ມາດຕະຖານວິຊາຊີບເລື່ອງທີ 5

ວັດຖຸປະສົງຂອງການປະເມີນມູນຄ່າຊັບສິນ

ວັດຖຸປະສົງຂອງການປະເມີນມູນຄ່າຊັບສິນເປັນປັດໃຈສໍາຄັນຕໍ່ການກໍານົດຫຼັກເກນການປະເມີນທີ່ເໝາະ ສົມດັ່ງນັ້ນ ຜູ້ປະເມີນຕ້ອງຮູ້ວັດຖຸປະສົງຂອງການປະເມີນໃຫ້ຊັດເຈນ ມາດຕະຖານນີ້ເປັນມາດຕະຖານທີ່ກຳນົດຫຼັກ ເກນການປະເມີນທີ່ຜູ້ປະເມີນຕ້ອງໃຊ້ສຳຫຼັບແຕ່ລະວັດຖຸປະສົງ ເພື່ອຜູ້ປະເມີນຈະໄດ້ປະຕິບັດງານປະເມີນໂດຍຢູ່ ໃນບັນທັດຖານດຽວກັນ ໂດຍຜູ້ປະເມີນຕ້ອງປະຕິບັດຕາມແນວທາງດັ່ງຕໍ່ໄປນີ້:

5.1 ຜູ້ປະເມີນຕ້ອງພິຈາລະນາ ແລະ ທໍາຄວາມເຂົ້າໃຈໃນວັດຖຸປະສົງຂອງການປະເມີນຫຼືການໃຊ້ປະໂຫຍດຈາກລາຍງານການປະເມີນເຊິ່ງກຳນົດໂດຍລູກຄ້າຜູ້ຮັບບໍລິການແລະຕ້ອງລະບຸວັດຖຸປະສົງຂອງການປະເມີນໄວ້ໃນລາຍງານການປະເມີນຢ່າງຊັດເຈນ;

5.2 ຜູ້ປະເມີນຕ້ອງລະບຸຊື່ຂອງຜູ້ຕ້ອງການໃຊ້ປະໂຫຍດຈາກລາຍງານການປະເມີນເຊິ່ງອາດມີຈຳນວນຫຼາຍກວ່າ ໜຶ່ງລາຍການກໍ່ໄດ້ໂດຍສະເພາະຖ້າຫາກບໍ່ມີການຮ້ອງຂໍໃຫ້ປົກປິດຄວາມລັບ (ຜູ້ປະເມີນອາດຈະປະຕິເສດກໍ່ໄດ້ຖ້າ ເປັນການປະເມີນທີ່ອາດຈະສົ່ງຜົນກະທົບຕໍ່ສາທາລະນະ)

5.3 ປະເມີນບໍ່ຈຳເປັນຕ້ອງຮັບຜິດຊອບຕໍ່ການນໍາລາຍງານການປະເມີນໄປໃຊ້ເພື່ອວັດຖຸປະສົງອື່ນຫຼືຜູ້ຕ້ອງການ ໃຊ້ປະໂຫຍດຈາກລາຍງານລາຍການອື່ນທີ່ບໍ່ໄດ້ລະບຸໄວ້ໃນລາຍງານ

5.4 ຜູ້ປະເມີນຕ້ອງກຳນົດຫຼັກເກນການປະເມີນໃຫ້ສອດຄ່ອງກັບວັດຖຸປະສົງຂອງການປະເມີນແລະການໃຊ້ປະໂຫຍດທີ່ກຳນົດໂດຍຕ້ອງເປັນໄປຕາມຫຼັເກນດັ່ງຕໍ່ໄປນີ້:

5.4.1 ການປະເມີນມູນຄ່າຊັບສິນເພື່ອການຂາຍຫຼືຊື້ຜູ້ປະເມີນຕ້ອງໃຊ້ຫຼັກເກນການປະເມີນເພື່ອກໍານົດ ມູນຄ່າຕະຫຼາດ,

5.4.2 ການປະເມີນມູນຄ່າຊັບສິນເພື່ອໃຊ້ເປັນຫຼັກປະກັນການກູ້ຢືມຜູ້ປະເມີນຕ້ອງໃຊ້ຫຼັກເກນການປະ ເມີນເພື່ອກໍານົດມູນຄ່າຕະຫຼາດຢ່າງໃດກໍ່ດີໃນກໍລະນີທີ່ໄດ້ຮັບການຮ້ອງຂໍເປັນການສະເພາະຈາກສະຖາບັນການເງີນ ຜູ້ປະເມີນອາດຈະໃຊ້ຫຼັກເກນອື່ນເພີ່ມເຕີມນອກຈາກມູນຄ່າຕະຫຼາດໃນການປະເມີນໄດ້ເຊັ່ນ:ມູນຄ່າບັງຄັບຂາຍຫຼື ລາຄາປະມູນຂາຍເປັນຕົ້ນແລະໃນທຸກກໍລະນີຜູ້ປະເມີນຈະຕ້ອງນຳສະເໜີສົມໝຸດຖານທີ່ໃຊ້ໃນການກໍານົດມູນຄ່າ ຢ່າງຄົບຖ້ວນຊັດເຈນ;

