​ງານ​ສຳ​ມະ​ນາ​ຄວາມ​ຮູ້​ພື້ນ​ຖານ ຄວາມ​ຮູ້​ພື້ນ​ຖານ​ການ​ປະ​ເມີນ​​ມູນ​ຄ່າ​ຊັບ​ສິນ ຈັດ​ຂື້ນ 3 ວັນ ທີ່​ສະ​ພາ​ການ​ຄ້າ ແລະ ອຸດ​ສະ​ຫະ​ກຳ​ແຫ່ງ​ຊາດ ເລີ່ມ​ຕັ້ງ​ແຕ່ 16-17-18 ພະ​ຈິກ, 2022 (ສຳມະນາ 3 ວັນ) ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ຄວາມ​ສຳ​ເລັດ​ຢ່າງ​ຈົບ​ງາມໃນ​ດານ​ສົ່ງ​ຕໍ່​ຄວາມ​ຮູ້​ສະ​ເພາະ​ດ້ານ​ວິ​ຊາ​ການ​ປະ​ເມີນ​ໃຫ້​ກັບ​ບຸກ​ຄະ​ລາ​ກອນ ສ​ປ​ປ​ລາວ ເພື່ອ​ຊ່ວຍ​ກັນ​ສ້າງ​ຄວາມ​ເຂັ້ມ​ແຂງວິ​ຊາ​ການ​ດ້ານ​ນີ້ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສັ່ງ ຄົມ ຂອງ ສ​ປ​ປ​ລາວ​ພວກ​ເຮົາ ໃນ​ນັ້ນ ​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ບັນ​ດາ​ທະ​ນາ​ຄານ ແລະ ສະ​ຖາ​ບັນ​ການ​ເງິນ​ເປັນ​ຈຳ​ນວນ 9 ທ່ານ ແລະ ໄດ້​ເຊີນ​ຕົວ​ແທນ ຈາກ ຫ້ອງ​ການ ສຳ​ນັກ​ງານ​ຄຸ້ມ​ຄອງ​ຫລັກ​ຊັບ ເຂົ້າ​ຮ່ວມ​ນຳ ຈຳ​ນວນ 2 ທ່ານ ເພື່ອ​ຍົກ​ລະ​ດັບ​ຄວາມ​ຮູ້​ດ້ານ​ວິ​ຊາ​ການ ໂດຍ ອ​ຈ ຂັນ​ຕິ ວົງ​ຄຳ​ສານ  ຈາກ ວິທະຍາໄລເຕັກນິກສັບພະວິຊາດ້ານວຽກງານການບໍລິຫານທີ່ດິນ ແລະ ວຽກງານການປະເມີນລາຄາ ຈັດ​ໂດຍ ບໍ​ລິ​ສັດ ລາວ​ວາ​ລູ ປະ​ເມີນ​ມູນ​ຄ່າ​ຊັບ​ສິນ

ສຳ​ລັບ​ງານ​ສຳ​ມະ​ນາ​ແມ່ນ​ທາງ​ບໍ​ລິ​ສັດ​ຈະ​ຈັດ ປີ​ລະ 1-2ຄັ້ງ ແລະ ັ​ຄ້ງ​ຕໍ່​ໄປ​ຈະ​ເຊີນ ອາ​ຈານ​ໃດ​ນັ້ນ ໃຫ້​ຕິດ​ຕາມ​ນຳ​ກັນ​ໃນ​ຄັ້ງ​ຕໍ່​ໄປ

ພາບ​ບັນ​ຍາ​ກາດງານ​ສຳ​ມະ​ນາ

Views: 0