ມາດຕະຖານວິຊາຊີບເລື່ອງທີ 4

ຄຳສັ່ງ ແລະເງືອນໄຂໃນການວ່າຈ້າງງານ

ຄໍາສັງ ແລະ ເງື່ອນໄຂໃນການວ່າຈ້າງງານກຳນົດຂຶ້ນເພື່ອສ້າງຄວາມເຂົ້າໃຈທີ່ຖືກຕ້ອງແກ່ລູກຄ້າຜູ້ຮັບ ບໍລິການກ່ຽວກັບສິ່ງທີ່ຄາດຫວັງຈາກຜູ້ປະເມີນ ແລະ ຂອບເຂດຄວາມຮັບຜິດຊອບຂອງຜູ້ປະເມີນລວມທັງການປະ ເມີນພາຍໃຕ້ກອບຂອງມາດຕະຖານວິຊາຊີບທີ່ສາມາດຈະເຮັດໄດ້.

4.1 ຜູ້ປະເມີນຕ້ອງມີຄວາມເຂົ້າໃຈໃນຄຳສັ່ງ ແລະ ເງື່ອນໄຂໃນການວ່າຈ້າງງານ ແລະ ຄວນເຮັດການຕົກລົງ ເປັນລາຍລັກອັກສອນກັບລູກຄ້າຜູ້ຮັບບໍລິການໃນໜັງສືຄຳສັ່ງວ່າຈ້າງ ຫຼື ຂໍ້ສະເໜີງານກ່ຽວກັບຂອບເຂດການໃຫ້ ບໍລິການຂອງຜູ້ປະເມີນ

4.2 ໜັງສືຄຳສັ່ງວ່າຈ້າງ ຫຼື ຂໍ້ສະເໜີງານຢ່າງໜ້ອຍຕ້ອງລະບຸເຖິງຂໍ້ມູນດັ່ງຕໍ່ໄປນີ້

1) ເຊິ່ງຜູ້ວ່າຈ້າງ ແລະ ຜູ້ໃຊ້ປະໂຫຍດຈາກລາຍງານການປະເມີນ

2) ວັດຖຸປະສົງຂອງການປະເມີນ

3 ວັນທີ່ປະເມີນມູນຄ່າຊັບສິນ

4) ລາຍລະອຽດຊັບສິນທີ່ປະເມີນກ່ຽວກັບປະເພດຊັບສິນ ຕຳແໜ່ງທີ່ຕັ້ງສິດທິຕາມກົດໝາຍໃນຊັບ

ສີນລວມເຖິງຂໍ້ມູນ ແລະ ເອກະສານທີ່ຈຳເປັນສໍາລັບການປະເມີນ; 5) ສົມມຸດຖານທີ່ໃຊ້ໃນການປະເມີນ (ຖ້າມີ)

  1. ຫຼັກເກນທີ່ໃຊ້ກໍານົດມູນຄ່າປະເມີນ
  2. ຮູບແບບລາຍງານການປະເມີນ
  3. ການລະບຸເຖິງການບໍ່ມີສ່ວນໄດ້ສ່ວນເສຍໃນຊັບສິນທີ່ປະເມີນ
  4. ເງື່ອນໄຂ ແລະ ຂໍ້ຈຳກັດການປະເມີນລວມເຖິງພາລະຜູກພັນທີ່ຕ້ອງຮັບຜິດຊອບຕໍ່ບຸກຄົນອື່ນ ນອກເໜືອຈາກລູກຄ້າຜູ້ຮັບບໍລິການ

10) ຄ່າບໍລິການ ແລະ ເງື່ອນໄຂຂອງການສຳລະເງິນ

4.3 ກ່ອນເລີ່ມງານປະເມີນຜູ້ປະເມີນຕ້ອງກວດສອບເພື່ອໃຫ້ມີການລົງນາມຮັບຮອງໂດຍລູກຄ້າຜູ້ຮັບບໍລິກາ ໃນຄໍາສັ່ງວ່າຈ້າງ ຫຼື ຂໍ້ສະເໜີງານ ແລະ ເກັບຮັກສາສໍາເນົາໄວ້ເພື່ອອ້າງອີງໃນອະນາຄົດ

