ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ(ສຄຄຊ) ຮວ່ມກັບຕະຫຼາດຫຼັກຊັບລາວ(ຕລຊລ) ;ບໍລິສັດຈົດທະບຽນ ແລະ ສະຖາບັນສື່ກາງດ້ານຫຼັກຊັບ ໄດ້ຮວ່ມກັນຈັດພິທີໂຮມຊຸມນຸມເຜີຍແຜ່ຜົນງານຂອງຕະຫຼາດທືນລາວ ພາຍໃຕ້ຫົວຂໍ້” ຕະຫຼາດທຶນລາວມຸ້ງໜ້າສູ່ການພັດທະນາ” ຂຶ້ນທີ່ ສຄຄຊ ໃນວັນທີ່10ຕຸລານີ້ ເພື່ອສະເຫຼີມສະຫລອງວັນສ້າງຕ້າງຕະຫຼາດທຶນລາວຮອບ13ປີ(10/10/2010-10/10/2023), ສະຫຼຸບຜົນງານພົ້ນເດັ່ນ ແລະທິດທາງການພັດທະນາຕະຫຼາດທຶນລາວໃນຕໍ່ໜ້າ ໂດຍໃຫ້ກຽດເຂົ້າຮວ່ມຂອງທ່ານ ນາງ ຂັນແກ້ວຫຼ້າມະນີເງົາ ຮອງຜູ້ວ່າການທະນາຄານແຫ່ງສປປລາວ.

ທ່ານ ນາງ ຟອງຈິນດາແສງສຸສິວົງ ຫົວໜ້າ ສຄຄຊ ໄດ້ລາຍງານວ່າ: ຕະຫຼາດທຶນລາວຫຼືຕະຫຼາດຫຼັກຊັບລາວ ຖືກສ້າງຕັ້ງຂື້ນໃນວັນທີ່10ຕຸລາ2010 ຊື່ງເປັນໜືງຊອງທາງໃນການລະດົມທຶນໃຫ້ແກ່ຫົວໜວ່ຍວິສາຫະກິດເພື່ອນຳໃຊ້ເຂົ້າໃນການດຳເນີນງານ-ຂະຫຍາຍທຸລະກິດຂອງຕົນ ແລະປະກອບສວ່ນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ໂດຍການເຄື່ອນໄຫວຂອງຕະຫຼາດທຶນໃນປີ2023ນີ້ ໄດ້ສຳເລັດຫຼາຍດ້ານ ໃນນິ້ ໄດ້ສຳເລັດໃນການສ້າງຕັ້ງແລະນິຕິກຳໃຕ້ກົດໝາຍວ່າດວ້ຍຫຼັກຊັບ 3 ສະບັບ; ສຳເລັດການຄົ້ນຄວ້າອະນຸຍາດໃຫ້ບໍລິສັດຜະລິດໄຟຟ້າລາວມະຫາຊົນ ອອກຈຳໜ່າຍຮຸ່ນກູ້ ປະເທດໄທ 3 ຄັ້ງ ແລະ ບໍລິສັດ ສຸວັນນີ ໂຮມເຊັນເຕີມະຫາຊົນ ອອກຈຳໜ່າຍຮຸ້ນກູ້ພາຍໃນປະເທດໃນວົງຈຳກັດ1ຄັ້ງ, ຊື່ງສາມາດລະດົມທຶນໄດ້ທຽບເທົ່າ 1.929,25ຕື້ກີບ ແລະໄດ້ຄົ້ນຄວ້າການອອກຈຳໜ່າຍຮຸ້ນຂອງອົງການການເງິນສາກົນ(IFC) ເປັນເປັນສະກຸນເງິນກີບ ຢູ່ ສປປລາວ; ສຳເລັດການຄົ້ນຄວ້າຮັກສາສະຖານະເປັນບໍລິສັດຈົດທະບຽນ ຂອງບໍລິສັດຈົດທະບຽນ 2ແຫ່ງ, ສຳເລັດການຖອດຖອນການຈົດທະບຽນຂອງບໍລິສັດ ລາວເວີນ ມະຫາຊົນ ອອກຈາກ ຕລຊລ. ປະຈຸບັນຍອດການລະດົມທຶນຜ່ານຕະຫຼາດທຶນລາວ (ຜ່ານການອອກຈຳໜ່າຍຮຸ້ນ, ຮຸ້ນກູ້ແລະພັນທະບັດ ມີມູນຄ່າຈຳນວນ 38.123,32ຕື້ກີບ ກວມເອົາ 17,95%ຂອງGDPປີ 2022 ແລະ ມີບໍລິສັດຈົດທະບຽນໃນ ຕລຊລ 100ແຫ່ງ.