5.4.3 ການປະເມີນມູນຄ່າຊັບສິນເພື່ອການບັນທຶກທາງບັນຊີຜູ້ປະເມີນຈະຕ້ອງພິຈາລະນາໃຊ້ຫຼັກເກນ

(1) ຕ້ອງໃຊ້ຫຼັກເກນການກຳນົດມູນຄ່າຕະຫຼາດເປັນຫຼັກຫຼືເປັນບັນທັດຖານທົ່ວໄປໃນການກຳນົດມູນ ຄ່າຍຸດຕິທໍາ (fair value) ຂອງຊັບສີນທີ່ກິດຈະການມີໄວ້ເພື່ອໃຊ້ດຳເນີນງານທາງທຸລະກິດລວມທັງສ່ວນ ທີ່ເກີນຄວາມຕ້ອງການໃນປັດຈຸບັນຂອງກິດຈະການໂດຍຜູ້ປະເມີນຕ້ອງທຳຄວາມເຂົ້າໃຈກັບລູກຄ້າຜູ້ຮັບ ລີການໃຫ້ຊັດເຈນວ່າມູນຄ່າຕະຫຼາດທີ່ປະເມີນໄດ້ນັ້ນເປັນມູນຄ່າທີ່ບໍ່ຄໍານຶງເຖິງລັກສະນະສະເພາະຂອງການໃຊ້ປະໂຫຍດຊັບສິນນັ້ນຂອງກິດຈະການ (specific use)ນອກຈາກນີ້ມູນຄ່າຕະຫຼາດທີ່ປະເມີນໄດ້ ອາດເປັນມູນຄ່າລວມຂອງທີ່ດິນກັບອາຄານແລະສິ່ງປຸກສ້າງໃນກໍລະນີເຊັ່ນນັ້ນການແບ່ງແຍກມູນຄ່າຂອງທີ່ ຕິນອອກຈາກມູນຄ່າລວມຂອງອາຄານແລະສິ່ງປຸກສ້າງຈະເປັນພຽງການແບ່ງມູນຄ່າຢ່າງບໍ່ເປັນທາງການ (informal apportionment) ເທົ່ານັ້ນ,ດ້ວຍເຫດນີ້ມູນຄ່າສ່ວນທີ່ແຍ່ງອອກໄປຂອງທີ່ດິນກັບສ່ວນ ຂອງອາຄານໃນແຕ່ລະສ່ວນໃນກໍລະນີດັ່ງກ່າວຈຶ່ງບໍ່ຖືວ່າເປັນມູນຄ່າຕະຫຼາດແຕ່ຢ່າງໃດ

(2) ການໃຊ້ຫຼັກເກນທີ່ບໍ່ແມ່ນການກໍານົດມູນຄ່າຕະຫຼາດເພື່ອກໍານົດມູນຄ່າຍຸດຕິທໍາໃນກໍລະນີທີ່ບໍ່ສາມາດກໍານົດມູນຄ່າຕະຫຼາດໄດ້ນັ້ນ,

ກ. ຜູ້ປະເມີນຕ້ອງແຈ້ງແລະທໍາຄວາມເຂົ້າໃຈກັບລູກຄ້າຜູ້ຮັບບໍລິການໃຫ້ຊັດເຈນວ່າມູນຄ່າທີ່ປະ ເມີນໄດ້ບໍ່ແມ່ນມູນຄ່າຕະຫຼາດຕາມຫຼັກເກນການປະເມີນເພື່ອກໍານົດມູນຄ່າຕະຫຼາດຕາມທີ່ກໍານົດໃນມາດ ຕະຖານວິຊາຊີບການປະເມີນມູນຄ່າຊັບສິນເຊັ່ນມູນຄ່າຕົ້ນທຶນທົດແທນສຸດທິຫຼືລາຄາປ່ຽນແທນຫັກຄຳ ເຊືອມລາຄາສະສົມ (depreciated replacement cost);

ຂ. ການເລືອກນໍາມູນຄ່າໄປໃຊ້ພຽງບາງສ່ວນເຊັນມູນຄ່າຕົ້ນທຶນທົດແທນຫຼືລາຄາປ່ຽນແທນກ່ອນ ຫັກຄຳເຊື່ອມລາຄາສະສົມ (gross replacement cost) ໂດຍບໍ່ແມ່ນມູນຄ່າສຸດທິຫຼັງຫັກຄ່າເຊື່ອມ ລາຄາສະສົມຍ່ອມບໍ່ແມ່ນການໃຊ້ມູນຄ່າທີ່ປະເມີນໄດ້ຕາມຫຼັກເກນອັນເປັນທີ່ຍອມຮັບທົ່ວໄປໃນວິຊາຊີບ ການປະເມີນມູນຄ່າຊັບສິນ