4.4 ຫາກມີການປ່ຽນແປງເງື່ອນໄຂໃນຄໍາສັ່ງວ່າຈ້າງງານຢ່າງມີເນື້ອໃນສຳຄັນໃນລະຫວ່າງການປະຕິບັດງານຜູ້ເ ເມີນຈະຕ້ອງຂໍໃຫ້ລູກຄ້າຜູ້ຮັບບໍລິການລົງນາມເຫັນດີນໍາທຸກຄັ້ງ

 

4.5 ໃນກໍລະນີທີ່ເປັນການໃຫ້ບໍລິການກັບສະຖາບັນການເງິນໜັງສືຄຳສັ່ງວ່າຈ້າງງານເຊິ່ງອາດມີຜົນໃຊ້ບັງຄັບ ຄວບຄຸມໄລຍະເວລາທີ່ຕົກລົງກັນໃຫ້ຖືເປັນເອກະສານຄຳສັ່ງວ່າຈ້າງຫຼັກທັງນີ້ອາດມີເອກະສານຄຳສັ່ງວ່າຈ້າງງານປະ ເມີນເປັນລາຍອັນອີກໄດ້ຕາມຄວາມຈໍາເປັນແຕ່ຕ້ອງເປັນໄປຕາມຂອບທີ່ກໍານົດໃນໜັງສືຄຳສັ່ງວ່າຈ້າງຫຼັກ

4.6 ໃນກໍລະນີທີ່ລູກຄ້າຜູ້ຮັບບໍລິການຕ້ອງການໃຫ້ມີການຕັ້ງສົມມຸດຖານສຳຫຼັບການປະເມີນຜູ້ປະເມີນຕ້ອງໃຊ້ ຄວາມລະມັດລະວັງ ແລະ ຕ້ອງເຂົ້າໃຈວ່າການຕັ້ງສົມມຸດຖານເພີ່ມເຕີມສາມາດເຮັດໄດ້ສຳຫຼັບເກືອບທຸກວັດຖຸ ປະສົງການປະເມີນແຕ່ການຕັ້ງສົມມຸດຖານພິເສດນັ້ນບໍ່ອາດເຮັດໄດ້ສຳຫຼັບການປະເມີນເພື່ອວັດຖຸປະສົງ ສາທາລະນະເນື່ອງຈາກສົມມຸດຖານພິເສດເປັນສົມມຸດຖານທີ່ບໍ່ປົກກະຕິ ແລະ ແຕກຕ່າງໄປຈາກສົມມຸດຖານທີ່ໃຊ້ ໂດຍຜູ້ຊື້ຜູ້ຂາຍທົ່ວໄປໃນຕະຫຼາດເຊິ່ງການຕັ້ງ ຫຼື ບໍ່ຕັ້ງສົມມຸດຖານພິເສດອາດສົ່ງຜົນຢ່າງມີເນື້ອໃນສໍາຄັນຕໍ່ມູນຄ່າ ຂອງຊັບສິນທີ່ປະເມີນ