ທ່ານ ຫຸມພັນ ໄຊຍະລາດ ປະທານບໍລິສັດລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ ຕ່າງຫນ້າຂອງຊົມລົມບໍລິສັດ ປະເມີນມູນຄ່າຊັບສິນ ໄດ້ລາຍງານປະຫວັດຄວາມເປັນມາຂອງຊົມລົມ ບໍລິສັດປະເມີນມູນຄ່າຊັບສິນ; ຊົມລົມບໍລິສັດ ສ້າງຕັ້ງຂື້ນດວ້ຍເງື່ອນໄຂ ການປືກສາຫາລືແລກປ່ຽນ ໂດຍປະທານຂອງຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ບົດບັນທືກເບກທີ່06/01/2021 ແລະບົດບັນທຶກກອງປະຊຸມ ເລກທີ່22/ສຄຄຊ ລົງວັນທີ່04/08/2021;

ເຊິງມີຂໍ້ສະຫຼຸບແລະບຂໍ້ຕົກລົງວ່າດວ້ຍການສ້າງຕັ້ງທີ່ປຶກສາແລະຄະນະສ້າງຕັ້ງຊົມລົມບໍລິສັດປະເມີນມູນຄ່າຊັບສິນເລກທີ່46/ສຄຄຊລົງວັນທີ່06/08/2021 ເຊິງມີຄະນະທີ່ປືກສາ05ທ່ານ ຈາກ ສຄຄຊ ແລະແຕ່ງຕັ້ງຄະນະຊົມລົມບໍລິສັດປະເມີນມູນຄ່າຊັບສິນ ມີຄະນະ 3ທ່ານ: ປະທານ01ທ່ານ ແລະຮອງປະທານ 02ທ່ານ;ພອ້ມກັບຄະນະຜູ້ບໍລິຫານແຕ່ລະບໍລິສັດທີ່ຈົດທະບຽນ 01ທ່ານເປັນຄະນະ.ປະຈຸບັນຊົມລົມບໍລິສັດ ປະເມີນມູນຄ່າຊັບສິນ ປະກອບມີ8ບໍລິສັດ ທີ່ເປັນສຳມາຊິກ ແລະ ຖືກຮັບຮອງເປັນບໍລິສັດປະເມີນມູນຄ່າຊັບສິນຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ.
ໃນພິທີດັ່ງກ່າວ ຜູ້ເຂົ້າຮວ່ມຍັງໄດ້ຮັບຟັງ ການນຳສະເໜີທິດທາງການພັດທະນາຂອງຕະຫຼາດທຶນລາວ ແຜນພັດທະນາຕະຫຼາດຫຼັກຊັບລາວແລະ ແຜ່ນການພັດທະນາວຽກງານຂອງສາມາຄົມຕະຫຼາດທຶນລາວ. ນອກຈາກນີ້;ຍັງມີບັນດາບໍລິສັດທີ່ມີສວ່ນຮວ່ມໃນຕະຫຼາດທຶນລາວກໍ່ໄດ້ມີການຈັດກິດຈະກຳວ່າງສະແດງຜົນງານ ແລະ ຜະລິດຕະພັນຂອງບໍລິສັດຕົນນຳອີກ.

ພາບ​ບັນ​ຍາ​ກາດ​ຂອງກອງ​ປະ​ຊຸມ

Views: 3