ໃນວັນທີ່ 13 ມີນາ 2024 ບໍລິສັດລາວວາລູ (Laovalue Property Valuation Sole Co., Ltd) ຕາງຫນ້າໂດຍ ທ່ານ ຫຸມພັນ ໄຊຍະລາດ ອຳນວຍການຂອງບໍລິສັດ. ໄດ້ຮັບໂອກາດ ໃນການປະເມິນມູນຄ່າຊັບສິນ ໃຫ້ແກ່ບໍລິສັດ ໄຟຟ້າລາວມະຫາຊົນ(EDL GEN) ຈຳນວນ27 ແຫ່ງໃນຂອບເຂດທົ່ວປະເທດ ໂດຍການຮ່ວມມືກັບ ສອງບໍລິສັດ ຄື: ບໍລິສັດ ເຄເຄລາວ ປະເມີນມູນຄ່າຊັບສິນ ແລະ ບໍລິສັດ ລາວເອເຊຍໂລຕັດ ປະເມີນມູນຄ່າຊັບສິນ, ໂດຍການນຳພາຂອງນັກສ່ຽວຊານຈາກ Agency for Real Estate Affairs Property Consultants International Standard of Thailand ເຊິ່ງ​ເປັນ​ບໍ​ລິ​ສັດ​ນຳ​ໜ້າ​ຂອງ​ປະ​ເທດ​ໄທ​ດ້ານ​ການ​ປະ​ເມີນ​ຫລັກ​ຊັບ. ຈຸດປະສົງໃນການປະເມີນຄັ້ງນີ້ ກໍເພື່ອໃຫ້ຮູ້ມູນຄ່າຊັບສິນ ແລະ ເພື່ອຮັບໃຊ້ວຽກງານປະກັນໄພ. ເຊີ່ງໃຊ້ໄລຍະເວລາໃນການປະເມີນຄັ້ງນີ້ ປະມານ 3 ເດືອນ ແລະ ກໍ່ໄດ້ປະສົບຜົນສຳເລັດເປັນຢ່າງດີ. ທາງນີ້ກໍ່ເປັນບາດກ້າວນື່ງຂອງບໍລິສັດປະເມີນມູນຄ່າຊັບສິນຂອງລາວ ທີ່ໄດ້ຮັບໃຊ້ວຽກງານລະດັບຊາດຂອງ ສປປ ລາວ ແລະ ຮ່ວມ​ມື​ກັບ​ບໍ​ລິ​ສັດ​ສາ​ກົນ​ໃນ​ການ​ປະ​ເມີນ​ຄັ້ງ​ນີ້​.

ຂຽນ​ໂດຍ: ທິມ​ຂ່າວ​ລາວ​ວາ​ລູ ທ ວົງ​ເດືອນ ອິນ​ທະ​ນາມ

Views: 0