ຄ. ມູນຄ່າຕົ້ນທຶນທົດແທນສຸດທິຫຼືລາຄາປ່ຽນແທນຫັກຄ່າເຊືອມລາຄາສະສົມອາດບໍ່ແມ່ນລາຄາ ຂາຍສຸດທິ (net selling price) ຂອງຊັບສິນໃນກໍລະນີທີ່ໃຊ້ເພື່ອກຳນົດມູນຄ່າທີ່ຄາດວ່າຈະໄດ້ຮັບຄືນ ຕາມມາດຕະຖານການບັນຊີເລື່ອງການດ້ອຍຄ່າຂອງຊັບສີນ;

ງ. ມູນຄ່າຕະຫຼາດອາດບໍ່ແມ່ນມູນຄ່າການໃຊ້ປະໂຫຍດ (value in use) ເພື່ອປະກອບການພິຈາ ລະນາການດ້ອຍຄ່າຂອງຊັບສິນຕາມມາດຕະຖານການບັນຊີທັງນີ້ຜູ້ປະເມີນບໍ່ມີບົດບາດໂດຍຕົງໃນການປະ ເມີນເພື່ອກຳນົດມູນຄ່າການໃຊ້ປະໂຫຍດເພື່ອປະກອບການພິຈາລະນາການດ້ອຍຄ່າຂອງຊັບສິນດັ່ງກ່າວ ແຕ່ອາດມີບົດບາດທາງອ້ອມໃນການໃຫ້ຄໍາປຶກສາຖ້າຫາກໄດ້ຮັບການຮ້ອງຂໍຈາກລູກຄ້າຜູ້ຮັບບໍລິການ.

5.4.4 ການປະເມີນມູນຄ່າຊັບສິນເພື່ອວັດຖຸປະສົງສາທາລະນະຫຼືເພື່ອໃຫ້ເປັນໄປຕາມຂໍ້ກຳນົດຂອງສໍາ ນັກງານຄະນະກຳມະການກໍາກັບຫຼັກຊັບແລະຕະຫຼາດຫຼັກຊັບຜູ້ປະເມີນຕ້ອງໃຊ້ຫຼັກເກນການປະເມີນເພື່ອກຳນົດໃນ ມາດຕະຖານວິຊາຊີບການປະເມີນມູນຄ່າຊັບສິນ

5.4.5 ການປະເມີນມູນຄ່າຊັບສິນເພື່ອການປະກັນໄພຜູ້ປະເມີນຕ້ອງໃຊ້ຫຼັກເກນທີ່ກໍານົດໃນສັນຍາປະ ກັນໄພຫຼືໜ່ວຍງານທີ່ກ່ຽວຂ້ອງແລະຕ້ອງລະບຸເຫດຜົນພ້ອມສົມມຸດຖານທີ່ໃຊ້ຢ່າງຊັດເຈນ;

 

5.4.6 ການປະເມີນມູນຄ່າຊັບສິນເພື່ອການເວນຄືນຜູ້ປະເມີນຕ້ອງໃຊ້ຫຼັກເກນໃຫ້ເປັນໄປຕາມບົດບັນ ຍັດຂອງກົດໝາຍທີ່ກ່ຽວຂ້ອງໂດຍສະເພາະຫາກເປັນການໃຫ້ບໍລິການກັບໜ່ວຍງານຂອງລັດທີ່ກ່ຽວຂ້ອງ;

5.4.7 ການປະເມີນເພື່ອວັດຖຸປະສົງອື່ນທີ່ນອກເໜືອໄປຈາກທີ່ລະບຸຂ້າງຕົ້ນຜູ້ປະເມີນຄວນໃຊ້ຫຼັກເກນ ການປະເມີນເພື່ອກໍານົດມູນຄ່າຕະຫຼາດເປັນຫຼັກຫຼືເປັນບັນຖັດຖານທົ່ວໄປຖ້າຫາກຈຳເປັນຕ້ອງໃຊ້ຫຼັກເກນການປະ ເມີນທີ່ບໍ່ແມ່ນການກໍານົດມູນຄ່າການຕະຫຼາດຫຼືຫຼັກເກນອື່ນໆຜູ້ປະເມີນຕ້ອງສາມາດອະທິບາຍເຫດຜົນແລະຄວາມ ຈຳເປັນສຳຫຼັບການໃຊ້ຫຼັກເກນນັ້ນໃຫ້ຊັດເຈນ;

Views: 1