ຄຳອະທິບາຍທົ່ວໄປຂໍ້ທີ່ 7 ລາຍງານການປະເມີນມູນຄ່າຊັບສິນ

7.1 ຜູ້ປະເມີນຜົນພິຈາລະນາກໍານົດຮູບແບບ. ການນຳສະເໜີລາຍງານການປະເມີນຕາມຈຸດປະສົງຂອງລູກຄ້າ. ໂດຍໃຊ້ຄໍາຕັດສິນໃຈກໍານົດໃນບົດລາຍງານວ່າ ຂໍ້ມູນໃດຄວນນຳສະເໜີຕາມລັບດັບ.ການເລືອກກຳໜົດຮູບແບບໃດໃນການຳສະເໜີລາຍງານຕ້ອງມີລາຍລະອຽດ ແລະ ຂໍ້ມູນເປັນໄປຕາມມາດຕະຖານທີ່ກຳໜົດ ແນວໃດກໍ່ດີ ຜູ້ປະເມີນຄວນຈະເຂົ້າໃຈວ່າໃນກໍລະນີເຊັນ:​ ກໍລະນີໃຫ້ການບໍລິການໃຫ້ກັບສະຖາບັນການເງິນ ຖ້າໜ່ວຍງານຂອງລັດມີໜ້າທີ່ຄຸ້ມຄ້ອງ ແລະ ດູແລສະຖາບັນການເງິນ(ທະນາຄານແຫຼ່ງປະເທດລາວ) ບໍ່ໄດ້ລະບຸໄວ້ເປັນຢ່າງອື່ນ ຜູ້ປະເມີນກຳນົດຮູບແບບການນຳເໜີລາຍງານຕາມຄວາມຖືກຕ້ອງຂອງສະຖາບັນການເງິນໄດ້.​ ຢ່າງໃດກໍ່ຕາມ, ຄວນຈະຮັບຮູ້ວ່າຫົວຂໍ້ທີ່ນໍາສະເຫນີໃນບົດລາຍງານ ຕ້ອງຄົບຖ້ວນຕາມຫຼັກຖານການປະເມີນ. ທີ່ກຳນົດໄວ້ຢູ່ໃນມາດຕະຖານທີ່ເປັນມືອາຊີບ ແລະ ເພື່ອຜົນປະໂຫຍດສຳລັບກາໃຫ້ບໍລິການ ຜູ້ປະເມີນຄວນເຂົ້າໃຈກັບສະຖາບັນການເງິນໃຫ້ຊັດເຈນ ກ່ຽວກັບລັກສະນະຂອງລາຍງານຕ່າງໆ ຕາມມາດຕະຖານວິຊາຊີບ ໂດຍສະເພາະແມ່ນການທົບທວນການປະເມີນ (Update Valuation) ວ່າມີຂອບເຂດການດຳເນິນງານແຕກຕ່າງຈາກການປະເມີນເຕັມຮູບແບບ (Full Valuation with Internal Inspection) ແບບໃດ.

7.2 ໃນກໍລະນີຂອງການປະເມີນ ເພື່ອຈຸດປະສົງສາທາລະນະ ຜູ້ປະເມີນຜົນຕ້ອງໄດ້ປະຕິບັດຕາມມາດຕະຖານວິຊາຊີບຢ່າງເຄັງຄັດ ແລະ ຈະແຈ້ງໃຫ້ກັັບລູກຄ້າຜູ້ຮັບບໍລິການໃຫ້ຊັດເຈນວ່າ ການນໍາສະເຫນີບົດລາຍງານປະເມີນຕ້ອງສອດຄ່ອງກັບມາດຕະຖານດ້ານວິຊາຊີບ ແລະ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງອົງການຂອງລັດ.

7.3 ໃນການປະມີນມູນຄ່າຊັບສິນ ມັນບໍ່ກ່ຽວຂ້ອງກັບຈຸດປະສົງສາທາລະນະ. ເຖິງແມ່ນວ່າຜູ້ປະເມີນຈະມີ ຄວາມຄິດທີ່ດີ ໃນການກຳໜົດຮູບແບບການນຳສະເໜີລາຍງານໃຫ້ກກັບລູກຄ້າຜູ້ຮັບບໍລິການ ຜູ້ປະເມີນຕ້ອງໃຫ້ນ້ຳໜັກເຊັນ: ຄວນມີການນຳສະເໜີປະເດັນທີ່ໃຊ້ໃນການປະເມີນຢ່າງຄົບຖ້ວນ ເຖິງແມ່ນວ່າຈະເປັນບົດສະຫຼຸບສັງລວມ. ແລະຜູ້ປະເມີນຕ້ອງໄດ້ເກັບເອກະສານ. ທີ່ມີລາຍລະອຽດສະຫນັບສະຫນູນ ປະເດັນສະຫຼຸບ ໃນບົດລາຍງານຢ່າງຄົບຖ້ວນໂດຍບໍ່ມີຂໍ້ຍົກເວັ້ນທັ້ງນີ້ ເພື່ອຜົນປະໂຫຍດຂອງຜູ້ປະເມີນເອງ.

7.4 ການປະເມີນມູນຄ່າ ກຸ່ມຊັບສິນ (Portfolio Valuation) ຊຶ່ງອາດຈະມີຂໍ້ກ່ຽວຂ້ອງກັບສິນຊັບຈຳນວນຫຼາຍ ແລະ ຕັ້ງຢູ່ກະແຈກກະຈາຍໃນຫຼາຍພື້ນທີ່ ຜູ້ປະເມີນອາດຈະພິຈາລະນາເຖິງຄວາມເປັນໄປໄດ້ຂອງການປະເມີນຜົນຢ່າງເຕັມທີ່ສໍາລັບແຕ່ລະຊັບສິນ. ເນື່ອງຈາກວ່າມັນອາດຈະປະເຊີນກັບຂໍ້ຈຳກັດໃນດ້ານເວລາ ແລະ ຄ່າບໍລິການ ເຊິງລູກຄ້າຜູ້ຮັບບໍລິການບໍ່ອາດຍອມຮັບໄດ້ ຜູ້ປະເມີນຈຳເປັນຕ້ອງປືກສາກັບໜ່ວຍງານຂອງລັດ. ເຊິງຈະເປັນຫນຶ່ງໃນຈໍານວນຜູ້ໃຊ້ລາຍງານ ໂດຍສະເພາະແມ່ນການປະເມີນສໍາລັບຈຸດປະສົງສາທາລະນະ

7.5 ຜູ້ປະເມີນຜົນຕ້ອງຮູ້ວ່າຂໍ້ມູນ ແລະ ສາລະສຳຄັນຕ່າງໆ ທີ່ມີຜົນຕໍ່ການທຳຄວາມເຂົ້າໃຈໃນລາຍງານການປະຈະສະແດງໄວ້ໃນສ່ວນຂອງບົດລາຍງານໜ້າສະຫລຸບໃຫ້ຄົບຖ້ວນສົມບູນ ການນຳຂໍ້ມູນ ແລະ ສາລະທີ່ສຳຄັນບາງຢ່າງໄປສະແດງໄວ້ໃນສ່ວນອື່ນໆ ຂອງລາຍງາຍອາດຈະເຮັດໃຫ້ຜູ້ອ່ານລາຍງານເກິດຄວາມເຂົ້າໃຈຜິດ ແລະ ອາດຈະນຳໄປສູ່ຄວາມເສຍຫາຍທີ່ຈະເກິດຂື້ນໃນພາຍຫຼັງ.

Views: 0