ຄຳອະທິບາຍທົ່ວໄປຂໍ້ທີ່ 9 ການເກັບຮັກສາເອກະສານ ແລະ ຂໍ້ມູນການປະກອບການປະເມີນ

9.1 ຜູ້ປະເມີນຄວນໃຫ້ຄວາມສຳຄັນກັບເອກະສານ ແລະ ຂໍ້ມູນການປະກອບການປະເມີນມູນຄ່າຊັບສິນ ແລະ ຕູ້ເກັບເອກະສານ ແລະ ຂໍ້ມູນດັ່ງກ່າວເພື່ອໃຊ້ເປັນຫຼັກຖານໃນການຊີ້ແຈ້ງ ໃນກໍລະນີທີ່ເກີດບັນຫາໃນງານທີ່ປະເມີນ ຫຼື ກໍລະນີຜູ້ປະເມີນຖືກຜູ້ກ່າວໂທດຮ້ອງທຸກຂື້ນພາຍຫຼັງການປະເມີນ ເຊິງເປັນເວລາຍາວນານເກີນກວ່າທີ່ຜູ້ປະເມີນສາມາດຈົນຈຳລາຍລະອຽດໄດ້.

9.2 ການເກັບຮັກສາເອກະສານ ແລະ ຂໍ້ມູນແມ່ນຍັງເປັນເຄື່ອງມືທີ່ຊ່ວຍໃຫ້ຜູ້ປະເມີນ ເປັນຂໍ້ມູນປະກອບຄຳຊີ້ແຈ້ງ ອະທິບາຍກ່ຽວກັບທີ່ມາຂອງການໃຫ້ເຫດຜົນ, ການວິເຄາະ ແລະ ການນໍາສະເຫນີມູນຄ່າ.

9.3 ເອກະສານ ແລະ ຂໍ້ມູນຕ່າງໆ ທີ່ໃຊ້ປະກອບໃນລາຍງານການປະເມີນ ເຊິງຜູ້ປະເມີນໄດ້ຮັບໃນກໍລະນີທີ່ເປັນເອກະສານຈາກໜ່ວຍງານຂອງລັດ ຄວານເກັບຮັກສາເອກະສານທີ່ເປັນສຳເນົາທີ່ການລົງນາມ ຫຼື ປະທັບກາຮັບຮອງຂໍ້ມູນພື້ນຖານ ກ່ຽວກັບຊັບສິນທີ່ປະເມີນ ເຊິງໄດ້ຮັບຈາກລູກຄ້າ ຖ້າເປັນເອກະສານສັນຍາ ຫຼື ເອກະສານທາງການເງິນຄວນໃຫ້ຜູ້ມອບອຳນາດລົງນາມຮັບຮອງເກັບໄວ້ດ້ວຍ ຫຼື ເກັບໜັງສືນຳສົ່ງແນບໄວ້ ແລະ ຂໍ້ມູນຕະຫຼາດທີ່ເກັບລວບລວມສະເພາະມູນຄ່າ ຄວນບັນທືກລາຍລະອຽດພ້ອມວັນທີ່ທີ່ລົງສຳຫຼວດ ແລະ ພ້ອມເຊັນຊື່ຜູ້ສຳຫຼວດຂໍ້ມູນລາຍລະອຽດຂອງການວິເຄາະ ແລະ ການປະເມີນມູນຄ່າຕະຫຼອດຈົນເຖິງຂໍ້ມູນສົມມຸດຕິຖານ, ເງື່ອນໄຂ ແລະ ຂໍ້ຈຳກັດການປະເມີນຕ້ອງມີ.

Views: 21