຊາ​ຊີບ​ຂອງ​ນັກ​ປະ​ເມີນຫລັກ​ຊັບ​ອະ​ສັງ​ຫາ​

ບຸກ​ຄົນ​ທີ່​ຄວນ​ເຂົ້າ​ຮ່ວມ:

ຝ່າຍ​ສິນ​ເຊື່ອ, ນັກ​ປະ​ເມີນ​ຫລັກ​ຊັບ, ທີ່​ປືກ​ສາ, ນາຍ​ຫນ້າ​ທີ່​ມີ​ເປົ້າ​ຫມາຍ​ຢາກ​ເປັນ​ນັກ​ພັດ​ທະ​ນາ​ອະ​ສັງ​ຫາ ແລະ ອາ​ຊີບ​ທົ່ວ​ໄປ​ທີ່​ກ່ຽວ​ຂອງ​ກັບ​ອະ​ສັງ​ຫາ​ລິ​ມະ​ຊັບເຈົ້າ​ຂອງ​ອະ​ສັງ​ຫາ​ລິ​ມະ​ຊັບ, ​ຜູ້​ບໍ​ລິ​ຫານ, ນັກ​ລົງ​ທືນ​ອະ​ສັງ​ຫາ ທີ່​ເປັນ​ອົງ​ກອນ ຫລື​ ສ່ວນ​ຕົວ.ພະ​ນັກ​ງານ​ຂອງ​ພາກ​ລັດ​ທີ່​ເຮັດ​ໜ້າ​ວຽກ​ກ່ຽວ​ກັບ​ການ​ປະ​ເມີນຊັບ​ສິນ ຫນ່ວຍ​ງານ​ຄຸ້ມ​ຄອງ​ຫລັກ​ຊັບທະ​ນາ​ຄານ ຫລື ຜູ້​ຮັບ​ພີ​ຊອບ​ການ​ເງິນ ການ​ປ່ອຍ​ກູ້ ປ່ອຍ​ສິນ​ເຊື່ອ ແລະ​ບຸກ​ຄົ​ນ​ທົ່ວ​ໄປ

 

ວັນ​ທີ: ວັນ​ທີ 14-15-16 ສິງ​ຫາ 2024(​ສຳ​ມະ​ນາ 3 ວັນ)

ສະ​ຖານ​ທີ່:(ສະ​ຖານ​ທີ່​ຈະ​ແຈ້ງ​ຕາມ​ຫລັງ)

ວິ​ທີ​ການສຳ​ມະ​ນາ: ​ບັນ​ຍາຍ ພ້ອມ ເອ​ກະ​ສານ PowerPoint ທິດ​ສະ​ດີ ພ້ອມຕົວ​ຢ່າງ

ຈຳ​ນວນ​ຜູ້​ເຂົ້າ​ຮ່​ວມ: 20 ຄົນ

ລົງທະບຽນ: ບໍລິສັດ ລາວວາລູ ປະ​ເມີນ​ມູນ​ຄ່າ​ຊັບ​ສິນ ຈຳກັດຜູ້ດຽວ
ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ
ມືຖື: +856 22777244 ນາງ ໄພ​ທູນ ພອນ​ສະ​ຫວັນ

ໂທ: 021 262319/20

www.laovalue.com

Email: info@laovalue.com

ວິທີການສຳມະນາ: ບັນຍາຍ ພ້ອມ ເອກະສານ PowerPoint ທິດສະດີ ພ້ອມຕົວຢ່າງ ແບ​ບ​ເຝິ​ກ​ຫັດ

ຄ່າ​ທຳ​ນຽມ:

ລົງ​ທະ​ບຽນກ່ອນ​ວັນ​ທີ່ 01/08/2024 ແມ່ນ 3,000,000 ກີບ

ລົງ​ທະ​ບຽນຫລັງ​ວັນ​ທີ່ 01/08/2024 ແມ່ນ 3,500,000 ກີບ

ຫມາຍ​ເຫດ:

  • ຄ່າທຳນຽມ ລວມ​ອາ​ຫານ​ຫວ່າງ ແລະ​ ອາ​ຫານ​ທ່ຽງ
  • ມີ​ໃບ​ຢັ້ງ​ຢືນມອບ​ໃຫ້
  • ພ້ອມ​ພາ​ລົງ​ປະ​ເມີນ​ພາກ​ສະ​ໜາມ​ຕົວ​ຈິງ

ສະຖານທີ່: ຫ້ອງ​ປະ​ຊຸມ​ໃຫຍ່ ຮ້ານ​ອາ​ຫານ ທາມ​ລາຍ ບ້ານ​ສີ​ສັງ​ວອນ  ມ ໄຊ​ເສດ​ຖາ ນ​ະ​ຄອນ​ຫລວງວຽງ​ຈັນ

  • Timeline Cafe and Restaurant
    030 9089998

    Facebook: https://www.facebook.com/timelinecafessv

    ແຜນ​ທີ​ທີ່​ຕັ້ງ

 

