ກອງ​ປະ​ຊຸມ​ພົບ​ປະ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ບໍ​ລິ​ສັດ​ປະ​ເມີນ​ແລະ​ກົມ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ ໃນກອງປະຊຸມກະຊວງຍຸຕິທໍາຂອງວັນທີ 12/07/2024 ເວລາ 14:00 ໂມງໄດ້ເຊີນຄະນະຊົມລົມ ແລະ ຜູ້ບໍລິຫານຂອງບໍລິສັດປະເມີນມູນຄ່າຊັບສີນເຂົ້າຮ່ວມປະຊຸມເພື່ອປືກສາຫາລືກັນກ່ຽວກັບການປະເມີນຊັບສີນໃນເຂດວຽກງານປະຕີບັດຄໍາຕັດສີນຂອງສານ ໂດຍການເປັນປະທານກອງປະຊຸມຂອງທ່ານ ສຸລິຍາ ສິດາວົງ ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ກະຊ່ວງຍຸຕິທໍາ.

ໃນການປະຊຸມຄັ້ງນີ້ໄດ້ມີທັງໝົດ 8 ບໍລິສັດປະເມີນຊັບສີນບໍລິສັດ ລາວວາລູ ປະເມີນມູ່ນຄ່າຊັບສີນ ຈໍາກັດຜູ້ດຽວ (Lao value property valuation sole Co ., LTD) ຫົວໜ້າ ຂະນະຊົມລົມການປະຊຸມໃນຄັ້ງນີ້ຕ່າງໜ້າ ໂດຍທ່ານ ຫຸມພັນ ໄຊຍະລາດ

ນີ້​ແມ່ນ​ລາຍ​ຊື່​ທີ​ໄດ້​ຮັບ​ຮອງ​ຈາກ ສ​ຄ​ຄ​ຊ ດ້ານ​ການ​ປະ​ເມີນ​ຫລັກ​ຊັບ

  1. ບໍລິສັດປະເມີນຊັບສີນບໍລິສັດ ລາວວາລູ ປະເມີນມູ່ນຄ່າຊັບສີນ ຈໍາກັດຜູ້ດຽວ (Lao value property valuation sole Co ., LTD) 020 22229744
  2. ບໍລິສັດ ຊິມ ພອບເພີຕີ້ ຄອນເຊົ້າເທີ້ນ ຈໍາກັດ (Sims property consultants Co ., LTD)
  3. ບໍລິສັດ ປະເມີນມູນຄ່າຊັບສີນ ແກຣນທ໌ ເຊີແມນ (ລາວ) ຈໍາກັດ (Grant Sherman Appraisal(Lao) Co ., LTD)
  4. ບໍລິສັດ ລາວປະເມີນຊັບສີນ ຈໍາກັດ (Lao Assents Appraisal Co ., LTD )
  5. ບໍລິສັດ ລາວ ສາກົນ ປະເມີນມູນຄ່າຊັບສີນ ຈໍາກັດ (Lao international Asset Appraisal Co ., LTD)
  6. ບໍລິສັດ ເອເຊຍ ໂລຕັດ ປະເມີນມູນຄ່າຊັບສີນ ຈໍາກັດ (Asia Lotus Valuation Co ., LTD)
  7. ບໍລິສັດ ຣິດແອບໄພຣໂຊ ຈໍາກັດ (Rich Appraisal Co ., LTD)
  8. ບໍລິສັດ ເຄເຄລາວ ປະເມີນມູນຄ່າຊັບສີນ ຈໍາກັດ (KK Lao Appraisal Co ., LTD)

ໄດ້ປືກສາຫາລືກ່ຽວກັບການປະເມີນມູນຄ່າຊັບສີນ, ໃນເລື່ອງຂອງຄະດີຄວາມເພື່ອໃຫ້ເປັນກາງທີ່ສຸດລະຫວ່າງ ໂຈດ ແລະ ຈໍາເລີຍ ໃນນັ້ນໃຫ້ມີ (MOU) ຮ່ວມກັບການປະເມີນມູນຄ່າຊັບສີນລະຫວ່າງຄໍາຕັດສີນຂອງສານ ກະຊ່ວງຍຸຕິທໍາ ເພື່ອສ້າງຄວາມສາມັກຄິໃນການພົວພັນວຽກງານ ແລະ ຊ່ວຍກັນແກ້ໄຂບັນຫາ ສັງຄົມ

ຂຽນ​ໂດຍ: ທ່ານ ໄຊ​ສົມ​ພອນ ຈັນ​ທະ​ລັງ​ສີ

Views: 0