– ທະນາຄານ ມາເລຍັນ ເບີຫັດ ສາຂາລາວ ເຊັນສັນຍາຄູ່ຮ່ວມຍຸດທະສາດ ກັບ ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ
ທີ່ທະນາຄານ ມາເລຍັນ ເບີຫັດ ສາຂາລາວ ໄດ້ມີພິທີເຊັນສັນຍາຄູ່ຮ່ວມຍຸດທະສາດລະຫວ່າງ ທະນາຄານ ມາເລຍັນ ເບີຫັດ ສາຂາລາວ ແລະ ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ ໃຫ້ກຽດລົງນາມເຊັນສັນຍາໂດຍ ຫົວ​ຫນ້າ​ໃຫຍ່​ປະ​ຈຳ ສາ​ຂາ ສ​ປ​ປ​ລາວ ໂດຍ ທ່ານ Tan Tee Huat ເປັນ​ສັກ​ຂີ​ພະ​ຍານ​ໂດຍ​ ທ່ານ ແກ້ວໃຈ ໄມຍະວົງສິງ ແລະ ຄະ​ນະ ໃຫ້ທະນາຄານ ມາເລຍັນ ເບີຫັດ ສາຂາລາວ ແລະ ທ່ານ ຫຸມພັນ ໄຊຍະລາດ ຜູ້ອຳນວຍການ ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ, ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານວິຊາການຂອງທັງສອງຝ່າຍໄດ້ເຂົ້າຮ່ວມເປັນສັກຂີພະຍານ.
ຈຸດປະສົງຂອງການເຊັນສັນຍາໃນຄັ້ງນີ້ ແມ່ນເພື່ອການເປັນຄູ່ຮ່ວມຍຸດທະສາດກັນລະຫວ່າງ ທະນາຄານ ມາເລຍັນ ເບີຫັດ ສາຂາລາວ ແລະ ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ, ສົ່ງເສີມການໃຫ້ບໍລິການດ້ານສິນເຊື່ອຂອງທະນາຄານ ໂດຍການຮ່ວມມືລະຫວ່າງສອງຝ່າຍ ເພື່ອໃຫ້ການປະເມີນມູນຄ່າຊັບສິນຖືກຕ້ອງ ແລະ ໃກ້ຄຽງກັບລາຄາຕະຫຼາດຫຼາຍທີ່ສຸດ ເປັນຕົ້ນແມ່ນການປະເມີນທີ່ດິນ ຫຼື ສິ່ງປຸກສ້າງ ແລະ ອື່ນໆຂອງທະນາຄານອີກດ້ວຍ.

Views: 11