ຊຳ​ລະຄ່າ​ທຳ​ນຽມ​ໄດ້​ທີ:

ຊື່​ບັນ​ຊີ: Lao Value Property Valuation Sole Co., Ltd

ເລກ​ບັນ​ຊີ: 013 11000 171570 02001

ທະ​ນາ​ຄານ: BCEL ( Banque Pour Le Commerce Exterieur Lao Public)

ຫລື  ຊຳ​ລະ​ດ້ວຍ QR:

ແລະ​ສົ່ງ​ຫລັກ​ຖານ​ການຊຳ​ລະ​ມາ​ທີ່ info@laovalue.com ຫລື ວອດ​ແອບ: +856 20 22777244

ຄ່າ​ທຳ​ນຽມ:

ລົງ​ທະ​ບຽນກ່ອນ​ວັນ​ທີ່ 01/08/2024 ແມ່ນ 3,000,000 ກີບ

ລົງ​ທະ​ບຽນຫລັງ​ວັນ​ທີ່ 01/08/2024 ແມ່ນ 3,500,000 ກີບ

ຄ່າທຳນຽມ ລວມ​ອາ​ຫານ​ຫວ່າງ ແລະ​ ອາ​ຫານ​ທ່ຽງ

 

 

ວາລະການສຳມະນາ:

 

ຄຸນນະວຸດຂອງວິທະຍາກອນ:

 ທ່ານ ​ຫຸມ​ພັນ ໄຊ​ຍະ​ລາດ

ປະສົບການດ້ານ​ອະ​ສັງ​ຫາ​ລິ​ມະ​ຊັບ:

  • ສ້າງ​ຕັ້ງ​ບໍ​ລິ​ສັດ​ອະ​ສັງ​ຫາ​ລິ​ມະ​ຊັບ RentsBuy ມາ​ຕັ້ງ​ແຕ່​ປີ ​ແຕ່​ປີ 2008 (16ປີ)
  • ສ້າງ​ຕັ້ງ​ບໍ​ລິ​ສັດ​ປະ​ເມີນ​ມູນ​ຄ່າ​ອະ​ສັງ​ຫາ LaoValue ມາ​ແຕ່​ປີ 2018 (6ປີ)

ເຂົ້າຮ່ວມການຝຶກອົບຮົມຫົວຂໍ້ກ່ຽວການປະເມີນມູນຄ່າຊັບສິນ  ຫຼື ອື່ນໆທີ່ກ່ຽວຂ້ອງ:

  • ເຂົ້າຮ່ວມງານສຳມະນາຫລັກສູດປະເມີນມູນຄ່າຊັບສິນທີຊັບຊ້ອນ ຢູ ໂຮງຮຽນທຸລະກິດອະສັງຫາແຫ່ງປະເທດໄທ (Thai Real Estate Business School -www.trebs.ac.th) 4 ວັນ 32 ຊົ່ວໂມງ ໃນປີ 1-4 ເມສາ 2018 ສອນໂດຍ  ດຣ ໂສພົນ ພອນໂຊກໄຊ,
  • ເຂົ້າຮ່ວມງານສຳມະນາຫລັກສູດປະເມີນມູນຄ່າຊັບສິນເພື່ອການລົງທືນ ສອນໂດຍ ດຣ ໂສພົນ ພອນໂຊກໄຊ, ທີນະຄອນຫລວງວຽງຈັນ 3 ວັນ 24 ຊົ່ວໂມງ 21-23 ທັນວາ 2018
  • ແລະ ຮ່ວມງານສຳມະນາ ຫລັກສູດປະເມີນແບບເລັ່ງລັດພື້ນຖານ 3 ວັນ ນຳ ອຈ ຂັນຕີ ວົງຄຳສານ 3 ວັນ 24 ຊົ່ວໂມງ ປີ 2019

ໝາຍ​ເຫດ: ເປັນ​ນັກ​ປະ​ເມີນ​ຄົນ​ລາວ​ທຳ​ອິດ ທີ​ໄດ້​ຮັບ​ໃບ​ຮັບ​ຮອງ​ຈາກ ສ​ຄ​ຄ​ຊ (ທະ​ນ​າ​ຄານ​ແຫ່ງ​ສ​ປ​ປ​ລາວ)

3) ປະຫວັດການສຶກສາ:

ລະດັບການສຶກສາ (ແຕ່ຊັ້ນຕົ້ນຂື້ນໄປ):

  • ມັດທະຍົມສົງ ທາດຫລວງ 1992-1996
  • ມະຫາວິທະຍາໄລແຫ່ງຊາດ ຄະນະພາກວິຊາ ພາສາອັງກິດ ສົກຮຽນປີ 1997-2003, ປະລິນຍາຕຣີ
  • ມະຫາວິທະຍາໄລ NIDA (ປະເທດໄທ) ບໍລິຫານ ທຸລະກິດ, ສົກຮຽນປີ 2004-2006ປະລິນຍາໂທ MBA

Views: 0