4.7 ຜູ້ປະເມີນຕ້ອງເຮັດການຕົກລົງໃຫ້ຊັດເຈນກັບລູກຄ້າຜູ້ຮັບບໍລິການກ່ຽວກັບວັນທີ່ປະເມີນໂດຍອາດຈະໃຊ້ ມື້ທີ່ສຳຫຼວດກວດສອບຊັບສິນຫຼືວັນທີ່ກຳນົດມູນຄ່າຊັບສິນຫຼືວັນທີ່ອື່ນໃດທີ່ເຫັນສົມຄວນກໍ່ໄດ້ແຕ່ຕ້ອງບໍ່ໃຊ້ເປັນ ວັນໃນອານາຄົດທີ່ຍາວໄກຈາກວັນທີ່ສໍາຫຼວດຫາກເປັນວັນໃນອານາຄົດເຊິ່ງຍາວໄກຜູ້ປະເມີນຕ້ອງລະບຸເຖິງຄວາມ ສ່ຽງທີ່ອາດຈະເກີດການປ່ຽນແປງໃນຕະຫຼາດຫຼືໃນຊັບສິນໃນຊ່ວງເວລາດັ່ງກ່າວອັນອາດສົ່ງຜົນຕໍ່ມູນຄ່າທີ່ປະເມີນ ຢ່າງມີເນື້ອໃນຄວາມສໍາຄັນແລະຫາກລູກຄ້າຜູ້ຮັບບໍລິການຕ້ອງການໃຫ້ມີການປະເມີນວັນໃນອາດິດເຊິ່ງແຕກຕ່າງໄປ ຈາກວັນທີ່ໃນປັດຈຸບັນຢ່າງມີເນື້ອໃນຄວາມສຳຄັນຜູ້ປະເມີນຕ້ອງກວດສອບເພື່ອໃຫ້ໝັ້ນໃຈໄດ້ວ່າມີຂໍ້ມູນຄົບຖ້ວນ ພຽງພໍສຳຫຼັບການປະເມີນຕາມທີ່ໄດ້ຮັບການຮ້ອງຂໍທັງນີ້ໂດຍທົ່ວໄປວັນທີ່ປະເມີນຈະຕ້ອງສອດຄ່ອງກັບວັດຖຸປະ ສົງຂອງການປະເມີນ.

4.8 ຜູ້ປະເມີນຕ້ອງທຳຄວາມເຂົ້າໃຈໃຫ້ຊັດເຈນກັບລູກຄ້າຜູ້ຮັບບໍລິການກ່ຽວກັບຫຼັກເກນການປະເມີນທີ່ເໝາະ ສົມສຳຫຼັບຊັບສິນທີ່ຈະທຳການປະເມີນລວມທັງຕ້ອງອະທິບາຍຄວາມໝາຍເຫດຜົນແລະຂໍ້ຈໍາກັດຂອງຫຼັກເກນຕ່າ ງໆທີ່ອາດນຳມາໃຊ້.

4.9 ຜູ້ປະເມີນຕ້ອງອ້າງເຖິງໜັງສືຄໍາສັ່ງວ່າຈ້າງງານທີ່ໄດ້ມີການລົງນາມເຫັນດີໂດຍລູກຄ້າຜູ້ຮັບບໍລິການໃນລາຍ ງານການປະເມີນເພື່ອໃຫ້ຜູ້ໃຊ້ລາຍງານຮັບຮູ້ແລະເຂົ້າໃຈເຖິງຂອບເຂດວຽກງານທີ່ປະເມີນ.

4.10 ໃນກໍລະນີທີ່ລູກຄ້າຜູ້ຮັບບໍລິການບໍ່ຕ້ອງການຄໍາສັ່ງວ່າຈ້າງງານຫຼືຂໍ້ສະເໜີງານທີ່ເປັນລາຍລັກອັກສອນໂດຍ ເປັນການຕົກລົງກັນດ້ວຍວາຈາຜູ້ປະເມີນອາດບໍ່ຈຳເປັນຕ້ອງສົ່ງຂໍ້ສະເໜີງານຫຼືໜັງສືຄໍາສັ່ງວ່າຈ້າງງານຕໍ່ລູກຄ້າຜູ້ຮັບບໍ ລີການແຕ່ຈະຕ້ອງມີການເຮັດບັນທຶກຄຳສັ່ງແລະເງື່ອນໄຂໃນການວ່າຈ້າງເກັບໄວ້ໃນເອກະສານທຳການເພື່ອໃຊ້ເປັນ ຫຼັກຖານອ້າງອີງໃນອານາຄົດ.

Views: 1