Lao Value has inked MOU with ST bank for valuation cooperation as the long term strategical partners!
“ທະນາຄານ ເອັສທີ ຈໍາກັດ ເຊັນສັນຍາຄູ່ຮ່ວມຍຸດທະສາດ ກັບ ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ

ທີ່ທະນາຄານ ເອັສທີ ຈໍາກັດ ນັກງານໃຫຍ່ ໄດ້ມີພິທີເຊັນສັນຍາຄູ່ຮ່ວມຍຸດທະສາດລະຫວ່າງ ທະນາຄານ ເອັສທີ ຈໍາກັດ ແລະ ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ ໃຫ້ກຽດລົງນາມເຊັນສັນຍາໂດຍ ທ່ານ ເອກະລາດ ລັດຕະນະຈານ ຮັກສາການຜູ້ອຳນວຍການໃຫຍ່ ທະນາຄານ ເອັສທີ ຈໍາກັດ ແລະ ທ່ານ ຫຸມພັນ ໄຊຍະລາດ ຜູ້ອຳນວຍການ ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ, ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານວິຊາການຂອງທັງສອງຝ່າຍໄດ້ເຂົ້າຮ່ວມເປັນສັກຂີພະຍານ.
ຈຸດປະສົງຂອງການເຊັນສັນຍາໃນຄັ້ງນີ້ ແມ່ນເພື່ອການເປັນຄູ່ຮ່ວມຍຸດທະສາດກັນລະຫວ່າງ ທະນາຄານ ເອັສທີ ຈໍາກັດ ແລະ ບໍລິສັດ ລາວວາລູ ປະເມີນມູນຄ່າຊັບສິນ ຈຳກັດຜູ້ດຽວ, ສົ່ງເສີມການໃຫ້ບໍລິການດ້ານສິນເຊື່ອຂອງທະນາຄານ ໂດຍການຮ່ວມມືລະຫວ່າງສອງຝ່າຍ ເພື່ອໃຫ້ການປະເມີນມູນຄ່າຊັບສິນຖືກຕ້ອງ ແລະ ໃກ້ຄຽງກັບລາຄາຕະຫຼາດຫຼາຍທີ່ສຸດ ເປັນຕົ້ນແມ່ນການປະເມີນທີ່ດິນ ຫຼື ສິ່ງປຸກສ້າງ ແລະ ອື່ນໆຂອງທະນາຄານອີກດ້ວຍ.”
Source: ST Bank, Bank on Strong
Facebook: https://www.facebook.com/STBankLaos

Views: 40